ໂວນຟຣາມອານຟາ

ຈາກ ວິກິພີເດຍ

ໂວນຟຣາມອານຟາ (ເປັນພາສາອັງກິດ WolframAlpha ຫຼື Wolfram Alpha) ແມ່ນ ຈັກຄຳຕອບ ພັດທະນາໂດຍ ສະຖາບັນຄົ້ນຄວ້າໂວນຟຣາມ. ມັນແມ່ນ ການບໍລິການໃຫ້ຄຳຕອບ ຕໍ່ ຄຳຖາມທີ່ໄດ້ຮັບ ໂດຍ ການຊອກຫາຄຳຕອບໂດຍກົງ ໃນ ຖານຂໍ້ມູນເປັນໂຄງສ້າງ, ເຊິ່ງຈະແຕກຕ່າງກັບ ຈັກຄົ້ນຫາ ທົ່ວໄປ ທີ່ຈະສະແດງພຽງ ແຕ່ ລິ້ງ ຫາ ບັນດາເວັບທີ່ອາດຈະມີຄຳຕອບ.[1] ທ່ານ ສະຕິເຟັນ ໂວນຟຣາມ ນັກວັດຖຸສາດ ຄົນອັງກິດ ເປີດເຜີຍ ຈັກຄຳຕອບນີ້ ເມື່ອ ເດືອນມີນາ ປີ ໒໐໐໙ ແລະ ເປີດໃຫ້ ສາທາລະນະທົດລອງໃຊ້ ແຕ່ ວັນທີ ໑໕ ຂອງເດືອນດັ່ງກ່າວ.[2]

ພາບລວມ[ດັດແກ້]

ຜູ້ໃຊ້ ສາມາດຂຽນຄຳຖາມ(ເປັນພາສາອັງກິດເທົ່ານັ້ນ) ໃສ່ຊ່ອງຢູ່ໂປຣແກຣມທ່ອງເວັບ ແລະ ຮັບຄຳຕອບ ຢູ່ ກ້ອງຄຳຖາມດັ່ງກ່າວ. ຄຳຖາມສາມາດເປັນ ປະໂຫຍກ ແລະ ສັນຍາລັກທາງຄະນິດສາດອີກ. ໃນກໍລະນີ ຄຳຖາມເປັນສັນຍາລັກທາງຄະນິດສາດ ໂດຍທົ່ວໄປ ຄຳຕອບຈະສະແດງ ເສັ້ນສະແດງ ແລະ ໃຈຜົນ ຂອງ ສົມຜົນນັ້ນໆ.

ໂຕຢ່າງ: lim(x->0) x/sin x ຈະໃຫ້ຄຳຕອບ ວ່າ , x=1, ແລະ ຜົນຕຳລາ ໂດຍໃຊ້ L'Hopital's rule.

ເຕັກໂນໂລຈີ[ດັດແກ້]

ໂວນຟຣາມອານຟາ ຖືກສ້າງໂດຍອີງໃສ່ ມາທິມາທິກາ(Mathematica) ເຊິ່ງແມ່ນຜະລິດຕະພັນຫຼັກ ຂອງ ສະຖາບັນຄົ້ນຄ້ວາໂວນຟຣາມ. ຊອສໂຄທ ສະກຣິບ ມາທິມາທິກາ ເປັນຈຳນວນ ໕ ລ້ານແຖວ ແລະ ແລ່ນ ໂດຍ ໑໐,໐໐໐ ຊີພີຢູ.[3][4]

ອ້າງອິງ[ດັດແກ້]

  1. Johnson, Bobbie. "British search engine 'could rival Google'", The Guardian, 2009-03-09. ຮຽກຂໍ້ມູນວັນທີ 2009-03-09
  2. Wolfram|Alpha Blog : So Much for A Quiet Launch, 31/10/2018.
  3. [1] (link die)
  4. Wolfram|Alpha Is Launching: Made Possible by Mathematica, 31/10/2018.

ເບິ່ງຕື່ມ[ດັດແກ້]

ລິ້ງພາຍນອກ[ດັດແກ້]