ເອກະສານປານາມາ

ຈາກ ວິກິພີເດຍ

ເອກະສານປານາມາຖືກຮົ່ວໄຫລປະມານ11.5 ລ້ານສະບັບຂອງເອກະສານລັບທີ່ໃຫ້ຂໍ້ມູນລາຍລະອຽດຫລາຍກວ່າ 214,000 ບໍລິສັດນອກປະເທດທີ່ ໄດ້ລົງບັນຊີໂດຍ ບໍລິສັດ ປານາມາທີ່ໃຫ້ບໍລິການທາງກົດໝາຍ ຊື່ ບໍລິສັດ Mossack Fonseca, ລວມທັງໄດ້ລະບຸຕົວຜູ້ຖືຫຸ້ນ ແລະຜູ້ຊີ້ນຳຂອງບໍລິສັດ . ເອກສະສານໄດ້ສະແດງໃຫ້ເຫັນ ບຸກຄົນທີ່ຮັ່ງມີ ,ລວມເຖິງພະນັກງານລັດ, ເຊື່ອງເງິນຂອງເຂົາເຈົ້າເພື່ອຫລີກລ່ຽງການກວດສອບຈາກພາກລັດ. ເອກະສານລະບຸຕົວຜູ້ນຳປະເທດໃນປະຈຸບັນຈາກຫ້າປະເທດຄື – Argentina, Iceland, Saudi Arabia, Ukraine,ແລະ the United Arab Emirates – ກໍຄືເຈົ້າໜ້າທີ່ລັດ, ພີ່ນ້ອງໃກຊິດ,ແລະຜູ້ທີ່ມີຄວາມສຳພັນອັນໃກ້ຊິດກັບຜູ້ນຳລັດຖະບານຂອງສີ່ສິບກວ່າປະເທດ,ລວມເຖິງ Brazil, China, Peru, France, India, Malaysia, Mexico, Pakistan, Romania, Russia, South Africa, Spain, Syria, ແລະ the United Kingdom.