Externality

ຈາກ ວິກິພີເດຍ

ຜົນກະທົບພາຍນອກ (ຂຽນເປັນພາສາອັງກິດວ່າ: externality ຫລື spillover) ສາຂາເສດຖະສາດ ອະທິບາຍວ່າ: ຜົນກະທົບພາຍນອກ ແມ່ນຜົນກະທົບຕໍ່ບຸກຄົນ ຫລື ນິຕິບຸກຄົນ ທີ່ບ່ໍມີສ່ວນກ່ຽວຂ້ອງໂດຍກົງ ກັບວຽກງານທາງດ້ານເສດຖະກິດ.

ຜົນກະທົບພາຍໃນ ທີ່ກໍ່ໃຫ້ເກີດປະໂຫຍດ ເອີ້ນວ່າ ຜົນກະທົບພາຍນອກດ້ານບວກ (positive externality ຫລື external benefit) ຕົວຢ່າງ: ການສ້າງອ່າງເກັບນ້ຳເປື້ອນ ຈະກໍ່ໃຫ້ເກີດ ຜົນກະທົບດ້ານບວກແກ່ບ້ານອ້ອມຂ້າງ

ສ່ວນຜົນກະທົບພາຍໃນ ທີ່ກໍ່ໃຫ້ເກີດຜົນເສຍຫາຍນັ້ນ ເອ້ີນວ່າ ຜົນກະທົບພາຍນອກດ້ານລົບ (negative externality ຫລື external cost) ຕົວຢ່າງ: ໂຮງງານ(ພາຍໃນ)ຈະເກີດມົນລະພິດອອກສູ່ຊຸມຊົນ (ທີ່ຢູນອກໂຮງງານ)

ຕົ້ນທຶນ ຫລື ປະໂຫຍດຕໍ່ສັງຄົມ ທີ່ເກີດຈາກຜົນກະທົບພາຍນອກ ບໍ່ຄ່ອຍຖືກຄຳນວນເປັນຕົ້ນທຶນສິນຄ້າ ຫລື ການບໍລິການ ຈຶ່ງເຮັດໃຫ້ລາຄາສິນຄ້າ ແລະ ການບໍລິການ ມີຄ່າສູງ ຫລື ຕ່ຳຫລາຍເກີນໄປ ສົ່ງຜົນໃຫ້ກົນໄກ ຕະຫລາດໃນປັດຈຸບັນ ຍັງບໍ່ສະທ້ອນເຖິງຜົນກະທົບຕໍ່ສັງຄົມ ຫລື ສິ່ງແວດລ້ອມທົ່ວໄປ.

Source[ດັດແກ້]

ແຫລ່ງຂໍ້ມູນນີ້: http://th.wikipedia.org