ຫົວເຫວີຍ

ຈາກ ວິກິພີເດຍ

ຫົວເຫວີຍເຕັກໂນໂລຊີ (ຈີນຕົວຫຍໍ້: 华为技术有限公司; ຈີນຕົວເຕັມ: 華為技術有限公司; ພິນອິນ: Huáwèi Jìshù Yǒuxiàn Gōngsī; ອັງກິດ: Huawei Technologies) ແມ່ນບໍລິສັດຜູ້ຜະລິດອຸປະກອນເຄືອຂ່າຍແລະອຸປະກອນໂທລະຄົມນາຄົມສັນຊາດຈີນ, ໂດຍມີສຳນັກງານໃຫຍ່ຢູ່ທີ່ເມືອງເຊີນເຈີ້ນ, ມົນທົນກ່ວງຕົງ, ສາທາລະນະລັດປະຊາຊົນຈີນ.[1] ປັດຈຸບັນຫົວເຫວີຍແມ່ນຜູ້ຜະລິດອຸປະກອນເຄືອຂ່າຍແລະໂທລະຄົມນາຄົມລາຍໃຫຍ່ທີ່ສຸດຂອງຈີນ, ແລະແມ່ນຜູ້ຜະລິດອຸປະກອນຕິດຕັ້ງງານໂຄງສ້າງພື້ນຖານຂອງລະບົບໂທລະສັບມືຖືລາຍໃຫຍ່ອັນດັບໜຶ່ງຂອງໂລກໃນປີ ຄ.ສ. 2012.[2]

ໃນປີ ຄ.ສ. 2010, ຫົວເຫວີຍໄດ້ຮັບການຈັດອັນດັບໃຫ້ຢູ່ໃນ 500 ບໍລິສັດໃຫຍ່ຂອງນິຕະຍະສານຟໍຈູນ ດ້ວຍຍອດຂາຍ 21,8 ຕື້ໂດລາສະຫະລັດ, ແລະກຳໄລສຸດທິ 2,67 ຕື້ໂດລາສະຫະລັດ.[3] ປັດຈຸບັນຫົວເຫວີຍຍັງຄົງແມ່ນບໍລິສັດຈຳກັດທີ່ບໍ່ສະເໜີຂາຍຫຸ້ນຕໍ່ປະຊາຊົນທົ່ວໄປ, ແຕ່ຈະກະຈາຍຫຸ້ນໃຫ້ກັບສະເພາະພະນັກງານໃນບໍລິສັດເທົ່ານັ້ນ.[4]

ລາຍການອ້າງອິງ[ດັດແກ້]

  1. "Huawei - Contact us". Huawei official web site. Retrieved 26 ມີນາ 2012.
  2. "Who’s afraid of Huawei?", 3 ສິງຫາ 2012. ຮຽກຂໍ້ມູນວັນທີ 3 ສິງຫາ 2012
  3. "397. Huawei Technologies", 26 July 2010
  4. "Archive copy". Archived from the original on 2016-05-15. Retrieved 2016-11-20.{{cite web}}: CS1 maint: archived copy as title (link)