ໂຢເຊັບ (ປະຖົມມະການ)

ຈາກ ວິກິພີເດຍ

ໂຢເຊັບ (Joseph) ເປັນລູກຊາຍຄນທີ 11 ຂອງຢາໂຄບ ກັບນາງຣາເຄນ. ໂຢເຊັບເປັນລູກຮັກຂອງພໍ່ ແລະມັກນຳຄວາມຜິດຂອງອ້າຍ ໆ ໄປບອກພໍ່ ພວກອ້າຍຈຶ່ງຊັງ ແລະອິດສາໂຢເຊັບ ເຊິ່ງເຮັດໃຫ້ຖືກອ້າຍເອົາໄປຂາຍຢູ່ເອຢິບ. ຫຼັງໂຢເຊັບໄດ້ມີໂອກາດທຳນວາຍອະນາຄົດຈາກຄວາມຝັນໃຫ້ແກ່ຟາຣາໂອ ກໍໄດ້ຮັບຄວາມໄວ້ວາງໃຈໃຫ້ເປັນຜູ້ປົກຄອງເອຢິບ ແລະໄດ້ຊ່ອຍໃຫ້ພໍ່ໄດ້ເຂົ້າໄປຢູ່ໃນເອຢິບຍາມເກີດການກັນດານອາຫານ.

ນິລຸດຕິສາດ[ດັດແກ້]

ພະຄຳພີອະທິບາຍຄວາມໝາຍຂອງຄຳວ່າ ໂຢເຊັບ (Yōsēf) ໄວ້ສອງເທື່ອ. ເທື່ອທຳອິດມີການປຽບຄຳນີ້ກັບຄຳວ່າ 'āsaf (ພາສາເຮັບເຣີ: אָסַף) ເຊິ່ງມາຈາກຮາກ /'sp/ ເຊິ່ງແປວ່າ "ເອົາອອກ": "ນາງຈຶ່ງຖືພາແລະເກີດລູກຊາຍຜູ້ໜຶ່ງ. ນາງເວົ້າວ່າ, “ພຣະເຈົ້າອະໄພໂທດ (ເອົາໂທດອອກ) ໃຫ້ຂ້ອຍແລ້ວ ໂດຍໂຜດໃຫ້ຂ້ອຍມີລູກ" (ປະຖົມມະການ 30:23);[1] ໃນການອະທິບາຍເທື່ອທີສອງ ຄຳວ່າ Yōsēf ໄດ້ຮັບການປຽບທຽບກັບຮາກທີ່ຄ້າຍກັນແມ່ນ /ysp/ ເຊິ່ງໝາຍຄວາມວ່າ "ຕື່ມ" (ພາສາເຮັບເຣີ: יֹסֵף): "ຂໍພຣະເຈົ້າຢາເວໂຜດໃຫ້ຂ້ອຍ ມີລູກຊາຍຜູ້ໃໝ່ອີກ (ຕື່ມ) ແດ່ທ້ອນ.” ສະນັ້ນ ນາງຈຶ່ງໃສ່ຊື່ໃຫ້ເດັກນັ້ນວ່າ ໂຢເຊັບ." (ປະຖົມມະການ 30:24).[1][2]

ອ້າງອີງ[ດັດແກ້]

  1. 1.0 1.1 ພຣະຄຳພີສັກສິ (ພຄພ). Laos Partnership. https://www.bible.com/versions/1727
  2. Friedman, R.E., The Bible With Sources Revealed, (2003), p. 80