ໂກຣິເຊຍ
Gorizia | |||
— ໂກມູເນ(comune) — | |||
ເມືອງໂກຣິເຊຍ | |||
ສ່ວນເກົ່າແກ່ຂອງ Gorizia ແນມຈາກປາສາດ (castle) ໃນເດືອນສິງຫາ 2008 | |||
|
|||
ປະເທດ | ![]() | ||
---|---|---|---|
ແຄ້ວນ | Friuli-Venezia Giulia | ||
[ແຂວງ (ອີຕາລີ) | ໂກຣິເຊຍ (GO) | ||
ແບ່ງເຂດ | Castello, Lucinico (Ločnik), Oslavia (Oslavje), Piuma (Pevma), San Mauro (Šmaver), Sant'Andrea (Štandrež), Straccis (Stražišče), Vallone dell'Acqua, Gradiscutta, Piedimonte (Podgora) | ||
ການປົກຄອງ | |||
- ເຈົ້າເມືອງ | Rodolfo Ziberna (Forza Italia) | ||
ເນື້ອທີ່ | |||
- ທັງໝົດ | ໔໑ ກມ.² (໑໕,໘ ໄມ²) | ||
ຄວາມສູງເໜືອລະດັບນ້ຳທະເລ | ໘໔ ມ. (໒໗໖ ຟຸດ) | ||
ປະຊາກອນ (November, 2017) | |||
- ລວມ | ໓໔.໔໒໘ | ||
- ຄວາມໜາແໜ້ນປະຊາກອນ | ໘໓໙,໗ ຄົນ/ກມ.² (໒.໑໗໔,໘ ຄົນ/ຕລ.ໄມ) |
||
ເຂດເວລາ | CET (UTC+1) | ||
- ລະດູຮ້ອນ (ເວລາອອມແສງ) | CEST (UTC+2) | ||
ລະຫັດໄປສະນີ | 34170 | ||
ລະຫັດພື້ນທີ່ | 0481 | ||
ເວັບໄຊຕ໌: Official website |
ໂກຣິເຊຍ ເປັນຕົວເມືອງ ແລະ ເຂດປົກຄອງ (comune) ໃນພາກຕາເວັນອອກສ່ຽງເໜືອ ອິຕາລີ, ໃນເຂດປົກຄອງຕົນເອງຂອງ Friuli Venezia Giulia ທີ່ມີປະຊາກອນ 33 499 ຄົນ . ຕັ້ງຢູ່ໃນຕີນຂອງພູແອລປ໌ຈູລຽນ ມີຊາຍແດນຕິດກັບປະເທດສະໂລເວນີ.
ມັນເຄີຍເປັນເມືອງເອກຂອງແຂວງໂກຣິເຊຍໃນເມື່ອກ່ອນ ແລະເປັນສູນກາງທ່ອງທ່ຽວ, ອຸດສາຫະກຳ ແລະ ການຄ້າ, ນັບແຕ່ປີ ຄສ 1947, ເມືອງແຝດແຫ່ງ Nova Gorica ໄດ້ພັດທະນາບົນຊາຍແດນລະຫວ່າງອີຕາລີ ແລະສະໂລເວນີ. ດິນແດນເຂດນີ້ໄດ້ຕົກຢູ່ພາຍໃຕ້ຂໍ້ຄັດແຍ່ງທາງດິນແດນລະຫວ່າງອີຕາລີ ແລະ ຍູໂກສະລາເວຍ ພາຍຫລັງ ສົງຄາມໂລກຄັ້ງທີສອງ: ພາຍຫລັງໄດ້ສ້າງຊາຍແດນໃໝ່ໃນປິ ຄສ 1947 ແລະ ເມືອງເກົ່າໄດ້ປະໃຫ້ອີຕາລີ,, Nova Gorica ຖືກສ້າງໃນຊາຍແດນຂອງ Yugoslav. ທັງສອງເມືອງໄດ້ສ້າງຕົວເມືອງຂະຫຍາຍ ຫລື conurbation, ເຊິ່ງລວມທັງເທດສະບານສະໂລເວນຽນຂອງ Šempeter-Vrtojba. ນັບແຕ່ເດືອນພຶດສະພາ 2011, ທັງສາມເມືອງໄດ້ຮ່ວມເຂົ້າເປັນເຂດມະຫານະຄອນຂ້າມແດນ ເຊິ່ງຄຸ້ມຄອງແລະຈັດການໂດຍຄະນະກຳມະການການບໍລິການຮ່ວມ.