Henri Mouhot

ຈາກ ວິກິພີເດຍ

Henri Mouhot (ອອງ ຣີ ມູຮອທ) ປີ ຄ ສ 1826-1860 ແມ່ນເປັນນັກສຳຫລວດແລະນັກທຳມະຊາດວິທະຍາທີ່ກ້າຫານຊາວຝຣັ່ງ. ອອງ ຣີ ມູຮອທເປັນຜູ້ຄົ້ນພົບວັດບູຮານທີ່ມີຊື່ສຽງຂອງກຳປູເຈ້ຍຄືວັດແອງກໍ Angkor Wat ໃນປີ ຄສ 1860.

ເນື້ອງໃນບົດບັນທືກຂອງລາວໄດ້ຖືກຕີພີມຫລັງຈາກການເສຍຊິວິດຂອງລາວເຊິ່ງພັນລະນາເຖິງຄວາມງົດງາມຂອງເມືອງ ຫຼວງພະບາງແລະພັນລະນາເຖິງຄວາມຫລາຫລາຍຂອງວັດວາອາຣາມໃນເມືອງຫຼວງພະບາງ.

ອອງຣີ ມູຮອທ ເປັນນັກວິທະຍາສາດທີ່ມີຄວາມຮູ້ຫລາຍ,ນັກທຳມະຊາດນິຍົມ,ນັກພືດສາດນິຍົມ,ນັກເຜົ່າພັນສາດ,ນັກຄົ້ນຄວາ້ສັດປະເພດແມງໄມ້,ນັກສັງຄົມສາດ,ນັກສັດວິທະຍາ,ນັກພາສາສາດ,ນັກຄົ້ນຄວ້າປະເພດຫອຍ,ກີ້, ນັກສິນລະປະແລະນັກປະພັນ. ລາວໄດ້ບັນທືກທຸກຢ່າງທີ່ລາວຄົ້ນພົບໂດຍວີທີແຕ້ມແລະການໃຊ້ຄຳລິລິດ, ລາວເປັນພົນລະເມືອງຂອງ ເຈີຊີແລະໄດ້ແຕ່ງງານກັບນາງ ANNETTE ເຊີ່ງເປັນທາຍາດຂອງ Mungo Park. ມູຮອທໄດ້ກາຍເປັນຜູ້ສົນໃນ ດີນແດນ (Land) ໃນຂອບເຂດໄທສະຍາມ(SIAM)ແລະລາວໄດ້ເດີນທາງໄປບອ່ນນັ້ນພາຍໃຕ້ວຽກງານກຸສົນທາງດ້ານພູມສາດສັງຄົມແກ່ລາຊະວົງໃນສະໃໝນັ້ນ ແຕ່ຄ່າໃຊ້ຈ່າຍທັງໝົດແມ່ນລາວເປັນຜູ້ຈ່າຍເອງ.ລາວໄດ້ເດີນທາງທອ່ງທຽ່ວຜ່ານລາວໂດຍການຂີ່ຊ້າງເຊິ່ງເດີນທາງປະມານ 21 KMຕໍ່ວັນຜ່ານພູຜາປ່າດົງທີ່ຕືມໜາແລະໄດ້ສຳເລັດການເດີນທາງປະມານ 500ໄມລຫລືປະມານ 804 KM ຈາກຊາຍແດນຂອງລາວຈົນເຖີງເມືອງຫລວງພະບາງ.

ໃນວັນທີ 25 ກໍລະກົດ ປີ ຄສ 1861 ລາວໄດ້ໄປຮອດເມືອງຫລວງພະບາງແລະໄດ້ປະພັນກຽ່ວກັບ" delightful tittle town"ທີ່ຕັ້ງຢູ່ເທີງພູ "ຖ້າມັນບ່ແມ່ນເປວໄຟແຫ່ງຄວາມຮອ້ນ ມັນຈະເປັນແດນສະຫວັນ" ລາວໄດ້ຖືກຕອ້ນຮັບຢ່າງອົບອຸ່ນຈາກເຈົ້າຊິວິດ ຈັນທະຣາດ (1851-1872).

ຫລັງຈາກນັ້ນ ມູຮອທ ໄດ້ທອ່ງທຽ່ວໄປຕໍ່ແລະຕັ້ງໃຈທີ່ຈະໄປເຖີງແດນດີນຈີນ, ແຕ່ວ່າທ້າຍເດືອນຕຸລາ ປີ ຄສ 1861 ລາວໄດ້ຕິດເຊື້ອພະຍາດ ມາລາເຣຍ ເນື້ອງຈາກພະຍາດນີ້ແລະຄວາມອອ່ນເພຍ ລາວຕັດສີນໃຈກັບຄືນສູ່ເມືອງຫລວງພະບາງ,ແຕ່ລາວກັບບໍ່ຮອດເມືອງຫລວງພະບາງ,ລາວໄດ້ບັນທືກບົດບັນທືກປະຈຳວັນບົດສຸດທ້າຍຂອງລາວໃນວັນທີ 29 ຕຸລາ ຄສ 1861 ແລະລາວໄດ້ເສຍຊິວິດຕໍ່ມາໃນວັນທີ 11 ພະຈິກ ໃນປີດຽວກັນ, ເຊິ່ງເສຍຊິວີດໃນແຄມນ້ຳຄານເຊິ່ງຫ່າງຈາກຕົວເມືອງຫລວງພະບາງໄປທາງພາກຕາເວັນອອກປະມານ 5 ໄມລ ຫລື 8 km, ຜູ້ນຳທາງທີ່ເດີນທາງໄປນຳລາວໄດ້ຝັງສາກສົບລາວຢູ່ບອ່ນນັ້ນແລະເອົາພຽງປື້ມບັນທືກປະຈຳວັນຂອງລາວຕິດຕົວກັບບາງກອກ,ຫລັງຈາກນັ້ນເນືອ້ໃນຂອງປື້ມບັນທືກໄດ້ຖືກຕີພີມໃນ " Travel in Siam, Cambodia and Laos".

ສຸສານຝັງສົບຂອງເຮັນຣີ ມູຮອທໄດ້ຖືກສ້າງຂື້ນແບບຝຣັ່ງເຊິ່ງສ້າງຂື້ນໃນ ຄ ສ 1867 ໂດຍຜູ້ບັນຊາການຝຣັ່ງ Doudart de Lagree.ຫລັງຈາກນັ້ນກໍຄືກັນກັບ ແອງກໍ (Angkor),ມັນໄດ້ຖືກປົກຮົ່ມໂດຍສິ່ງຮົກເຮື້ອແລະຖືກລືມໄປ,ຈົນເຖິງປີ ຄສ 1990 ມັນໄດ້ຖືກຄົ້ນພົບໂດຍນັກຂ່າວຊາວຝຣັ່ງ Jean Michel Stronbino ໂດຍການຊ່ວຍເຫລືອຈາກຜູ້ນຳທາງຊາວລາວ MONKLOL SASORITH . ຍອ້ນແນວນັ້ນ,ລັດຖະບານຝຣັ່ງໄດ້ເຫັນດີໃນການສ້າງຫີນສະລັກແລະການບຳລຸງຮັກສາໃນບ້ານເກີດຂອງລາວ Montbeliard.

ອ້າງອີງ[ດັດແກ້]