ໄຂ້

ຈາກ ວິກິພີເດຍ
Jump to navigation Jump to search

ແມ່ແບບ:Infobox disease

ໄຂ້ ຫຼື ອາການຕົວຮ້ອນ ເປັນອາການສະແດງທາງການແພດທີ່ພົບເລື້ອຍ ໝາຍເຖິງການເພີ່ມຂອງອຸນຫະພູມຮ່າງກາຍສູງກວ່າປົກກະຕິຄື 36.5–37.5 °C (98–100 °F) ອັນເປັນຜົນຈາກການປັບສູງຂຶ້ນຂອງອຸນຫະພູມເປົ້າໝາຍທີ່ຮ່າງກາຍພະຍາຍາມຮັກສາໃຫ້ຄົງທີ່[໑] ການສູງຂຶ້ນຂອງອຸນຫະພູມເປົ້າໝາຍນີ້ ກະຕຸ້ນໃຫ້ຄວາມເຄັ່ງຕົວຂອງກ້າມເນື້ອເພີ່ມຂຶ້ນ ແລະ ສັ່ນສະທ້ານ

ເນື່ອງຈາກອຸນຫະພູມເປົ້າໝາຍຂອງຮ່າງການສູງຂຶ້ນເຮັດໃຫ້ຜູ້ປ່ວຍຮູ້ສຶກໜາວທົ່ວໂຕ ທັງໆທີ່ອຸນຫະພູມຮ່າງກາຍສູງຂຶ້ນ ແລະ ເມື່ອອຸນຫະພູມຮ່າງກາຍສູງເຖິງອຸນຫະພູມເປົ້າໝາຍໃໝ່ແລ້ວຈະເຮັດໃຫ້ຮູ້ສຶກອຸ່ນ. ໄຂ້ເປັນການຕອບສະໜອງທາງພູມຄຸ້ມກັນຂອງຮ່າງກາຍທີ່ພະຍາຍາມຕໍ່ຕ້ານການຕິດເຊື້ອບັກເຕຣີ ຫຼື ໄວຣັດ. ໄຂ້ອາດເກີດໄດ້ຈາກຫຼາຍສາເຫດຕັ້ງແຕ່ພາວະທີ່ບໍ່ຮຸນແຮງໄປຈົນເຖິງຮຸນແຮງທີ່ສຸດ. ໂດຍທົ່ວໄປການຮັກສາດ້ວຍການລົດໄຂ້ນັ້ນມັກບໍ່ຈຳເປັນ ເວັ້ນແຕ່ພາວະທີ່ອຸນຫະພູມສູງຂຶ້ນຫຼາຍ. ຢ່າງໃດກໍຕາມການໃຊ້ຢາລົດໄຂ້ມີຜົນຊ່ວຍຫຼຸດອຸນຫະພູມລົງໄດ້ ແລະ ເຮັດໃຫ້ຜູ້ປ່ວຍຮູ້ສຶກສະບາຍຂຶ້ນ.

ໄຂ້ແຕກຕ່າງຈາກພາວະຕົວຮ້ອນເກີນທີ່ຄວບຄຸມບໍ່ໄດ້ (uncontrolled hyperthermia) ໂດຍພາວະຕົວຮ້ອນເກີນເປັນການເພີ່ມຂອງອຸນຫະພູມຮ່າງກາຍສູງກວ່າອຸນຫະພູມເປົ້າໝາຍທີ່ຮ່າງກາຍພະຍາຍາມຮັກສາໃຫ້ຄົງທີ່. ສາເຫດເກີດຈາກການສ້າງຄວາມຮ້ອນຂອງຮ່າງກາຍຫຼາຍເກີນປົກກະຕິ ແລະ/ຫຼື ການປັບອຸນຫະພູມຂອງຮ່າງກາຍທີ່ບໍ່ພຽງພໍ.

ອ້າງອີງ[ແກ້ໄຂ]

  1. Karakitsos D, Karabinis A (September 2008). "Hypothermia therapy after traumatic brain injury in children". N. Engl. J. Med. 359 (11): 1179–80. PMID 18788094.