ເອສົບ
Appearance
![](http://upload.wikimedia.org/wikipedia/commons/thumb/9/96/Aesopus_-_Aesopus_moralisatus%2C_circa_1485_-_2950804_Scan00010.tif/lossless-page1-220px-Aesopus_-_Aesopus_moralisatus%2C_circa_1485_-_2950804_Scan00010.tif.png)
ເອສົບ ຫຼື ເອຊົບ (ຝະລັ່ງ: Ésope – ສັດຕະວັດທີ 6) ເປັນນັກເລົ່ານິທານຊາວກະເລັກ ໃນຕຳນານກະເລັກບູຮານ. ນິທານອັນກ່າວວ່າເລົ່າໂດຍ "ເອສົບ" ເຊື່ອກັນວ່າແມ່ນນິທານເຊິ່ງລວບລວມມາຈາກຫຼາຍບ່ອນ. ນິທານເອສົບໄດ້ຮັບຄວາມນິຍົມຊົມຊື່ນແພ່ຫຼາຍເນື່ອງຈາກກະວີຊາວໂລມຊື່ເປດຣັສນຳມາເລົ່າຈົນແພ່ຫຼາຍໃນຄິດສັດຕະວັດທີ 1 ແລະ ຕໍ່ມາ "ຊົງ ເດີ ລາ ຟົງແຕນ" ກະວີຊາວຝະລັ່ງໄດ້ນຳມາລຽນໃໝ່ເປັນຮ້ອຍກອງເຊິ່ງຄ່ອນຂ້າງເກີນຈິງແຕ່ມີຊີວິດຊີວາເມື່ອປີ ຄ.ສ. 1668.