ໂຕຕ້ານໄຟຟ້າ

ຈາກ ວິກິພີເດຍ
ບັນດາໂຕຕ້ານໄຟຟ້າ

ໂຕຕ້ານໄຟຟ້າ ແມ່ນ ສ່ວນປະກອບເອເລັກໂຕຣນິກ ທີ່ມີສອງສົ້ນ ມີໄວ້ເພື່ອເຮັດໃຫ້ຄວາມດັນໄຟຟ້າຫຼຸດລົງ ຕາມ ຫຼັກເກນໂອມ: . ຄວາມຕ້ານໄຟຟ້າ ຈະເທົ່າກັບ ການຫຼຸດລົງ ຂອງ ຄວາມດັນໄຟຟ້າ ລະຫວ່າງສອງສົ້ນຂອງໂຕຕ້ານໄຟຟ້າ ຫານໃຫ້ ກະແສໄຟຟ້າ ທີ່ໄຫຼຜ່ານໂຕຕ້ານໄຟຟ້າ. ໂຕຕ້ານໄຟຟ້າ ແມ່ນສ່ວນປະກອບໜຶ່ງ ຂອງ ວົງຈອນໄຟຟ້າ ຫຼື ເອເລັກໂຕຣນິກ.

ຄິດໄລ່ຄ່າຄວາມຕ້ານໄຟຟ້າຈາກແຖບສີ[ດັດແກ້]

ໂດຍທົ່ວໄປ ໂຕຕ້ານໄຟຟ້າ ຈະມີແຖບສີ ສະແດງຄ່າຄວາມຕ້ານຂອງມັນ ແຕ່ ບາງອັນກໍ່ສະແດງໂດຍໂຕເລກ.

ໂຕຕ້ານໄຟຟ້າສີ່ແຖບ[ດັດແກ້]

ການສະແດງຄ່າຄວາມຕ້ານໂດຍສີ່ແຖບສີ ແມ່ນ ວິທີການທີ່ໃຊ້ກັນແບບທົ່ວໄປທີ່ສຸດ. ມັນປະກອບດ້ວຍແຖບສີ່ສີ ໂດຍ ທີ່ສອງສີທຳອິດ ຈະສະແດງເຖິງ ສອງໂຕເລກມີຄວາມໝາຍ ຂອງ ຄ່າຄວມຕ້ານ, ສີທີສາມສະແດງໂຕຄູນກຳລັງສິບ ແລະ ສີສຸດທ້າຍ ສະແດງເຖິງ ຄ່າຜິດດ່ຽງ

ໂຕຢ່າງ, ຂຽວ-ຟ້າ-ເຫຼືອງ-ແດງ ແມ່ນ 56×104 Ω = 560 kΩ ± 2%).

ແຕ່ລະສີ ຈະສະແດງເຖິງໂຕເລກຕາມກຳໜົດ ດັ່ງໃນຕາຕະລາງຕໍ່ໄປນ. ຄ່າຜິດດ່ຽງຂອງ ໂຕຕ້ານໄຟຟ້າສີ່ແຖບ ແມ່ນ 1%, 5%, ຫຼື 10%.

ສີ ແຖບທີໜຶ່ງ ແຖບທີສອງ ແຖບທີສາມ (ໂຕຄູນ) ແຖບທີສີ່ (ຄ່າຜິດດ່ຽງ) ສຳປະສິດອຸນະພູມ
ດຳ 0 0 ×100
ກາກີ 1 1 ×101 ±1% (F) 100 ppm
ແດງ 2 2 ×102 ±2% (G) 50 ppm
ແສດ 3 3 ×103 15 ppm
ເຫຼືອງ 4 4 ×104 25 ppm
ຂຽວ 5 5 ×105 ±0.5% (D)
ຟ້າ 6 6 ×106 ±0.25% (C)
ອິດ 7 7 ×107 ±0.1% (B)
ເທົາ 8 8 ×108 ±0.05% (A)
ຂາວ 9 9 ×109
ຄຳ ×10-1 ±5% (J)
ເງິນ ×10-2 ±10% (K)
ບໍ່ມີສີ ±20% (M)

ໂຕຕ້ານໄຟຟ້າຫ້າແຖບ[ດັດແກ້]

ໂຕຕ້ານໄຟຟ້າຫ້າແຖບ ແມ່ນໃຊ້ສຳຫຼັບ ໂຕຕ້ານໄຟຟ້າທີ່ມີຄວາມຊັດເຈນສູງ ຫຼື ຄ່າຜິດດ່ຽງຕໍ່າ (1%, 0.5%, 0.25%, 0.1%). ສາມແຖບທຳອິດ ສະແດງໂຕເລກ, ແຖບທີສີ່ແມ່ນໂຕຄູນກຳລັງສິບ ແລະ ແຖບສຸດທ້າຍ ແມ່ນ ຄ່າຜິດດ່ຽງ.

ໂຕຕ້ານໄຟຟ້າເທິງແຜງ (SMT resistor)[ດັດແກ້]

ໂຕຕ້ານໄຟຟ້າເທິງແຜງ

ໂຕຕ້ານໄຟຟ້າເທິງແຜງ ຈະມີໂຕເລກສະແດງຄ່າຄວາມຕ້ານພິມໃສ່ ໂຕຢ່າງ:

"334" = 33 × 10,000 ohms = 330 kilohms
"222" = 22 × 100 ohms = 2.2 kilohms
"473" = 47 × 1,000 ohms = 47 kilohms
"105" = 10 × 100,000 ohms = 1 megohm

ໂຕຕ້ານໄຟຟ້າ ນ້ອຍກວ່າ 100 ohms ຈະຂຽນວ່າ: 100, 220, 470. ເລກສູນສຸດທ້າຍສະແດງເຖິງ ກຳລັງສູນ ຂອງ ສິບ ເຊິ່ງ ເທົ່າໜຶ່ງ. ໂຕຢ່າງ:

"100" = 10 × 1 ohm = 10 ohms
"220" = 22 × 1 ohm = 22 ohms

ບາງເທື່ອ ຄ່າ ອາດຈະສະແດງໂດຍ "10" ຫຼື "22" ເພື່ອຫຼີກລ້ຽງການເຂົ້າໃຈຜິດ.

ໂຕຕ້ານໄຟຟ້າ ນ້ອຍກວ່າ 10 ohms ຈະມີ 'R' ສະແດງເຖິງ ທີ່ຕັ້ງຂອງ ຈຸດ. ໂຕຢ່າງ:

"4R7" = 4.7 ohms
"0R22" = 0.22 ohms
"0R01" = 0.01 ohms

ໂຕຕ້ານໄຟຟ້າຊັດເຈນ ຈະໝາຍໂດຍ ໂຕເລກສີ່ໂຕ ໂດຍທີ່ສາມໂຕເລກທຳອິດສະແດງເຖິງຄ່າ ແລະ ໂຕເລກສຸດທ້າຍແມ່ນໂຕຄູນຂອງກຳລັງສິບ. ໂຕຢ່າງ:

"1001" = 100 × 10 ohms = 1 kilohm
"4992" = 499 × 100 ohms = 49.9 kilohm
"1000" = 100 × 1 ohm = 100 ohms

ໂຕຕ້ານໄຟຟ້າຕາມປະເພດສ່ວນປະກອບ[ດັດແກ້]

  • ກາກບອນປະສົມ
  • ຟິມກາກບອນ
  • ຟິມບາງແລະໜາ
  • ຟິມໂລຫະ
  • ເສັ້ນເຄືອບ

ແລະອື່ນໆ