ໂຈດຊິງລາງວັນມິເລນຽມ
ໂຈດຊິງລາງວັນມິເລນຽມ(ພາສາອັງກິດ:millennium prize problems)ແມ່ນ ໂຈດຍັງແກ້ບໍ່ໄດ້ທາງຄະນິດສາດ 7 ອັນ ທີ່ ສະຖາບັນຄະນິດສາດເຄຼ ຢູ່ ອາເມລິກາ ປະກາດອອກ ໂດຍຈະໃຫ້ເງິນລາງວັນ ມູນຄ່າ 1 ລ້ານ ໂດລາ ອາເມລິກາ ຕໍ່ຜູ້ທີ່ສາມາດແກ້ແຕ່ລະ ໂຈດເຫຼົ່ານີ້ໄດ້.
ເນື້ອໃນ[ດັດແກ້]
ບັນຫາເຫຼົ່ານີ້ ລ້ວນແລ້ວແຕ່ແມ່ນ ບັນຫາທີ່ ສຳຄັນ ແລະ ຍາກຫຼາຍ ໃນ ແຕ່ລະສາຂາ. ຄຳຕອບຈະຕ້ອງຖືກພິມເຜີຍແຜ່ ຢູ່ ວິທະຍາສານ ເປັນເວລາສອງປີ ແລະ ເປັນທີ່ຍອມຮັບກັນໂດຍ ສະພາບັນດິດວ່າ ຖືກຕ້ອງ. ໃນນີ້ ສົມມຸດຕິຖານປວງຄາເຣ ໄດ້ຖືກແກ້ແລ້ວ ໂດຍ ນັກຄະນິດສາດ ຄົນລັດເຊຍ ສະນັ້ນ ປະຈຸບັນ ໂຈດຊິງລາງວັນມິເລນຽມ ຍັງເຫຼືອ ຢູ່ 6 ບັ້ງ.
ບັນດາ ໂຈດຊິລາງວັນມິເລນຽມ[ດັດແກ້]
- ສົມມຸດຕິຖານ P≠NP (P versus NP)
- ສົມມຸດຕິຖານຮົຈ (The Hodge Conjecture)
- ສົມມຸດຕິຖານປວງຄາເຣ (The Poincaré Conjecture)※ແກ້ແລ້ວ ໂດຍ ທ່ານ ກຣິໂກຣີ ເປເຣມັນ ນັກຄະນິດສາດ ຄົນລັດເຊຍ.
- ສົມມຸດຕິຖານຣີມັນ (The Riemann Hypothesis)
- ສົມຜົນຢັງ-ມິລ ແລະ ສ່ວນຕ່າງມວນສານ (Yang-Mills Existence and Mass Gap)
- ສົມຜົນນາວິເອ-ສະໂຕກ ແລະ ຄວາມລ່ຽນໄຫຼ(Navier-Stokes Existence and Smoothness)
- ສົມມຸດຕິຖານເບີຈ ແລະ ສະອິນຕົນ-ໄດເອີ (The Birch and Swinnerton-Dyer Conjecture)
ຫົວຂໍ້ກ່ຽວຂ້ອງ[ດັດແກ້]
ລິ້ງຄ໌ພາຍນອກ[ດັດແກ້]
- 7題難問
- Millennium Prize Problems(公式サイト)