Jump to content

ໂດນັລ ທຣັມ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ ໂດນັນ ທຣັມປ໌)
ໂດນັລດ໌ ທຣັມປ໌
Donald Trump
ເກີດ14 ມິຖຸນາ ຄ.ສ. 1946
ນະຄອນນິວຍອກ ລັດນິວຍອກ ປະເທດສະຫະລັດອາເມລິກາ
ສັນຊາດອາເມລິກັນ
ເປັນທີ່ຮູ້ຈັກຈາກປະທານາທິບະດີຄົນທີ່ 45 ແຫ່ງສະຫະລັດອາເມລິກາ
ສາດສະໜາສາສະໜາຄິດ
ຄູ່ສົມລົດIvana Zelníčková (1977–1991)
Marla Maples (1993–1999)
Melania Knauss (2005–ປັດຈຸບັນ)
ບຸດໂດນັນ ຈູເນຍ
ອີວາງກາ ທຣັມປ໌
ທິບຟານີ ທຣັມປ໌
ເອລິກ ທຣັມປ໌
ບາຮອນ ທຣັມປ໌
ລາຍເຊັນ

ໂດນັລດ໌ ຈອນ ທຣັມປ໌ (ອັງກິດ: Donald John Trump; ເກີດເມື່ອ 14 ມິຖຸນາ ຄ.ສ. 1946) ແມ່ນນັກການເມືອງຄົນອາເມຣິກາ, ອະດີດປະທານາທິບໍດີຄົນທີ່ 45 ແຫ່ງສະຫະລັດອາເມລິກາ, ໂດຍໄດ້ເລີ່ມດຳລົງຕຳແໜ່ງຢ່າງເປັນທາງການໃນວັນທີ່ 20 ມັງກອນ ຄ.ສ. 2017. ໃນປີ 2020, ລາວໄດ້ແພ້ການເລືອກຕັ້ງໃຫ້ກັບ ໂຈ ໄບເດັນ, ເຊິ່ງໄດ້ເຂົ້າຮັບຕໍາແໜ່ງໃນວັນທີ 20 ມັງກອນ 2021.

ທຣັມລົງສະໝັກເລືອກຕັ້ງເປັນປະທານາທິບໍດີ ສະຫະລັດ ອີກຮອບໃນປີ 2024 ແລະ ຖືກຄັດເລືອກເປັນຕົວແທນຂອງພັກ Republican ເຊົ້າຊິງຕຳແໜ່ງປະທານາທິບໍດີໃນທ້າຍປີນີ້.

ເຂົາເປັນປະທານແລະປະທານເຈົ້າໜ້າບໍລິຫານ ຂອງບໍລິສັດທຣັມປ໌ອໍກາໄນເຊຊັ່ນຜູ້ພັດທະນາອະສັງຮິມມະຊັບໃນສະຫະລັດອາເມລິກາ. ທຣັມປ໌ຍັງເປັນຜູ້ກໍ່ຕັ້ງທຣັມປ໌ເອັນເຕີເທນເມນຕ໌ຮີສອດທີ່ມີກິດຈະການກາສິໂນແລະໂຮງແຮມຫຼາຍແຫ່ງທົ່ວໂລກແລະດ້ວຍການໃຊ້ຊີວິດທີ່ຫຼູຫຼາແລະການເວົ້າຈາທີ່ໂຜງຜາງເຮັດໃຫ້ເຂົາມີຊື່ສຽງ ແລະຍັງເປັນສ່ວນໃຫ້ເຂົາປະສົບຄວາມສຳເລັດໃນລາຍການຣຽລລິຕີ້ໂຊທາງຊ່ອງເອັນບີຊີ ທີ່ຊື່ The Apprentice (ທີ່ເຂົາຮັບຕຳແໜ່ງພິທີກອນແລະຜູ້ອຳນວຍການສ້າງ).