ໝາກສຸກ ໝາກໃສ

ຈາກ ວິກິພີເດຍ

ໝາກສຸກ ໝາກໃສ(ອັງກິດ: chickenpox) ເປັນໂຣກທີ່ເກີດຈາກເຊື້ອໄວຣັດ ວາຣິເຊລາ ມີລັກສະນະອາການເປັນຕຸ່ມແດງ ຕຸ່ມໃສ ຕຸ່ມໜອງ ເກີດຕາມຮ່າງກາຍແລະໃບໜ້າ ,ຕາມຫລັງ ແລະມີໄຂ້ນຳ.

ໝາກ​ສຸກ ​ໝາກ​ໃສ” ພະຍາດ​ນີ້ເກີດຂຶ້ນ​ຈາກ​ການ ​ຕິດ​ເຊື້ອ​ໄວຣັດ ​ແລະ ​ຈະ​ລະບາດ​ຫລາຍ​ໃນ​ຍາມ​ຮ້ອນ ​​​ໂດຍຈະ​ແພ່​ຂະຫຍາຍ​​ຕົວໄວ ຄືກັບໄຂ້ຫວັດ, ​ໂດຍ​ທົ່ວ​​ໄປ​ພະຍາດໝາກສຸກໝາກໃສ ກ່ອນຈະເກີດຕຸ່ມຈະ​ມີ​ໄຂ້ກ່ອນ 1 ມື້​ ຫລື ບາງ​ຄົນ​ຈະມີ​ໄຂ້​ພ້ອມ​ ກັບ​ເປັນ​ຕຸ່ມຜື່ນ​ແດງ​ອອກ​ມາ​ ຕາມ​ຕົນ​ໂຕ, ​ແຂນ​, ຂາ,​ ໃບໜ້າ ​ແລະ ລຳ​ຄໍ, ​ໃນ​ໄລຍະ​ທຳ​ອິດ ​ຈະ​ເກີດ​ເປັນ​ຜ່ືນ​ຄັນ​ແດງໆ ​ຕໍ່​ມາ​ຈະ​ກາຍ​ເປັນ​ຕຸ່ມ​ໃສ ​ແລະ ​ເປັນ​ຕຸ່ມ​ໜອງ​ນຳ​ອີກ ຈາກ​ນັ້ນ​ຈະ​ຄ່ອຍໆ​ຕົກ​ເກັດປະມານ 1-2 ອາທິດ​ກໍ​ຈະ​ເຊົາ ​ແລະ​ຈະ​ກາຍ​ເປັນ​​ເມັດດຳໆ.

ໝາກສຸກໝາກໃສ​​ ເປັນ​ພະຍາດ​ທີ່​ຕິດ​ຕໍ່​ກັນ​ງ່າຍ ​ຈາກການ​ໄອ, ຈາມ, ຈາກການຈັບ​ສຳ​ພັດ​ຖືກນ້ຳໃນຕຸ່ມ​ ໂດຍ​ສະ​ເພາະ​ເດັກນ້ອຍ​ຈະ​ຕິດ​ກັນ​ໄວ້, ຕາມ​ຄວາມ​ເຊື່ອ​ກັນ​ວ່າ​ ຖ້າ​ໃຜ​ເປັນ​ພະຍາດ​ນີ້​ໃຫ້​ກິນ​ໄຂ່ເປັດ ແລະ ດື່ມນໍ້າໃຫ້ຫລາຍໆ ​ຈະ​ຊ່ວຍ​​ໃຫ້​ຕຸ່ມ​ອອກ​ຫລາຍ ແລະ ເຊົາໄວ, ​ແຕ່​ຖ້າ​ມີ​ໄຂ້​ນຳກໍ​ ໃຫ້​ກິນ​ຢາ​ຫລຸດ​ໄຂ້​ໄດ້ ​; ສ່ວນອາຫານ​ທີ່​ຫ້າມ​ກິນ​​ ແມ່ນ​ໝາກ​ໄມ້, ຂອງ​ດອງ, ໄຂ່ໄກ່ ແລະ ຫ້າມອາບນ້ຳເພາະ ຈະເຮັດໃຫ້ຕຸ່ມນັ້ນຝັງຢູ່ທາງໃນ ເຮັດໃຫ້ນານເຊົາໄດ້.

ສຳລັບ​ຄົນ​ທີ່​ເປັນ​​ຕຸ່ມ​ໝາກ​ສຸກ ​ໝາກ​ໃສ​ ຈະ​ມີ​ອາການ​ເຈັບຫົວ, ອິດ​ເມື່ອຍ​ຕາມ​ຕົນ​ໂຕ, ມີ​ໄຂ້, ບໍ່​ຢາກ​ອາຫານ​ເຫລົ່ານີ້​ເປັນ​ຕົ້ນ, ​ແຕ່​ສິ່ງ​ທີ່​ພໍ່​ແມ່​ຕ້ອງ​ລະມັດລະວັງ​ ບໍ່​ໃຫ້​ລູກ​​​ແກະ,​ ເກົາ​ຕຸ່ມ​ເດັດຂາດ​ເພາະ​ຈະ​ເຮັດ​ໃຫ້​ເປັນ​ແປ້ວ ​ແລະ ​ເຮັດ​ໃຫ້​ບາດ​ຕິດ​​ເຊື້​ອນຳ​ອີກ. ແຕ່ຖ້າມີອາການຮ້າຍແຮງ ກໍຄວນໄປປຶກສາແພດໝໍ ເພື່ອຈະໄດ້ຮັບການປິ່ນປົວໃຫ້ທ່ວງທັນ­­­.