ໂມຮິໂຕ

ຈາກ ວິກິພີເດຍ
ໂມຮິໂຕ

ໂມຮິໂຕ (ແອັດສະປາຍ: Mojito) ແມ່ມ​ເປັນເຄື່ອງດື່ມໄຮບອນ​​ທີ່ມີແຫຼ່ງຕົ້ນສະບັບຈາກປະເທດຄິວບາ ປະ​ກອບໄປ​ດ້ວຍ​ສ່ວນ​ປະ​ກອບ​ 5 ປະເພດ ເຊັ່ນ​ວ່າ ຣັມຂາວ, ນ້ຳຕານແດງ (ຕາມຕົ້ນສະບັບໃຊ້ນ້ຳອ້ອຍ), ນ້ຳໝາກນາວ, ໂຊດາ ແລະໃບຂອງພືດສະກຸນສະຣະແໜ່ ຫຼື ມິ້ນ[1] ການປະສົມປະສານຂອງຄວາມຫວານ, ຄວາມສົ້ມ ກັບກິ່ນສະໝຸນໄພຈາກສະຣະແໜ່ ມີຈຸດປະສົງເພື່ອເສີມຂະຫຍາຍລົດຊາດຂອງຣັມ ແລະນີ້ເຮັດໃຫ້ໂມຮິໂຕເປັນເຄື່ອງດື່ມທີ່ນິຍົມຫຼາຍທີ່ສຸດໃນລະດູຮ້ອນ[2][3]

ໃນການກະກຽມໂມຮິໂຕຈະເທນ້ໍາໝາກນາວ ເຂົ້າໄປໃນຈອກທີ່ມີນ້ໍາຕານແດງ (ຫຼື ນ້ຳຕານເຊື່ອມ) ແລະໃບສະຣະແໜ່ ຈາກນັ້ນໃຊ້ໄມ້ຄົນເຄື່ອງດື່ມຄົນໃຫ້ເຂົ້າກັນ ແລະບົດສ່ວນປະສົມຄ່ອຍໆ ຢ່າງໃດກໍ່ຕາມໃບສະຣະແໜ່ຄວນຖືກບີບຢ່າງພຽງພໍເພື່ອໃຫ້ມີນ້ໍາມັນຫອມລະເຫີຍອອກ ແລະ​​ຕ້ອງ​​ບໍ່ຖືກ​ບີບ​ຈົນ​ລະອຽດ[4] ຫຼັງຈາກນັ້ນເທຣັມລົງ​ລຸ່ມ ແລະຄົນເພື່ອລະລາຍນ້ຳຕານ ອາດຈະນຳໃບສະຣະແໜ່ຂຶ້ນຈາກລຸ່ມຂອງຈອກສໍາລັບການນໍາສະເໜີທີ່ສວຍງາມ ສຸດທ້າຍໃສ່ນ້ໍາກ້ອນແລະໂຊດາ ປະດັບຈອກດ້ວຍໃບສະຣະແໜ່ແລະໝາກນາວບາງໆ

ໂມຮິໂຕເປັນຫນຶ່ງ​ໃນເຄື່ອງດື່ມໄຮບອນທີ່ມີຊື່ສຽງທີ່ສຸດ ແລະຍັງມີຫຼາຍຮູປແບບ[5]

ອ້າງອີງ[ດັດແກ້]

  1. "Traditional Mojito recipe from Cuba". Tasteofcuba.com. Archived from the original on 2011-09-04. Retrieved 2011-09-01.
  2. "Summer Cocktail News: Mojitos Go Fruity". Prweb.com. 2008-06-04. Archived from the original on 2011-08-23. Retrieved 2011-09-01.
  3. Fernandez, Maria Elena (2001-08-12). "Shake It Up, Baby: Cuban Cocktail Is Making a Splash". Los Angeles Times. Retrieved 16 May 2017.
  4. Fumi. "How to Muddle a Mojito". Wasabibratwurst.com. Archived from the original on 2011-08-11. Retrieved 2011-09-01.
  5. "Cuban Mojito Recipe". Archived from the original on 2008-04-30. Retrieved 2020-02-28.