ໝັນ

ຈາກ ວິກິພີເດຍ

ໃນພາສາລາວ ຄຳທີ່ມີຄວາມ ໝາຍບົ່ງບອກຄຸນລັກສະນະຂອງຄົນ, ສັດທີ່ບໍ່ມີລູກດ້ວຍປັດໄຈທາງ ຮ່າງກາຍ ໂດຍທຳມະຊາດ ຫລື ເປັນຄວາມຕັ້ງໃຈ ໃຫ້ເປັນນັ້ນມີຫລາຍຄຳ ເຊັ່ນ: ໝັນ, ຕອນ, ເປົ່າ(ພໍ່ເປົ່າແມ່ເປົ່າ/ບາງທ້ອງຖິ່ນ)…ໃນບົດນີ້ຂໍ ຍົກສະເພາະຄຳ “ໝັນ” ທີ່ນິຍົມ ໃຊ້ຫລາຍ.

ຄຳ “ໝັນ” ຄວາມໝາຍທາງວັດຈະນະພາສາມີຫລາຍ, ແລ້ວແຕ່ບໍລິບົດ (ນາມ, ວິເສດ); ສະເພາະທີ່ ເປັນຄຳວິເສດ ຫລື ຄຸນນາມໝາຍເຖິງຄຸນລັກສະນະຂອງຄົນ, ສັດທີ່ ຢູ່ໃນສະພາວະສາມາດມີລູກໄດ້, ແຕ່ບໍ່ມີຍ້ອນປັດໄຈ ໂດຍທຳມະຊາດ ທາງຮ່າງກາຍ ທີ່ຜິດປົກກະຕິ ເຊິ່ງແຕ່ກ່ອນ ຄຳ ນີ້ໃຊ້ ເຈາະຈົງກັບແມ່ຍິງ, ຍ້ອນວິທະຍາສາດ ບໍ່ສູງຄິດວ່າ ການມີ ຫລື ບໍ່ມີລູກນັ້ນ ແມ່ນຂຶ້ນກັບເພດຍິງ ຫລື ເພດແມ່ ເປັນຕົ້ນຕໍ ຈຶ່ງພົບມີຄຳ: ແມ່ໝັນ, ສ່ວນຄຳ “ຄົນ ໝັນ” ມີໃຊ້ມາແຕ່ໃດ, ແຕ່ບໍ່ຫລາຍ ຍ້ອນມີຄວາມໝາຍ ກວມລວມ ແລະ ບໍ່ມັກເອົາ ເພດຊາຍໄປກ່ຽວ. ເຖິງຢ່າງໃດກໍ່ຕາມ ໃນ ສະໄໝໃໝ່ ດ້ວຍ ຄວາມກ້າວໜ້າ ຂອງວິທະຍາສາດ ການແພດພົບວ່າ ການບໍ່ມີລູກຂອງຄົນ, ສັດນັ້ນມາຈາກ ທັງສອງເພດ ທີ່ສືບພັນກັນ, ໝາຍວ່າເພດຊາຍ/ເພດ ຜູ້ທີ່ມີຄວາມຜິດ ປົກກະຕິພາຍໃນຮ່າງກາຍ ກໍ່ບໍ່ສາມາດ ເຮັດໃຫ້ຄູ່ສືບພັນ ເພດກົງກັນຂ້າມມີລູກໄດ້ຄືກັນ.

ໃນຍຸກສະໄໝວິທະຍາສາດ ການແພດກ້າວໜ້າ ແລະ ຄວາມຕ້ອງການ ຂອງຄົນ, ການເປັນ “ໝັນ” ຫລື ບໍ່ມີລູກສາມາດກຳນົດດ້ວຍວິທີທາງ ການແພດໄດ້ຈຶ່ງພົບມີ “ການເຮັດໝັນ” ທັງສອງເພດ. ແຕ່ກ່ອນເຮົາ ເອີ້ນ ຄົນບໍ່ມີລູກ ເປັນພໍ່ເປົ່າແມ່ເປົ່າ, ຄຳ “ໝັນ” ກໍ່ພົບການໃຊ້ ກັບເພດຍິງ. ສ່ວນ ສັດ ເພດຜູ້ ທີ່ຜູ້ເປັນເຈົ້າຂອງ ຕ້ອງການໃຫ້ພວກມັນ ຕຸ້ຍພີ, ບໍ່ສາ ມາດສືບພັນໄດ້ ກໍ່ໃຊ້ວິທີທີ່ເອີ້ນວ່າ “ຕອນ”.