ເມືອງອາດສະພອນ

ຈາກ ວິກິພີເດຍ

ທີ່ຕັ້ງ[ດັດແກ້]

ອາດສະພອນ ເປັນເມືອງເກົ່າແກ່ທີ່ເຄີຍມີຊື່ເມືອງອາດສະພອນໃນສະໄໝພຣະຣາຊະນາຈັກລາວ ທີ່ປົກຄອງໂດຍຝຣັ່ງເສດ (ອ້າງໃນປະຫວັດແຂວງສະຫວັນນະເຂດກ່ອນ 1906), ແລະ ຍຸບໄປໄລຍະໜຶ່ງ. ຕົກມາຮອດໃນໄລຍະປ່ຽນແປງການປົກຄອງເປັນ ປະເທດສາທາລະນະລັດ ປະຊາຊທິໄຕ ປະຊາຊົນລາວ ເມືອງອາດສະພອນໄດ້ຮັບການສ້າງຕັ້ງຄືນໄໝ່ໃນປີ 1993 ໂດຍແຍກອອກຈາກເມືອງອາດສະພັງທອງ (ດົງເຫັນ). ອາດສະພອນ ເປັນເມືອງທີ່ມີພູມສັນຖານເຄິ່ງທົ່ງພຽງ ແລະ ພູພຽງ ຕັ້ງຢູ່ທາງທິດຕາເວັນອອກຂອງແຂວງສະຫວັນນະເຂດ ຫ່າງຈາກເທດສະບານແຂວງ 95 ຫຼັກ (ກິໂລແມັດ). ເມືອງອາດສະພອນ ມີສອງເສັ້ນທາງເຂົ້າ-ອອກໄດ້ ຄື 1) ຈາກເສັ້ນທາງເລກ 9 ລ້ຽວຊ້າຍຢູ່ສາມແຍກກ່ອນຈະເຂົ້າເທດສະບານເມືອງອາດສະພັງທອງ ໄລຍະທາງແຕ່ເສັ້ນທາງເລກ 9 ຫາເທດສະບານເມືອງອາດສະພອນ 25 ຫຼັກ ແລະ 2) ຈາກເສັ້ນທາງເລກ 13 ໃຕ້ ກ່ອນຈະຮອດເທດສະບານເມືອງອຸທຸມພອນ (ເຊໂນ) ລ້ຽວເຂົ້າເສັ້ນທາງເລກ 10 ໄລຍະທາງ 58 ຫຼັກ. ເມືອງອາດສະພອນ ມີຊາຍແດນຕິດກັບ 5 ເມືອງຂອງແຂວງສະຫວັນນະເຂດ ຄື ທິດຕາເວັນອອກ ຕິດກັບເມືອງວິຣະບູຣີ ແລະ ເມືອງພະລານໄຊ, ທິດເໜືອ ຕິດກັບເມືອງໄຊບົວທອງ ແຂວງຄຳມ່ວນ, ທິດຕາເວັນຕົກ ຕິດກັບເມືອງອຸທຸມພອນ ແລະ ເມືອງໄຊບູລີ, ທິດໃຕ້ຕິດກັບເມືອງອາດສະພັງທອງ.


ເມືອງອາດສະພອນ ມີ 66 ບ້ານ ແລະ 5 ຈຸດສຸມ ຄື 1) ໂນນມີໄຊ, 2) ແກ້ງມົ້ມ-ແກ້ງຈອນ, 3) ໂພນງາມ, 4) ນາເລົາ, 5) ນາປອດ


ຄຳຂວັນເມືອງອາດສະພອນ ດິນແດນພູຊ້າງ ມີຮ່າງໃດໂນເສົາ ເຫຼົ້າໄຫແກ້ງແດງ ສຽງແຄນດອນກອງ ກະປູແດງສອງຫ້ອງ ຄ້ອງໃຫຍ່ດົງທະດາ ປິ້ງປາວັງໄຮ ຕົ້ນໄກ່ນາມົນ ລຳວົງສາວຜູ້ໄທ

ເນື້ອທີ່ ແລະ ປະຊາກອນ[ດັດແກ້]

ເນື້ອທີທັງໝົດ 1.496,6 ກິໂລຕາແມັດ ປະຊາກອນທັງໝົດ 63.321 ຄົນ, ຍິງ 31.772 ຄົນ ສະເລ່ຍຄວາມໜາແໜ້ນ 0.02363 ກິໂລຕາແມັດ/ຄົນ.

  • ປະຊາກອນ ອາຍຸ 0-2 ປີ 3.175 ຄົນ, ຍິງ 1.604 ຄົນ
  • ປະຊາກອນ ອາຍຸ 3-4 ປີ 2.459 ຄົນ, ຍິງ 1.252 ຄົນ
  • ປະຊາກອນ ອາຍຸ 6-10 ປີ 6.500 ຄົນ, ຍິງ 3.242 ຄົນ
  • ປະຊາກອນ ອາຍຸ 11-14 ປີ 5.270 ຄົນ, ຍິງ 2.624 ຄົນ
  • ປະຊາກອນ ອາຍຸ 15-17 ປີ 3.3940 ຄົນ, ຍິງ 1.990 ຄົນ
  • ປະຊາກອນ ອາຍຸ 1524 ປີ 1.3881 ຄົນ, ຍິງ 6.924 ຄົນ
  • ປະຊາກອນ ອາຍຸ 25-40 ປີ ຂຶ້ນໄປ 14.707 ຄົນ, ຍິງ 7.235 ຄົນ

75 ສ່ວນຮ້ອຍ ຂອງປະຊາກອນເມືອງອາດສະພອນ ເປັນຊົນເຜົ່າຜູ້ໄທ ແລະ 20 ສ່ວນຮ້ອຍແມ່ນຊົນເຜົ່າບຣູ (ມະກອງ)ແລະ 5 ສ່ວນຮ້ອຍ ເປັນລາວລຸ່ມ.