ບລູ ບີດໂທຣ (ຮູບເງົາ)
| ບລູ ບີດໂທຣ | |
|---|---|
ໂປສເຕີຮູບເງົາ | |
| ກຳກັບ | ແອງເຈລ ມາດູເອລ ໂຊໂຕ |
| ຂຽນບົດ | ແກເຣດ ດັນເນັດ-ອັລໂຄເຊີ |
| ສ້າງຈາກ | ຕົວລະຄອນ from ດີຊີ |
| ອຳນວຍການສ້າງ |
|
| ນັກສະແດງນຳ | |
| ກຳກັບພາບ | Pawel Pogorzelski |
| ຕັດຕໍ່ | Craig Alpert |
| ດົນຕີປະກອບ | Bobby Krlic |
| ບໍລິສັດຜູ້ສ້າງ | |
| ຈຳໜ່າຍ/ເຜີຍແຜ່ | ວໍເນີ ບຣາເທີສ໌ ພິກເຈີສ໌ |
| ວັນສາຍ |
17 ສິງຫາ 2566 (ປະເທດລາວ) |
| ຄວາມຍາວ | 127 ນາທີ[1] |
| ປະເທດ | ສະຫະລັດອາເມຣິກາ |
| ພາສາ | |
| ທຶນສ້າງ | 120 ລ້ານໂດລາສະຫະລັດ[2] |
ບລູ ບີດໂທຣ (ອັງກິດ: Blue Beetle) ເປັນຮູບເງົາຊູເປີຮີໂຣອາເມຣິກາທີ່ກຽມອອກສາຍສ້າງຈາກຕົວລະຄອນຂອງດີຊີ ຄໍມິກສ໌ ບລູ ບີດໂທຣ/ເຈມ ເຣສ໌ ຜະລິດໂດຍດີຊີ ສະຕູດິໂອສ໌ ແລະ Safran Company ກຳກັບໂດຍແອງເຈລ ມາດູເອລ ໂຊໂຕ ຈາກບົດຮູບເງົາຂອງແກເຣດ ດັນເນັດ-ອັລໂຄເຊີ ມີເປົ້າໝາຍໃຫ້ເປັນຮູບເງົາເລື່ອງທີ 14 ໃນຈັກກະວານຂະຫຍາຍດີຊີ ຮູບເງົາເລື່ອງນີ້ນຳສະແດງໂດຍໂຊໂລ ມາຣິດູເອວຢາ ໃນບົດ ເຈມ ເຣສ໌/ບລູ ບີດໂທຣ ຮ່ວມກັບ Adriana Barraza, Damián Alcázar, Raoul Max Trujillo, ຊູຊານ ຊາແຣນດອນ ແລະ ຈັອດຈ໌ ໂລເປຊ.
ການພັດທະນາຮູບເງົາເລີ່ມຂຶ້ນໃນປາຍເດືອນພະຈິກປີ 2018 ໂດຍມີ ດັນເນັດ-ອັລໂຄເຊີ ຮັບໜ້າທີ່ຂຽນບົດຮູບເງົາ ໂຊໂຕໄດ້ຮັບການວ່າຈ້າງໃຫ້ກຳກັບຮູບເງົາເລື່ອງນີ້ໃນເດືອນກຸມພາປີ 2021 ສຳລັບບໍລິການສະຕຣີມມິງເອັສບີໂອ ແມັກຊ໌ ມາຣິດູເອວຢາໄດ້ຮັບຄັດເລືອກໃນເດືອນສິງຫາ ແລະ ຮູບເງົາເລື່ອງນີ້ໄດ້ຮັບການປ່ຽງສາຍໃນໂຮງຮູບເງົາໃນເດືອນທັນວາ ການຄັດເລືອກໃນສະແດງເພີ່ມເຕີມມີຂຶ້ນໃນຊ່ວງປີ 2022 ກ່ອນທີ່ການຖ່າຍທຳຈະເລີ່ມຂຶ້ນຕັ້ງແຕ່ປາຍເດືອນພຶດສະພາ ຫາ ກາງເດືອນກໍລະກົດໃນນະຄອນແອດແລນຕາທີ່ Wilder Studios ໃນດີເຄເຕີ ລັດຈໍເຈຍ ລວມເຖິງໃນເອລ ປາໂຊ ລັດເທັກຊັດ ແລະ ປອກໂຕຣິໂກ.
ບລູ ບີດໂທຣ ມີກຳນົດເຂົ້າສາຍໃນອາເມຣິກາວັນສຸກທີ 18 ສິງຫາ 2023 ໂດຍວໍເນີ ບຣາເທີສ໌ ພິກເຈີສ໌ ສຳລັບໃນປະເທດລາວມີກຳນົດເຂົ້າສາຍໃນວັນພະຫັດທີ 17 ສິງຫາ 2023