ເຫດໂຈມຕີໄນຕ໌ຄລັບອິສະຕັນບູນ ຄ.ສ. 2017

ຈາກ ວິກິພີເດຍ

ເມື່ອວັນທີ່ 1 ມັງກອນ ຄ.ສ. 2017, ເກີດເຫດກາດຍິງຢູ່ໄນຕ໌ຄລັບໃນເບຊິກທັຊຈາກເມືອງອິສະຕັນບູນ, ປະເທດຕວກກີ. ການໂຈມຕີເກີດຂຶ້ນເມື່ອເວລາ 01:15 FET (UTC+3) ໂດຍປະມານ ຢູ່ໄຣຍ໌ນາໄນຕ໌ຄລັບ ໃນຂະນະທີ່ຜູ້ທີ່ຢູ່ໃນເຫດການຈຳນວນນັບຮ້ອຍຄົນກຳລັງສະຫຼອງເທສະການປີໃໝ່. ມີຜູ້ຖືກຍິງເສຍຊີວິດຢ່າງນ້ອຍ 39 ຄົນ ແລະບາດເຈັບຢ່າງນ້ອຍ 70 ຄົນ. ຕໍ່ມາໄອຊິດໄດ້ອອກຖະແຫຼງການ ໂດຍອ້າງວ່າຕົນແມ່ນຜູ້ທີ່ຢູ່ເບື້ອງຫຼັງຂອງເຫດໂຈມຕີທີ່ເກີດຂຶ້ນ.[1]

ການໂຈມຕີ[ດັດແກ້]

ຜູ້ກໍ່ເຫດໄດ້ສວມຊຸດຊານຕາຄອດແລະໄດ້ເປີດສາກຍິງໃນໄນຕ໌ຄລັບເມື່ອເວລາປະມານ 01:15. ຈາກລາຍງານໄດ້ລະບຸວ່າ ຜູ້ກໍ່ເຫດໄດ້ຖືເອເຄ 47 ຫຼັງຈາກນັ້ນໄດ້ຂ້າເຈົ້າໜ້າທີ່ຕຳລວດແລະຜູ້ທີ່ຢືນເບິ່ງຢູ່ແຖວໆປະຕູ ກ່ອນທີ່ຈະຍ່າງເຂົ້າໄປຂ້າງໃນໄນຕ໌ຄລັບ.[2][3][4] ຜູ້ກໍ່ເຫດໄດ້ເວົ້າກ່ຽວກັບເຫດການທີ່ເກີດຂຶ້ນດ້ວຍພາສາອາຣັບ,[5] ແລະໄດ້ຕະໂກນຂຶ້ນຂະນະທີ່ກຳລັງໂຈມຕີວ່າ "ອາລໍ ອັກບາຣ໌".[6][7][8]

ອ້າງອິງ[ດັດແກ້]

  1. (January 1, 2017). Turkish police hunt nightclub attacker. Deutsche Welle. Retrieved: January 2, 2017.
  2. "35 killed in armed attack at Istanbul nightclub". aa.com.tr. Anadolu Agency. Retrieved 31 December 2016.
  3. "Son Dakika: Ünlü gece kulübüne silahlı saldırı". Hürriyet. Retrieved 31 December 2016.
  4. "One attacker still inside Istanbul nightclub: CNN Turk". reuters.com. Reuters. Retrieved 1 January 2017.
  5. "Gece Kulübü Reina'ya Terör Saldırısı Vali Şahin: 1 Polis Şehit, 35 Sivil Hayatını Kaybetti". sondakika.com. Retrieved 1 January 2017.
  6. "HS Istanbulissa: Uusi vuosi alkoi verilöylyllä Turkissa – lue yhteenveto tuhoisasta yökerhoiskusta", Helsingin Sanomat, 1 January 2017. ຮຽກຂໍ້ມູນວັນທີ 1 January 2017 (in fi-FI)
  7. "Police hunt lone Istanbul gunman who is on the run", News Corp Australia, 2 January 2017. ຮຽກຂໍ້ມູນວັນທີ 2 January 2017
  8. "Anschlag in Istanbul: Killer schrie "Allahu Akbar"", euronews, 1 January 2017 (in de)