ໂປຣແກຣມຄອມພິວເຕີ

ຈາກ ວິກິພີເດຍ

ໂປຣແກຣມ ຄອມພິວເຕີ (Computer Program) ຫຼື ປະໂລກະລຳ ແອງຟອກມາຕິກ (ຝຣັ່ງ: programme informatique) (ໂດຍທົ່ວໄປ ແມ່ນ ຈະຫຍໍ້ ເອີ້ນພຽງວ່າ ໂປຣແກມ ຫຼື ປະໂລກະລຳ) ແມ່ນ ລາຍການຄຳສັ່ງ ທີ່ຖືກຂຽນຂຶ້ນ ຕາມ ພາສາໂປຣແກຣມ ຄອມພິວເຕີ (Computer Programming Language)ໃດໜຶ່ງ. ໂດຍທົ່ວໄປ ໂປຣແກຣມ ຄອມພິວເຕີ ຈະຖືກ "ຄອມພາຍ" (Compile) ໃຫ້ເປັນພາສາທີ່ ຄອມພິວເຕີສາມາດເຂົ້າໃຈໄດ້ (ພາສາທີ່ປະກອບດ້ວຍແຕ່ ຕົວເລກ 0 ແລະ 1 ທີ່ ເປັນການຍາກທີ່ ຄົນຈະສາມາດອ່ານແລ້ວ ເຂົ້າໃຈໃນທັນທີໄດ້). ໂປຣແກຣມ ທີ່ສາມາດ "ແລ່ນ" (Run) ໄດ້ ໂດຍ ບໍ່ຕ້ອງ ຄອມພາຍ ເອີ້ນວ່າ ສະກະລິບ (ຝຣັ່ງ: scripte).