Halo effect

ຈາກ ວິກິພີເດຍ

ການຄິດແບບຍ້ອງຍໍ(ພາສາອັງກິດຂຽນວ່າ: Halo effect) ແປວ່າການຄິດແບບລຳອຽງ(Cognitive bias) ທີ່ເກີດຂຶ້ນເມື່ອສັນຊາດຍານຂອງບຸກຄະລິກກະພາບຫນຶ່ງສ້າງຕົວຂຶ້ນ ເນື່ອງອິດທິພົນ ຂອງບຸກຄະລິກກະພາບເກ່ົາ ຕາມຂັ້ນຕອນການຕີຄວາມຫມາຍ

ນັກຈິດຕະວິທະຍາ ຄົນອາເມລິການ ຊື່ວ່າ ແອດເວີດ ແອວ ທອນໄດ ເປັນຜູ້ທຳອິດທີ່ສະຫນັບສະຫນູນທິດສະດີ ”ການຄິດແບບຍ້ອງຍໍ” ທີ່ໄດ້ມາຈາກການຄົ້ນຄວ້າວິໄຈແບບທົດລອງ (Empirical research) ໃນການຄົ້ນຄວ້າວິໄຈດ້ານຈິດຕະວິທະຍາ ທີ່ໄດ້ພິມອອກເມື່ອປີ 1920

ການຄິດແບບຍ້ອງຍໍ ຫລື halo effect ນີ້ ມີຄວາມກ່ຽວຂ້ອງກັບທິດສະດີ ບຸກຄະລິກກະພາບແບບອະທິບາຍ (Implicit personality theory) ໂດຍນັກຈິດຕະວິທະຍາດ້ານສັງຄົມສາດ ແຮໂຣນ ເຄລີ ສະແດງໃຫ້ຮູ້ວ່າ: ບຸກຄະລິກກະພາບ ທຳອິດທີ່ເຮົາເຫັນ ຫລື ຮຽນຮູ້ຈາກຜູ້ອື່ນນັ້ນ ຈະມີອິທິພົນຕໍ່ການແປຄວາມຫມາຍ ແລະ ສັນຊາດຕະຍານ ຂອງບຸກຄະລິກກະພາບທີ່ມາຕາມຫລັງ ຍ້ອນວ່າ ມີການວາງມາດຕະການປຽນທຽບໄວ້ແລ້ວ ຕົວຢ່າງ: ຄົນທີ່ຫນ້າຕາງົດງາມ ມັກຈະເຮັດໃຫ້ຄິດໂດຍອະທິບາຍວ່າເປັນຄົນທີ່ມີບຸກຄະລິກກະພາບດີ ແລະ ມີຄວາມສາມາດ ຫລາຍກວ່າຜູ້ທີ່ມີຫນ້າຕາທຳມະດາ ດັ່ງນັ້ນ ເຮົາຈຶ່ງມັກພົບເຫັນ ການໃຊ້ຜູ້ທີ່ມີຊື່ສຽງເປັນຕົວສະຫນັບສະຫນູນສິນຄ້າ ທີ່ເຮົາເອງບໍ່ຮູ້ວ່າດີຫລືບໍ່ ເຫັນເພິ່ນມັກ ເຮົາກະມັກນຳເພີ່ນ.

ເອກະສານອ້າງອີງ[ດັດແກ້]

  • Weisman, Jonathan. "Snow Concedes Economic Surge Is Not Benefiting People Equally", washingtonpost.com, August 9, 2005.
  • Deutsch, Claudia H.. "With Its Stock Still Lackluster, G.E. Confronts the Curse of the Conglomerate", nytimes.com, August 16, 2006.
  • Hatcher, Cathrine. "Polishing Your Halo", cbs11tv.com, January 14, 2008.