Jump to content

ສົມເດັດພະເຈົ້າຊາລລ໌ທີ 3 ແຫ່ງສະຫະລາຊະອານາຈັກ

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ Charles III)
ສົມເດັດພະເຈົ້າຊາລລ໌ທີ ໓

ພະບໍລົມນາມາພິໄທຊາລສ໌ ຟິລິປ ອາຣ໌ເທອຣ໌ ຈອຣ໌ຈ
ພະປໍລະມາພິໄທຊາລສ໌ທີສາມ ໂດຍພະຄຸນແຫ່ງພະຜູ້ເປັນເຈົ້າ ພະເຈົ້າມະຫາຊີວິດແຫ່ງສະຫະລາຊະອານາຈັກບຣິເຕນໃຫຍ່ ແລະ ອຽກລັງເໜືອ ແລະອານາຈັກອື່ນໆ ຂອງພະອົງ ປະມຸຂແຫ່ງເຄືອຈັກກະພົບ ພະຜູ້ພິທັກສັດທາ
ພະລາຊະອິສະລິຍະຍົດພະມະຫາກະສັດແຫ່ງສະຫະລາຊະອານາຈັກບຣິເຕນໃຫຍ່ ແລະ ອຽກລັງເໜືອ
ລາຊະວົງເມັາທ໌ແບທເທັນ-ວິນເຊອຣ໌ (ລາຊະວົງວິນເຊອຣ໌)
ຄອງລາດ8 ກັນຍາ ຄ.ສ. 2022 - ປັດຈຸບັນ
ບໍລົມລາຊາພິເສກ6 ພຶດສະພາ ຄ.ສ. 2023
ລາຊະການກ່ອນໜ້າສົມເດັດພະລາຊິນີນາດເອລີຊາແບັດທີ 2
ຂໍ້ມູນສ່ວນພະອົງ
ພະລາຊະສົມພົບ14 ພະຈິກ ຄ.ສ. 1948 (77 ພັນສາ)
ບ່ອນທີ່ພະລາຊະສົມພົບນະ ພະລາຊະວັງບັກກິງແຮມ ນະຄອນເວສຕ໌ມິນສເຕອຣ໌ ລອນດອນ ສະຫະລາຊະອານາຈັກ
ພະລາດຊະບິດາເຈົ້າຊາຍຟິລິປ ດຍຸກແຫ່ງເອເດນບອກ
ພະລາດຊະມານດາສົມເດັດພະລາຊິນີນາດເອລີຊາແບັດທີ 2
ພະບໍລົມລາຊິນີຄາມິນລາ ແຊນດ໌ (ສົມລົດ 2005)
ພະວໍລະຊາຍາໄດອານາ ສະເປນເຊອຣ໌ (1981–1996; ຢ່າ)
ພະລາດຊະບຸດເຈົ້າຊາຍວິນລຽມ ເຈົ້າຊາຍແຫ່ງການ
ເຈົ້າຊາຍແຮຣີ້ ດຍຸກແຫ່ງ​ຊັກແຊັກ
ລາຍພະອະພິໄທ

ສົມເດັດພະເຈົ້າຊາລລ໌ທີ 3 (ອັງກິດ: Charles III) ພະນາມເຕັມ ຊາລສ໌ ຟິລິປ ອາຣ໌ເທອຣ໌ ຈອຣ໌ຈ (Charles Philip Arthur George; ພະລາຊະສົມພົບ 14 ພະຈິກ ຄ.ສ. 1948) ແມ່ນພະມະຫາກະສັດສະຫະລາຊະອານາຈັກແລະອີກ 14 ປະເທດເຄືອຈັກກະພົບ[ໝາຍເຫດ 1]

ສົມເດັດພະເຈົ້າຊາລສ໌ສະເດັດພະລາຊະສົມພົບ ນະ ພະລາຊະວັງບັກກິງແຮມໃນລາຊະສະໄໝຂອງສົມເດັດພະເຈົ້າຈອຣ໌ຈທີ 6 ພະໄອຍະກາ ແລະກາຍເປັນທາຍາດຜູ້ມີສິດທິໂດຍຕົງເມື່ອສົມເດັດພະລາຊິນີນາດເອລີຊາແບັດທີ 2 ພະລາຊະມານດາ ຂຶ້ນຄອງລາດໃນ ຄ.ສ. 1952

ສົມເດັດພະເຈົ້າຊາລສ໌ຄອງລາດຫຼັງພະລາຊະມານດາສະຫວັນຄົດໃນວັນທີ 8 ກັນຍາ ຄ.ສ. 2022 ດ້ວຍພະຊົນພັນສາ 73 ພັນສາ ພະອົງແມ່ນລາຊະທາຍາດທີ່ດຳລົງພະຍົດອົງລາຊະທາຍາດຍາວນານທີ່ສຸດໃນປະຫວັດສາດ ແລະແມ່ນລາຊະທາຍາດທີ່ພະຊົນມາຍຸມາກທີ່ສຸດທີ່ສືບລາຊະບັນລັງສະຫະລາຊະອານາຈັກ ພະລາຊະພິທີລາຊາພິເສກຈັດຂຶ້ນບ່ອນທີ່ມະຫາວິຫານເວສຕ໌ມິນສເຕີອຣ໌ໃນວັນທີ 6 ພຶດສະພາ ຄ.ສ. 2023

  1. ນອກຈາກສະຫະລາຊະອານາຈັກແລ້ວ 14 ປະເທດເຄືອຈັກກະພົບ ຄື ອັງຕີກາ ແລະ ບາກບູດາ, ອົດສະຕຣາລີ, ບາຮາມາດ, ເບລິດ, ການາດາ, ເກຣເນດາ, ເຈເມກາ, ນູແວນ​ເຊລັງ, ປາປົວນິວກິນີ, ເຊນຄິດ ແຮກເນວິສ, ເຊນລູເຊຍ, ເຊນສິນເຊນ ແຮກເກຣນາດິນ, ໝູ່ເກາະໂຊໂລມອນ ແລະຕູວາລູ
ຂໍ້ຜິດພາດ: <ref> tags exist for a group named "ໝາຍເຫດ", but no corresponding <references group="ໝາຍເຫດ"/> tag was found.