ໝາກກ້ຽງ
Jump to navigation
Jump to search
ໝາກກ້ຽງ ແມ່ນໄມ້ພຸ່ມຫຼືໄມ້ຕົ້ນສ່ຳນ້ອຍຫຼາຍຊະນິດ. ເປັນພືດໃບລຽງຄູ່. ສະກຸນ Citrus ວົງ Rutaceae. ມີນຳກັນນັບຮັອຍຊະນິດ. ເຕີບໂຕກະຈາຍຢູ່ທົ່ວຫຼ້າ. ໂດຍຫຼາຍຈະມີນ້ຳມັນຫອມລະເຫີຍໃນໃບ, ດອກ, ແລະລູກ. ແລະມີກິ່ນສຸນ. ຄັນນຳໃບຂຶ້ນສ່ອງກັບແສງແດດ, ຈະເຫັນຈຸດນ້ອຍໆ ເຕັມໄປໝົດ. ຈຸດເຫຼົ່ານັ້ນກໍ່ແມ່ນແຫຼ່ງນ້ຳມັນຫັ້ນເອງ. ໝາກກ້ຽງຫຼາຍຊະນິດກິນໄດ້. ລູກມີລົດສົ້ມຫຼືຫວານ. ມັກຈະມີແຄລຊຽມ, ໂປແທສຊຽມ, ໄວຕາມິນເອ, ແລະໄວຕາມິນຊີ ຫຼາຍເປັນພິເສດ.