ເອດສ໌

ຈາກ ວິກິພີເດຍ
ຮິບບິ້ນສີແດງ ສັນຍະລັກຂອງກຸ່ມຊ່ວຍເຫຼືອຜູ້ປ່ວຍໂຮກເອດສ໌

ໂຮກເອດສ໌  ຫຼືອ ໂຮກພູມຄຸ້ມກັນບົກພ່ອງ (Acquired Immune Deficiency Syndrome - AIDS) ແມ່ນກຸ່ມອາການເຈັບປ່ວຍທີ່ເກິດຂຶ້ນເພາະຮ່າງກາຍໄດ້ຮັບເຊື້ອໄວຣັດເອດໄອວີ (HIV) ຊຶ່ງຈະນຳໄປທຳຮ້າຍເມັດເລືອດຂາວ ທີ່ເປັນແຫຼ່ງສ້າງພູມຄຸ້ມກັນໂຮກ ເຮັດໃຫ້ພູມຄຸ້ມກັນໂຮກລົດນ້ອຍລົງ ຈຶງເຮັດໃຫ້ຕິດເຊື້ອໂຮກແຊກຊ້ອນເຂົ້າສູ່ຮ່າງກາຍໄດ້ງ່າຍຂຶ້ນ ເຊັ່ນ ວັນນະໂຮກໃນປອດ ຫຼືອ ຕ່ອມນ້ຳເຫຼືອງ ເຍຶ່ອຫຸ້ມສະໝອງອັກເສບຈາກເຊື້ອລາ ໂຮກຜິວໜັງບາງຊະນິດ ຫຼືອເປັນມະເລັງບາງຊະນິດໄດ້ງ່າຍກ່ວາຄົນປົກກະຕິ ຊຶ້ງສາເຫດຂອງການເສຍຊີວິດມັກເກິດຂຶ້ນຈາກການເສຍຊີວິດມັກເກິດຂຶ້ນຈາກໂຮກຕິດເຊື້ອສວຍໂອກາດຕ່າງ າ ເຫຼົ່ານີ້ ເຮັດໃຫ້ອາການຮຸນແຮງແລະເສຍຊີວິດຢ່າງຮວດເຮັວ

ປັດຈຸບັນໂຮກເອດສ໌ມີການຕວດພົບທັ່ວໂລກ ແລະປະມານການວ່າມີຜູ້ເສຍຊີວິດເນື່ອງຈາກໂຮກເອດສ໌ຢ່າງນ້ອຍ 25 ລ້ານຄົນ ຕັ້ງແຕ່ຖຶກຄົ້ນພົບໃນປີ ຄ.ສ. 1981 ນັບເປັນໂຮກທີ່ມີອັນຕະລາຍສູງໂຮກໜຶ່ງໃນປະຫວັດສາດມະນຸດຊາດ