ດູໄບ

ຈາກ ວິກິພີເດຍ

ດູໄບ (ອາຣັບ: دبيّ, Dubayy; ອັງກິດ: Dubai) ແມ່ນນະຄອນໃຫຍ່ສຸດຂອງສະຫະລັດອາລັບອີມາລັດ. ມີພື້ນທີ່ປະມານ 4,000 ຕາລາງກິໂລແມັດ ແລະມີປະຊາກອນປະມານ 2 ລ້ານຄົນ. ຖືໄດ້ວ່າແມ່ນເມືອງທ່າທີ່ສຳຄັນແຫ່ງນຶ່ງເທິງໂລກ ແລະມີອັດຕາການຈະເລີນເຕິບໂຕຂອງເມືອງສູງຫຼາຍ.