​ວິ­ທະ­ຍາ­ໄລ​ການ​ເງິນ​ພາກ​ກາງ​ດົງ​ຄຳ​ຊ້າງ

ຈາກ ວິກິພີເດຍ

ສະ​ຖາ​ບັນ​ເສດ­ຖະ­ກິດ-ການ​ເງິນ ຄວາມ​ເປັນ​ມາ​ຂອງ​ໂຮງ­ຮຽນ​ການ​ເງິນ ໃນ​ເມື່ອ​ກ່ອນ​ມີ​ຊື່­ວ່າ: ໂຮງ­ຮຽນ​ການ​ເງິນ ໄດ້​ສ້າງ­ຕັ້ງ​ຂຶ້ນ​ໃນ​ປີ 1971 ຢູ່​ເມືອງ​ກ້າງ ແຂວງ​ຫົວ­ພັນ ໄດ້​ເປີດ​ສອນ​ນັກ­ຮຽນ​ການ​ເງິນ​ຊັ້ນ​ກາງ 3 ລຸ້ນ ມີ​ນັກ​ສຶກ​ສາ​ຮຽນ​ທັງ​ໝົດ 138 ຄົນ ມາ​ຮອດ​ປີ 1978 ໂຮງ­ຮຽນ​ການ​ເງິນ ໄດ້​ຍ້າຍ​ມາ​ຕັ້ງ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ສະ­ຖານ­ທີ່​ຕັ້ງ​ຢູ່​ບ້ານ​ທ່າ​ງ່ອນ ເມືອງ​ໄຊ​ທາ­ນີ.

ນັບ​ແຕ່​ປີ 1987 ເຖິງ​ປັດ­ຈຸ­ບັນ ໂຮງ­ຮຽນ​ໄດ້​ກໍ່­ສ້າງ​ນັກ​ສຶກ​ສາ ຂະ­ແໜງ­ການ​ເງິນ-ການ​ບັນ­ຊີ ໃນ​ລະ­ດັບ​ຊັ້ນ​ກາງ ລະ­ບົບ​ກໍ່­ສ້າງ 15 ລຸ້ນ ມີ​ນັກ​ສຶກ​ສາ​ຮຽນ​ຈົບ 8.116 ຄົນ ລະ­ບົບ​ບຳ­ລຸງ 5 ລຸ້ນ ນັກ​ສຶກ​ສາ​ຮຽນ​ຈົບ 1.335 ຄົນ ຊັ້ນ​ສູງ ລະ­ບົບ​ກໍ່­ສ້າງ 2 ລຸ້ນ ນັກ​ສຶກ​ສາ​ຈົບ 1.069 ຄົນ ຍິງ 439 ຄົນ ລະ­ບົບ​ຕໍ່​ເນື່ອງ 2 ລຸ້ນ ນັກ​ສຶກ​ສາ​ຮຽນ​ຈົບ 476 ຄົນ ຍິງ 144 ຄົນ ພ້ອມ​ດຽວ​ກັນ​ນັ້ນ ວິ­ທະ­ຍາ­ໄລ​ການ​ເງິນ​ພາກ​ກາງ ມີ​ການ​ພັດ­ທະ­ນາ​ຍົກ​ລະ­ດັບ​ຫຼັກ­ສູດ​ລະ­ບົບ​ຊັ້ນ​ສູງ ເຂົ້າ​ສູ່​ປະ­ລິນ­ຍາ​ຕີ ແລະ ເປີດ​ການ​ຮຽນ-ການ​ສອນ​ໃນ​ລະ­ດັບ​ປະ­ລິນ­ຍາ​ຕີ ແລະ ລະ­ບົບ​ກໍ່­ສ້າງ ຮຽນ 5 ປີ ແລະ ລະ­ບົບ​ຕໍ່​ເນື່ອງ 2 ປີ ມີ​ນັກ­ຮຽນ​ພວມ​ເຂົ້າ​ຮຽນ​ທັງ​ໝົດ 2.376 ຄົນ ນີ້​ກໍ​ເພື່ອ​ເປັນ​ການ​ປັບ­ປຸງ​ພັດ­ທະ­ນາ​ການ​ສຶກ​ສາ ເຝິກ­ອົບ­ຮົມ ຍົກ​ລະ­ດັບ​ຂອງ​ສະ​ຖາ​ບັນ​ໃຫ້​ມີ​ຄຸນ​ນະ​ພາບ ໃນ​ການ​ສ້າງ​ບຸກ​ຄະ­ລາ​ກອນ​ດ້ານ​ການ​ເງິນ ມີ​ຄວາມ​ຮູ້​ຄວາມ​ສາ­ມາດ ມີ​ຈັນ​ຍາ​ບັນ​ວິ­ຊາ​ຊີບ ມີ​ຄຸນ​ນະ​ພາບ​ສູງ ເພື່ອ​ປະ­ກອບ­ສ່ວນ​ໃນ​ການ​ເສີມ​ສ້າງ​ທ່າ­ແຮງ​ພູມ​ປັນ­ຍາ ເຂົ້າ​ໃນ​ການ​ພັດ­ທະ­ນາ​ຂະ­ແໜງ­ການ​ເງິນ ໃຫ້​ມີ​ຄວາມ​ເຂັ້ມ­ແຂງ ໜັກ​ແໜ້ນ ຕອບ​ສະ­ໜອງ​ກັບ​ຄວາມ​ຮຽກ­ຮ້ອງ​ຕ້ອງ​ຂອງ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ປະ­ເທດ​ຊາດ.