Windows XP

ຈາກ ວິກິພີເດຍ

Windows XP (ຊື່ລະຫັດ Whistler) ແມ່ນລະບົບປະຕິບັດການສຳຫລັບຄອມພິວເຕີສ່ວນບຸກຄົນ ສະເໜີໂດຍ ບໍລິສັດ ໄມໂຄຣຊອບ ແລະເປັນສ່ວນໜຶ່ງຂອງລະບົບປະຕິບັດການຕະກຸນ Windows NT.

ການພັດທະນາຂອງ Windows XP ເລີ່ມຂຶ້ນເມື່ອປະມານຊ່ວງປີ 1990 ພາຍໃຕ້ຊື່ລະຫັດ "Neptune", ເຊິ່ງເປັນລະບົບປະຕິບັດການທີ່ສ້າງເທິງ Windows NT kernel ເຊິ່ງມີກຸ່ມເປົ້າໝາຍເປັນຜູ້ໃຊ້ຕາມເຮືອນ—ແມ່ນ Windows 2000 ລຸ້ນປັບປຸງທີ່ມຸ່ງເນັ້ນເປົ້າໝາຍເປັນຕະຫຼາດທຸລະກິດ. ຢ່າງໃດກໍ່ຕາມ, ໃນເດືອນມັງກອນ ປີ 2000, ທັງສອງໂຄງການໄດ້ລວມກັນເປັນໂຄງການດຽວທີ່ມີຊື່ວ່າ "Whistler" ເຊິ່ງມີກຸ່ມເປົ້າໝາຍທັງຜູ້ໃຊ້ຕາມເຮືອນແລະຕະຫຼາດທຸລະກິດ. Windows XP ແມ່ນລຸ້ນຕໍ່ຈາກ Windows ທີ່ເປັນແບບ MS-DOS based ກ່ຽວກັບຄວາມປອດໄພແລະປະສິດທິພາບໃນການເຮັດວຽກ.[1]

ອ້າງອີງ[ດັດແກ້]

  1. Coursey, David (October 25, 2001). "The 10 top things you MUST know about Win XP". ZDNet. CNET Networks. Retrieved 22 ກໍລະກົດ 2008.