ນ້ຳດື່ມ

ຈາກ ວິກິພີເດຍ
ນ້ຳດື່ມ.

ນ້ຳດື່ມ (ອັງກິດ: drinking water ຫຼື potable water, ຝຣັ່ງ: eau potable) ຫຼື ນ້ຳສະອາດ ແມ່ນນ້ຳທີ່ປອດໄພສຳລັບການດື່ມໂດຍມະນຸດ ຫຼື ຢູ່ໃນລະດັບອັນຕະລາຍຕ່ຳໃນການດື່ມ. ໃນປະເທດທີ່ພັດທະນາແລ້ວສ່ວນຫຼາຍ ນ້ຳທີ່ນຳໄປໝຸນໃຊ້ຕາມບ່ອນຕ່າງໆ ເຊັ່ນ ເຮືອນ ບ່ອນຄ້າຂາຍ ແລະຕາມສະຖານທີ່ອື່ນໆ ຈະມີຄວາມປອດໄພໃນການດື່ມຕາມມາຕະຖານສາກົນ. ນ້ຳສະອາດສ່ວນຫຼາຍມີການໃຊ້ໃນຫ້ອງນ້ຳ ແລະ ການຫົດນ້ຳກົກໄມ້.