ເຫດການຍິງນັກຮຽນປະຖົມ Robb Elementary

ຈາກ ວິກິພີເດຍ

ແມ່ແບບ:Infobox civilian attack

ເມື່ອ​ວັນ​ທີ 24 ພຶດສະພາ 2022, ທ້າວ Salvador Rolando Ramos ອາຍຸ 18 ປີ ໄດ້​ຖືກ​ກ່າວ​ຫາ​ວ່າ​ໄດ້​ກໍ່ເຫດຍິງ​ປືນ​ທີ່ ​ໂຮງ​ຮຽນ Robb Elementary ໃນ​ເມືອງ ຍູວາລດິ, ເທັກຊາສ, ລັດ Texas, ສະ​ຫະ​ລັດ, ເຮັດ​ໃຫ້ 21 ຄົນ​ເສຍ​ຊີ​ວິດ. ໃນກ່ອນເຫດການໃນມື້ນັ້ນ, Ramos ໄດ້ຍິງແມ່ຕູ້ຂອງລາວ ແລະ ແມ່ຕູ້ໄດ້ຮັບບາດເຈັບ ກ່ອນທີ່ຈະໄປກໍ່ເຫດທີ່ໂຮງຮຽນ. ​ໃນ​ຈຳນວນ​ຜູ້​ຄົນ​ທີ່​ຖືກ​ຍິງ​ຕາຍນັ້ນ, 19 ຄົນ​ເປັນ​ເດັກນ້ອຍ​ ແລະ​ສອງ​ຄົນ​ເປັນ​ຜູ້​ໃຫຍ່ ​ແລະ​ ເດັກນ້ອຍ​ອີກ​ຫຼາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ. Ramos ໄດ້ຖືກຂ້າຕາຍເຊັ່ນກັນ, ຫຼັງຈາກການຍິງປືນສູ້ກັບເຈົ້າຫນ້າທີ່ຕຳຫຼວດ.