ເມືອງວຽງພູຄາ

ຈາກ ວິກິພີເດຍ

ເມືອງ​ວຽງ​ພູ​ຄາ ຈັດ​ໄດ້​ວ່າເປັນ​ຕົວ​ເມືອງ​ແຫ່ງ​ພູ­ຜາ​ອີກ ແຫ່ງ​ຫນຶ່ງ ເຊິ່ງ​ຕັ້ງ​ຢູ່​ທາງ​ພາກໃຕ້​ຂອງ​ແຂວງ​ຫລວງ​ນ້ຳ​ທາ, ຫ່າງ​ຈາກ​ເທດ­ສະ­ບານ​ແຂວງ ຫລວງ​ນ້ຳ​ທາ ປະ­ມານ 60 ກິ​ໂລແມັດ ໄປ​ຕາມ​ຖະ­ຫນົນ​ເລກ​ທີສາມ, ເມືອງ​ດັ່ງ­ກ່າວ ມີ​ເນື້ອ­ທີ່​ທັງຫມົດ 1,866 ກິ­ໂລຕາ­ແມັດ, ມີ​ພົນ­ລະ­ເມືອງ​ອາ­ໄສ​ຢູ່ 18 ພັນ​ກວ່າ​ຄົນ (ຕາມ​ສະ­ຖິ­ຕິ​ສຳຫລວດ​ໃນ​ປີ 2005).

ເມືອງ​ວຽງ​ພູ​ຄາ, ເຖິງ​ແມ່ນຈະ​ຖືກ​ຈັດ​ໃຫ້​ເປັນ​ຕົວ​ເມືອງແຫ່ງ​ພູ­ເຂົາ ແຕ່​ພາບ​ທຳ​ມະ​ຊາດ ທີ່​ຫຸ້ມ​ລ້ອມ​ຕົວ​ເມືອງ​ດັ່ງ­ກ່າວ​ໄດ້ ກາຍ­ເປັນ​ມົນ​ສະ­ເຫນ​ອັນ​ດຶງ​ດູດໃຈ​ໃນ​ເວ­ລາ​ພົບ​ເຫັນ​ຫລາຍ​ສົມຄວນ, ຕົວ​ເມືອງ​ດັ່ງ­ກ່າວ​ນີ້ ມີຊາຍ​ແດນ​ຕິດ​ຈອດ​ກັບ​ບັນ­ດາ​ຕົວເມືອງ​ຕ່າງໆ​ ອ້ອມ​ຂ້າງ​ເຊັ່ນ: ເມືອງ​ນ້ຳ​ທາ, ເມືອງ​ນາ​ແລ ແລະ ເມືອງ​ລອງ ແຂວງ​ບໍ່​ແກ້ວ, ມີ​ປະຊາ​ຊົນ​ທີ່​ປະ­ກອບ​ດ້ວຍ​ຫລາຍ​ຊົນຊາດ​ຊົນ­ເຜົ່າ​ດຳ­ລົງ​ຊີ­ວິດ​ຢູ່: ຊົນເຜົ່າ​ອາ​ຄ່າ, ມູ​ເຊີ, ຄະ​ມຸ, ມົ້ງ ແລະ ລາວ​ລຸ່ມ, ພ້ອມ​ກັນ​ນັ້ນ ເມືອງວຽງ​ພູ​ຄາ​ຍັງ​ເປັນ​ຕົວ​ເມືອງ ເຊື່ອມ​ຕໍ່​ການ​ຄ້າ​ທີ່​ສຳ­ຄັນ​ລະຫວ່າງ​ເມືອງ​ນ້ຳ​ທາ ແລະ ຫ້ວຍຊາຍ, ແຂວງ​ບໍ່​ແກ້ວ, ຖ້າ​ບັນ­ດານັກ​ທ່ອງ​ທ່ຽວ​ທີ່​ຕ້ອງ­ການ​ເດີນທາງ​ໄປ​ທີ່​ເມືອງ​ວຽງ​ພູ​ຄາ​ແລ້ວ ກ່ອນ​ອື່ນ​ກໍ່​ຕ້ອງ​ຜ່ານ​ສອງ​ຕົວເມືອງ​ດັ່ງ­ກ່າວ ແລະຍັງ​ຈະ​ໄດ້ພົບ​ກັບ​ບັນ­ດາ​ກິດ­ຈະ ­ກຳ​ທີ່​ຫລາກຫລາຍ ບໍ່​ວ່າ​ຈະ​ເປັນ​ການ​ຍ່າງປ່າ, ການ­ທ່ອງ­ທ່ຽວ​ພາຍ​ໃນ​ຕົວເມືອງ ລວມ​ທັງ​ຢ້ຽມ­ຢາມ​ບັນດາ​ແຫລ່ງ​ທ່ອງ​ທ່ຽວ​ຫລາຍແຫ່ງ​ທີ່​ຈະ​ໄດ້​ສຳ­ຜັດ.

ສຳ­ລັບ​ແຫລ່ງ​ທ່ອງ​ທ່ຽວ​ທີ່ສຳ­ຄັນ​ຂອງ​ເມືອງ​ດັ່ງ­ກ່າວ ກໍ່ແມ່ນ​ວັດ​ມະ­ຫາ​ພົດ, ເຊິ່ງ​ສ້າງ​ຂຶ້ນໃນ​ໄລ­ຍະ​ສະ­ຕະ­ວັດ​ທີ 16-17, ວັດແຫ່ງ​ນີ້​ຕັ້ງ​ຢູ່​ເທິງ​ຈອມ​ພູ​ສູງ ແລະ ໄດ້​ກາຍ­ເປັນ​ສະ­ຖານ­ທີ່​ສັກ­ກາ­ລະບູ­ຊາ​ຂອງ​ຊາວ​ເມືອງ​ວຽງ​ພູ​ຄາ, ເຊິ່ງ​ປະ­ຊາ­ຊົນ​ທ້ອງ­ຖິ່ນ​ໃນ​ເຂດນັ້ນ​ພາ­ກັນ​ເຊື່ອ​ວ່າ ມີ​ສິ່ງ​ສັກ­ສິດຄອຍ​ປົກ​ປ້ອງ, ຖ້າ​ຜູ້​ໃດ​ບໍ່​ໃຫ້ຄວາມ​ເຄົາ­ລົບ​ນັບ­ຖື ຫລື ສັກ​ກາລະ​ບູ­ຊາ ໃນ​ເວ­ລາ​ທີ່​ເດີນ­ທາງ​ໄປເຂດ​ວັດ​ດັ່ງ­ກ່າວ​ແລ້ວ​ແມ່ນ​ຈະພົບ​ກັບ​ໂຊກ​ຮ້າຍ, ນອກ­ຈາກ​ສະຖານ​ທີ່​ສັກ­ກາ­ລະ​ບູ­ຊາ​ແຫ່ງ​ນີ້ແລ້ວ ເຂດ​ເມືອງ​ວຽງ​ພູ​ຄາ​ຍັງມີ​ບັນ­ດາ​ຖ້ຳ​ຕ່າງໆ​ຫລາຍ​ແຫ່ງທີ່​ຫນ້າ​ທ່ຽວ​ຊົມ ບໍ່​ວ່າ​ຈະ​ເປັນຖ້ຳ​ກາວ​ຣາວ ເຊິ່ງ​ຕັ້ງ​ຢູ່​ເຂດ​ບ້ານນ້ຳ​ແອ່ງ, ເມືອງ​ວຽງ​ພູ​ຄາ ນັ້ນເອງ, ຖ້ຳ​ພູ​ຜາ­ສາດ, ໃກ້​ກັບ​ບ້ານທ່າ​ຫລວງ, ນອກ​ນັ້ນ ບັນ­ດາ​ນັກທ່ອງ​ທ່ຽວ​ທີ່​ເຂົ້າ​ໄປ​ທ່ຽວ​ຊົມເມືອງ​ດັ່ງ­ກ່າວ​ຍັງ​ຈະ​ໄດ້​ຄົ້ນ​ພົບສະ­ຖານ­ທີ່​ທ່ອງ​ທ່ຽວ​ແຫ່ງ​ໃຫມ່​ຄື ຖ້ຳ​ນ້ຳ​ໃຫມ່, ລວມ​ເຖິງ​ວັດ​ວາ​ອາຮາມ​ອັນ​ເກົ່າ​ແກ່​ທີ່​ຕັ້ງ​ຢູ່​ເທິງຈອມ​ພູ​ສູງ ແລະ ອື່ນໆ.