ເມືອງຫ້ວຍຊາຍ
Appearance

ເມືອງຫ້ວຍຊາຍ ເປັນທີ່ຕັ້ງຂອງເທດສະບານແຂວງ ຫຼື ເມືອງເອກຂອງແຂວງບໍ່ແກ້ວ. ເປັນທີ່ຮູ້ຈັກຂອງນັກທ່ອງທ່ຽວ ໃນນາມ ເປັນເມືອງທ່າສຳຄັນ ໃນການທ່ອງທ່ຽວ ແລະ ຂົນສົ່ງສິນຄ້າໃນລຳນ້ຳຂອງ.
ດ້ານເສດຖະກິດ
[ດັດແກ້]ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ປະກອບມີ 89 ບ້ານ, 14 ກຸ່ມບ້ານພັດທະນາ ແລະ 1 ບ້ານໃຫຍ່ ປະກອບມີ 11,004 ຄອບຄົວ, ມີປະຊາກອນທັງໝົດ 61,461 ຄົນ, ຍິງ 30,952 ຄົນ ( ສະຖິຕິປີ 2009 ), ປະຊາກອນໃນເກນອາຍຸ 15-40 ປີ ມີ 26,998 ຄົນ, ຍິງ 13,314 ຄົນ

ທີ່ຕັ້ງ ແລະ ອານາເຂດ
[ດັດແກ້]- ທິດເໜືອຕິດກັບ ເມືອງເມິງ
- ທິດຕາເວັນຕົກສຽງເໜືອຕິດກັບ ເມືອງຕົ້ນເຜິ້ງ
- ທິດຕາເວັນອອກຕິດກັບ ແຂວງຫຼວງນ້ຳທາ
- ທິດຕາເວັນຕົກຕິດກັບ ອຳເພືໍ ຊຽງຂອງ ຈັງຫວັດ ຊຽງຣາຍ ປະເທດໄທ
- ທິດໃຕ້ຕິດກັບ ເມືອງຜາອຸດົມ
- ທິດຕາເວັນຕົກສຽງໃຕ້ຕິດກັບ ເມືອງປາກທາ