ແບ້
ຮູບຮ່າງການສະແດງຜົນ
| ແບ້ | |
|---|---|
| ຝູງແບ້ | |
| ສະຖານະການອະນຸຮັກ | |
ສັດລ້ຽງຫຼືປະສຸສັດ
| |
| ການຈຳແໜກຊັ້ນທາງວິທະຍາສາດ | |
| ອານາຈັກ: | Animalia |
| ຟີລຳ: | Chordata |
| ຊັ້ນ: | Mammalia |
| ອັນດັບ: | Artiodactyla |
| ວົງ: | Bovidae |
| ວົງຍ່ອຍ: | Caprinae |
| ສະກຸນ: | Capra |
| ຊະນິດ: | C. aegagrus |
| ຊະນິດຍ່ອຍ: | C. a. hircus |
| Trinomen | |
| Capra aegagrus hircus (Linnaeus, 1758) | |
ແບ້ (ຊື່ວິທະຍາສາດ: Capra aegagrus hircus) ເປັນສັດສີ່ຕີນແນວນຶ່ງ ເປັນສັດຄ້ຽວເອື້ອງ ໂຕຂະໜາດງົວນ້ອຍ. ຈັດຢູ່ໃນກຸ່ມຍ່ອຍຂອງແບ້ບ້ານທີ່ມີວິວັດທະນາການມາຈາກແບ້ປ່າໃນອາຊີຕາເວັນຕົກສຽງໃຕ້ແລະເອີລົບຕາເວັນອອກ. ຢູ່ໃນສະກຸນ Bovidae ແລະມີຄວາມໃກ້ຄຽງກັບແກະ ໂດຍສັດທັງສອງແນວຢູ່ໃນວົງຍ່ອຍແກະແລະແບ້ (Caprinae). ປັດຈຸບັນຄາດວ່າມີແບ້ກວ່າ 300 ສາຍພັນ.[1]. ແບ້ເປັນປະສຸສັດທີ່ຢູ່ຮ່ວມກັບມະນຸດມາດົນ ໂດຍມະນຸດໃນຫຼາຍບ່ອນຂອງໂລກ ມັກລ້ຽງແບ້ເພື່ອເປັນອາຫານ ຫຼືເອົານ້ຳນົມ ຂົນຫຼືໜັງ[2]. ເມື່ອຄ.ສ. 2011 ມີແບ້ກວ່າ 924 ລ້ານໂຕທົ່ວໂລກ ຕາມຂໍ້ມູນຂອງອົງການອາຫານແລະການກະເສດແຫ່ງສະຫະປະຊາຊາດ[3].
ອ້າງອີງ
[ດັດແກ້]- ↑ Hirst, K. Kris. "The History of the Domestication of Goats". Archived 2022-04-07 at the Wayback Machine About.com. Accessed August 18, 2008.
- ↑ Coffey, Linda, Margo Hale, and Ann Wells; "Goats: Sustainable Production Overview. Archived 2007-02-04 at the Wayback Machine
- ↑ FAOSTAT, United Nations Food and Agricultural Organization