ແຮ່ທາດ

ຈາກ ວິກິພີເດຍ

ແຮ່ທາດ ແມ່ນ ວັດຖຸທຳມະຊາດ ທີ່ປະກອບເປັນຮູບຮ່າງຂຶ້ນ ໃນ ຂະບວນການທຳມະຊາດທາງທໍລະນີສາດ ມີ ໂຄງສ້າງປະລະມະນູທີ່ມີລະບຽບສູງ, ມີ ຄຸນລະສະນະທາງເຄມີ ແລະ ວັດຖຸສະເພາະໂຕ. ໃນນີ້ ກ້ອນຫີນ ທົ່ວໄປ ແມ່ນ ວັດຖຸທີ່ປະກອບຂຶ້ນ ໂດຍ ຫຼາຍໆແຮ່ທາດ ເຊິ່ງບໍ່ມີຄຸນລະສະນະສະເພາະ ທາງເຄມີໃດໜຶ່ງ. ແຮ່ທາດ ມີ ທັງທີ່ປະກອບໂດຍ ມູນທາດ ບໍ່ສັບສົນ ເຊັ່ນ ເກືອ ໄປຈົນຮອດ ຊີລີເຄດ ທີ່ມີເປັນຫຼາຍພັນຮູບຮ່າງ.

ປະເທດລາວ ກໍ່ຖືໄດ້ວ່າເປັນປະເທດໜຶ່ງ ທີ່ມີແຮ່ທາດຫຼາຍປະເພດ ເຊັ່ນ ຄຳ, ເງິນ, ທອງ, ກົ່ວ, ຊືນ, ບົກຊິດ ແລະອື່ນໆ.​ ເຖິງແມ່ນວ່າ ການຂຸດຄົ້ນບັນດາແຮ່ທາດເຫຼົ່ານີ້ ມານຳໃຊ້ ຈະມີການມາແຕ່ດົນນານແລ້ວ ແຕ່ ການຂຸດຄົ້ນແບບອຸດສາຫະກຳ ຫາ ກໍ່ເກີດຂຶ້ນ ແລະ ພັດທະນາໃນໄລຍະຫຼັງ. ເວົ້າໄດ້ວ່າ ອຸດສາຫະກຳບໍ່ແຮ່ ຢູ່ ລາວ ເລີ່ມຈາກການໃຫ້ສຳປະທານບໍລິສັດຕ່າງປະເທດເຂົ້າມາເຮັດທຸລະກິດຂຸດຄົ້ນແຮ່ທາດ ແຕ່ ກາງຊຸມປີ 90. ປະຈຸບັນ ປະເທດອົສຕຣາລີ ແມ່ນ ປະເທດທີ່ປະສົບຜົນສຳເລັດສູງສຸດ ໃນ ການລົງທຶນຕໍ່ກັບອຸດສະຫະກຳບໍ່ແຮ່ຢູ່ ປະເທດລາວ ບໍ່ວ່າທັງ ໃນດ້ານປະລິມານ, ປະສິດທິພາບ ແລະ ຜົນກຳໄລ.

ບັນດາແຮ່ທາດ
ຫີນຮາລິດ

ແຫຼ່ງຂ້ໍມູນອື່ນ[ດັດແກ້]

Commons:Category
Commons:Category
Commons ມີພາບກ່ຽວກັບ:
ແຮ່ທາດ