ເພດສຶກສາ

ຈາກ ວິກິພີເດຍ
ກ່ອງໃຫ້ຄວາມຮູ້ເລື່ອງເພດສຶກສາ

ເພດສຶກສາ ເປັນການຮຽນຮູ້ກ່ຽວກັບ ເພດຊາຍ ແລະ ເພດຍິງ ມີເນື້ອຫາກ່ຽວກັບສະລີລະຮ່າງກາຍຂອງແຕ່ລະເພດ, ລັກສະນະການປ່ຽນແປງຈາກໄວເດັກສູ່ໄວລຸ້ນ ເຊິ່ງເປັນໄວຈະເລີນພັນ. ເນື້ອຫາຈະລວມໄປເຖິງການປະຕິບັດເພື່ອເບິ່ງແຍງຮ່າງກາຍຂອງຕົນເອງ ແລະເພື່ອການປະຕິບັດຕົວຕໍ່ເພດກົງກັນຂ້າມ ຊິວິດຄູ່ ການມີເພດສຳພັນ ການຄຸມກຳເນີດ ກາມມະໂລກ ແລະເນື້ອຫາຕ່າງໆ ທີ່ກ່ຽວກັບເພດ