Jump to content

ບາຣ໌ບີ້ (ຮູບເງົາ)

ຈາກ ວິກິພີເດຍ
(ປ່ຽນເສັ້ນທາງມາຈາກ Barbie (film))
ບາຣ໌ບີ້
ໂປສເຕີຮູບເງົາ
ກຳກັບເກຣຕ້າ ເກີຣ໌ວິກ
ຂຽນບົດ
ສ້າງຈາກບາຣ໌ບີ້
ໂດຍ ແມດເທລ
ອຳນວຍການສ້າງ
ນັກສະແດງນຳ
ກຳກັບພາບໂຣດຣິໂກ ປຣິເອໂຕ
ຕັດຕໍ່ນິກ ຮອຍ
ດົນຕີປະກອບອາແລັກຊັອງເດີຣ໌ ແດັສປລາ
ບໍລິສັດຜູ້ສ້າງ
ຈຳໜ່າຍ/ເຜີຍແຜ່ວໍເນີ ບຣາເທີສ໌ ພິກເຈີສ໌
ວັນສາຍ
  • 21 ກໍລະກົດ ຄ.ສ. 2023 (2023-07-21) (ສະຫະລັດອາເມຣິກາ)

  • 27 ກໍລະກົດ ຄ.ສ. 2023 (2023-07-27) (ລາວ)
ຄວາມຍາວ114 ນາທີ[1]
ປະເທດສະຫະລັດອາເມຣິກາ
ພາສາອັງກິດ
ທຶນສ້າງ128–145 ລ້ານໂດລາສະຫະລັດ[2][3]
ລາຍໄດ້1.428 ຕື້ໂດລາສະຫະລັດ[4][5]

ບາຣ໌ບີ້ (ອັງກິດ: Barbie) ເປັນຮູບເງົາແນວຕະຫຼົກຈິນຕະນາການສັນຊາດອາເມຣິກາທີ່ກຳລັງເຂົ້າສາຍ[6] ກຳກັບໂດຍເກຣຕ້າ ເກີຣ໌ວິກ ຜູ້ຮ່ວນຂຽນບົດກັບໂນອາ ບອມແບກ ອີງຈາກຕຸກກະຕາແຟຊັນບາຣ໌ບີ້ໂດຍແມດເທລ ຮູບເງົາເລື່ອງນີ້ເປັນຮູບເງົາສະບັບຄົນສະແດງເລື່ອງທຳອິດຫຼັງຈາກທີ່ມີການເຮັດໜັງແຜ່ນຮູບເງົາຄອມພິວເຕີແອນິເມຊັນ ແລະ ໂທລະພາບຜ່ານສັນຍານຕໍ່ເນື່ອງຫຼາຍເລື່ອງ ຮູບເງົາເລື່ອງນີ້ນຳສະແດງໂດຍ ມາໂກຕ໌ ຣັອບບີ ແລະ ໄຣອັນ ກອສລິງ ໃນບົດບາຣ໌ບີ້ ແລະ ເຄນ ພ້ອມດ້ວຍນັກສະແດງສົມທົບຢ່າງຫຼວງຫຼາຍ.

ຮູບເງົາເລື່ອງນີ້ໄດ້ຮັບການປະກາດຕົວໃນເດືອນກັນຍາປີ 2009 ໂດຍຢູນິເວີແຊລ ພິກເຈີສ໌ ໂດຍມີລໍເຣນສ໌ ມາກ ອຳນວຍການສ້າງ ແຕ່ການພັດທະນາເລີ່ມຂຶ້ນໃນເດືອນກັນຍາປີ 2014 ເມື່ອໂຊນີ ພິກເຈີສ໌ໄດ້ຮັບລິຂະສີດ ຫຼັງຈາກການປ່ຽນຜູ້ຂຽນບົດ ແລະ ຜູ້ກຳກັບຫຼາຍຄັ້ງ ແລະ ການຄັດເລືອກນັກສະແດງຍິງສອງຄົນທີ່ແຕກຕ່າງກັນເພື່ອຮັບບົດນຳ ໂຊນີສູນເສຍລິຂະສິດ ແລະ ຕໍ່ມາກໍໂອນລິຂະສິດໃຫ້ກັບວໍເນີ ບຣາເທີສ໌ ພິກເຈີສ໌ໃນເດືອນຕຸລາປີ 2018 ໂດຍມີຣັອບບີຢູ່ລະຫວ່າງການເຈລະຈາເພື່ອສະແດງ ຣັອບບີໄດ້ຮັບການຄັດເລືອກໃນປີ 2019 ແລະ ຮັບໜ້າທີ່ເປັນຜູ້ອຳນວຍການສ້າງ (ພາຍໃຕ້ຊື່ບໍລິສັດລັກກີ ຊິບ ເອນເຕີເທນເມນ) ໂດຍໄດ້ຮັບເຄຣດິດໃນການຜະລິດຮ່ວມກັບເຮເດ ຟີມສ໌ ແລະ ແມດເທລ ຟີມສ໌ ເກີວິກໄດ້ຮັບການຢືນຢັນໃຫ້ເປັນຜູ້ກຳກັບ ແລະ ຜູ້ຂຽນບົດຮ່ວມກັບບອມແບກໃນປີ 2021 ກອສລິງ ແລະ ທີມນັກສະແດງທີ່ເຫຼືອມີການປະກາດໃນຊ່ວງຕົ້ນປີ 2022 ການຖ່າຍທຳສ່ວນໃຫຍ່ເກີດຂຶ້ນທີ່ວໍເນີ ບຣາເທີສ໌ ສະຕູດິໂອສ໌, ລີບສ໌ເດັນ ໃນປະເທດອັງກິດຕັ້ງແຕ່ເດືອນມີນາເຖິງກໍລະກົດປີ 2022

ບາຣ໌ບີ້ ມີກຳນົດສາຍໃນສະຫະລັດອາເມຣິກາວັນທີ 21 ກໍລະກົດ 2023 ໂດຍ ວໍເນີ ບຣາເທີສ໌ ພິກເຈີສ໌ ໃນ ປະເທດລາວ ວັນທີ 27 ກໍລະກົດ 2023 ຮູບເງົາໄດ້ຮັບຄຳວິຈານໃນແງ່ບວກ​ຢ່າງ​ລົ້ນ​ເຫຼືອ ໂດຍສະເພາະຢ່າງຍິ່ງງານສ້າງການຜະລິດ ການກຳກັບຂອງເກີຣ໌ວິກ ເພງປະກອບ ແລະ ການສະແດງຂອງນັກສະແດງ (ໂດຍສະເພາະຂອງຣັອບບີ , ກອສລິງ ແລະ ເຟີເຣຣາ)

ນັກສະແດງ

[ດັດແກ້]
Margot Robbie at the 2016 San Diego Comic Con International in San Diego, California.
Ryan Gosling at the 2017 San Diego Comic Con International in San Diego, California.
ມາໂກຕ໌ ຣັອບບີ (ຊ້າຍ) ແລະ ໄຣອັນ ກອສລິງ (ຂວາ) ຮັບບົດເປັນບາຣ໌ບີ້ ແລະ ເຄນຕາມລຳດັບ
  • ມາຣ໌ໂກ ຣັອບບີ ຮັບບົດ ບາຣ໌ບີ້ ຖືກເອີ້ນໃນໜັງວ່າ ບາຣ໌ບີ້ ຕົ້ນແບບ ໃນຕອນຈົບນາງເປັນມະນຸດ ແລະ ມີຊື່ວ່າ ບາຣ໌ບາຣາ ໂຣເບີດ[7]
  • ໄຣອັນ ກອສລິງ ຮັບບົດ ເຄນ[8] ຕຸກກະຕາຊາຍຜູ້ທີ່ຮັກບາຣ໌ບີ້ຂ້າງດຽວ ແລະ ພ້ອມຈະພິສູດຕົນເອງໃຫ້ບາຣ໌ບີ້ໄດ້ເຫັນ
  • ອາເມຣິກາ ເຟີເຣຣາ[9] ຮັບບົດ ກລໍເລຍ ພະນັກງານບໍລິສັດແມດເທລ ຜູ້ທີ່ໄດ້ພົບບາຣ໌ບີ້ໃນໂລກຈິງ ແລະ ມີການເຊື່ອມໂຍງກັບນາງ
  • ເຣຍ ເພີຣ໌ລແມນ ຮັບບົດ ຣູດ ແຮນເລີ ແມ່ເຖົ້າຜູ້ປຽບສະເໝືອນພຣະເຈົ້າຜູ້ສ້າງບາຣ໌ບີ້ ດັດແປງຈາກບຸກຄົນຈິງທີ່ປະດິດຕຸກກະຕາບາຣ໌ບີ້ໃນປີ 1959 ແລະ ເປັນປະທານຜູ້ຮ່ວມກໍ່ຕັ້ງບໍລິສັດແມດເທລ
  • ວິລ ເຟີເຣລ ຮັບບົດ ປະທານບໍລິຫານບໍລິສັດແມດເທລ[10]
  • ອາຣີອານາ ກຣີນແບລດທ໌ ຮັບບົດ ຊາຊາ ລູກສາວຂອງກລໍເຣຍໄວ 14 ປີ ຜູ້ເຊິ່ງເຕີບໂຕ ແລະ ແຍກກັບແມ່ຂອງນາງ
    • Genvieve Toussaint ຮັບບົດ ຊາຊາ ໄວ 6 ປີ
  • ບາຣ໌ບີ້ໃນຮູບແບບຕ່າງໆ ຮັບບົດໂດຍ:
    • ເຄດ ແມັກຄິນນອນ ຮັບບົດບາຣ໌ບີ້ພ້ຽນref>Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).</ref>[11]
    • ອີຊາ ແຮ ຮັບບົດ ບາຣ໌ບີ້ປະທານາທິບໍດີ[12][11]
    • ຮາຣີ ເນຟ ຮັບບົດ ບາຣ໌ບີ້ໝໍ[11]
    • ອາເລັກຊານດຣາ ຊິບປ໌ ຮັບບົດ ບາຣ໌ບີ້ນັກຂຽນ[13][11]
    • ເອັມມາ ແມັກຄີ ຮັບບົດ ບາຣ໌ບີ້ນັກຟີຊິກ[14][11]
    • ຊາຣອນ ຣູນີ ຮັບບົດ ບາຣ໌ທະນາຍຄວາມ[12]
    • ດົວ ລີປາ ຮັບບົດ ບາຣ໌ບີ້ນາງເງືອກ[15][11]
    • ນິໂຄລາ ຄອກແລນ ຮັບບົດ ບາຣ໌ບີ້ນັກການທູດ[12][11]
    • ອະນາ ຄຣູຊ ເຄຍ໌ນ ຮັບບົດບາຣ໌ບີ້ຜູ້ພິພາກສາ[12][11]
    • ຣິທູ ອາເຣຍ ຮັບບົດ ບາຣ໌ບີ້ນັກຂ່າວ[12][11]
  • ເຄນໃນຮູບແບບຕ່າງໆ ຮັບບົດໂດຍ:
  • ຄອນເນີ ສະວິນເດລສ໌ ຮັບບົດ ແອຣອນ ດິນກິນສ໌ ເດັກເຝິກງານຂອງບໍລິສັດແມດເທລ
  • ໄມເຄິລ ເຊຣາ ຮັບບົດ ອັລລັນ ຕຸກກະຕາທີ່ບໍ່ໄດ້ຮັບຄວາມສົນໃຈຈາກເຫຼົ່າເຄນ ພຽງເພາະລາວບໍ່ແມ່ນເຄນ[11]
  • ເຈມີ ເດເມດຣູອູ ຮັບບົດ ໜຶ່ງໃນຜູ້ບໍລິຫານບໍລິສັດແມດເທລ
  • ເອເມີຣັລ ເຟນເນລ ຮັບບົດ ມິດຈ໌[12]
  • ແອນ ຣອດທ໌ ຮັບບົດ ແມ່ເຖົ້າຜູ້ໄດ້ພົບກັບບາຣ໌ບີ້ທີ່ໂຮງຮຽນຂອງຊາຊາ
  • Deb Hiett ຮັບບົດ ແພດຍິງທີ່ໄດ້ພົບກັບເຄນທີ່ໂຮງໝໍ

ຮ່ວມດ້ວຍ ໄຣອັນ ພຽຍສ໌ ວິນລຽສ ໃນບົດ ສາມີຂອງກລໍເລຍ ພໍ່ຂອງຊາຊາ ແລະ ມາຣິສາ ອາເບລລາ ໃນບົດທີ່ຍັງບໍ່ເປີດເຜີຍ

ເພງປະກອບ

[ດັດແກ້]
'ບາຣ໌ບີ້:ດິ ອະລະບ້ຳ (ອະລະບໍ້າເພງປະກອບຮູບເງົາ ບາຣ໌ບີ້)[18]
ລຳດັບຊື່ເພງເນື້ອເພງທຳນອງPerformer(s)ຍາວ
1."Pink"  Lizzo 
2."Dance the Night"
Dua Lipa2:56
3."Barbie World (ໂລກບາຣ໌ບີ້)"
RiotUSANicki Minaj and Ice Spice with Aqua1:49
4."Speed Drive"EasyfunCharli XCX1:57
5."Watati"Ovy on the DrumsKarol G featuring Aldo Ranks2:46
6."Man I Am"Sam SmithSam Smith 
7."Journey to the Real World"  Tame Impala 
8."I'm Just Ken"
  • Ronson
  • Wyatt
 Ryan Gosling 
9."Hey Blondie"  Dominic Fike 
10."Home"  Haim 
11."What Was I Made For?"
Billie Eilish3:42
12."Forever & Again"  The Kid Laroi 
13."Silver Platter"  Khalid 
14."Angel"
  • BloodPop
  • Count Baldor
  • PinkPantheress
PinkPantheress2:03
15."Butterflies"  Gayle 
16."Choose Your Fighter"  Ava Max 
17."Barbie Dreams"Space PrimatesFifty Fifty featuring Kaliii2:29
ໝາຍເຫດ

ອ້າງອີງ

[ດັດແກ້]
  1. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  2. ↑ ຂໍ້ຜິດພາດ: Invalid <ref> tag; no text was provided for refs named "Deadline-Previews".
  3. ↑ ຂໍ້ຜິດພາດ: Invalid <ref> tag; no text was provided for refs named "Paskin".
  4. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  5. ↑ ແມ່ແບບ:Cite The Numbers
  6. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  7. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  8. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  9. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  10. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  11. 1 2 3 4 5 6 7 8 9 10 11 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  12. 1 2 3 4 5 6 7 8 9 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  13. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  14. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  15. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  16. 1 2 Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  17. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).
  18. ↑ Lua error in Module:Citation/CS1/Utilities at line 38: bad argument #1 to 'ipairs' (table expected, got nil).