ເຜົ່າກະ​ຕູ

ຈາກ ວິກິພີເດຍ

ແມ່ແບບ:ປະ​ຫວັດ​ຄວາມ​ເປັນ​ມາ ແລະ ຊື່​ເອີ້ນເຜົ່າກະ​ຕູ

ກົກ​ເຄົ້າ​ເຫງົ້າ​ກໍ​ ຂອງ​ຊົນ​ເຜົ່າກະ​ຕູ ​ແມ່ນ​ມາ​ຈາກ​ກະ​ຕູ​ຢ່ວນ, ອາຕວກ ຟາກສາຍ​ພູ​ຫລວງ ເບື້ອງຫວຽດ​ນາມ, ຫວຽດ​ນາມ ເອີ້ນ​ເຂົາ​ເຈົ້າ​ວ່າ “ໂບ​ຕອກ​ກະ​ຕູ” ເມື່ອ​ຖືກ​ການ​ຕັດ ​ແບ່ງ​ດິນ​ແດນ​ກະຕູ​ ຖືກ​ດຳ​ລົງ​ຊີ​ວິດ ​ບ່ອນ​ເດີມ​ຈຳ​ນວນ​ໜຶ່ງ, ຈຳ​ນວນ​ໜຶ່ງ​ມີ​ການ​ຫຍັບ​ຍ້າຍ ​ດຳ​ລົງ​ຊີ​ວິດ​ເກັບ​ຜັກ​ປ່າ, ຫາ​ໝາກ​ໄມ້​ທຳ​ມະ​ຊາດ ​ຕາມຍອດຫ້ວຍ​ຮ່ອມ​ພູ, ຕັ້ງ​ຕູບ​ປຸກ​ຖຽງ​ ຢູ່​ອາ​ໄສ​ຕາມ​ໄຮ່, ສວນເຂດ​ອາ​ເຣິງ-ອາບານ ພາກ​ຕາ​ເວັນ​ອອກ​ ສາຍ​ພູ​ຫລວງຫ່າງ​ໄກ​ ບ້ານ​ບໍ່​ຢາກ​ກັບ​ຄືນ.


ແນວ​ຄິດ​ຢາກ​ເປັນ​ເຈົ້າ​ຖິ່ນ ​ເຈົ້າ​ຖານ​ການ​ຕັ້ງ​ຊື່​ບ້ານ​​ ຈຶ່ງ​ເອົາຕາມ​ຜູ້​ກົກ​ເຫລົ່າ, ຊື່​ເຜົ່າ ຫລື ກຸ່ມ​ພາ​ສາ​ຕາມ ​ຊື່​ພູ​ຜາ​ຫ້ວຍ​ນ້ຳຜັກ ປ່າໝາກ​ໄມ້ສຽງ​ສັດຮ້ອງ ແລະ ສິ່ງ​ບັງ​ເອີນອື່ນໆ ເປັນ​ຊື່ຮຽກ​ເຜົ່າ ຫລື ກຸ່ມ​ພາ​ສາ​ຕະ​ກຸນ​ ຂອງຕົນ​ຕາມ​ ທຳ​ມະ​ຊາດ​ຄື: ຫ້ວຍ​ ຕ​ຣິ້ວ, ດາກ​ກັງ ແລະ ຫ້ວຍ​ຣາກ​ແງ່ ຫລື ສຽງນົກກົກ​ຮ້ອງ( ນົກ​ອາເຣົາ ແລະ ກຶນ ກຶວ! ກຶນ​ກຶວ), ສຽງຈັກ​ຈັ່ນ​ຮ້ອງ (ແວ່!ແວ່). ການ​ຫຍັບຍ້າຍ ຈາກ​ບ່ອນ​ເກົ່າ​ໄປ​ບ່ອນ​ໃໝ່​ ຍ່ອມ​ມີ​ການ​ສູນ​ເສຍ​ຊັບ ແລະ ຊີ​ວິດເມື່ອ​ຫິວ​ໂຫຍ ​ເຈັບ​ປວດ​ລົ້ມຕາຍຖື​ວ່າ ປ່າ​ເຂັດ​ດິນ​ຂວາງ, ເມື່ອ​ແນວນັ້ນເກີດ ​ມີ​ການບະ​ຜີ ເພື່ອ​ຊູ​ກຳລັງໃຈ ​ຜູ້​ເຈັບປ່ວຍແຕ່​ບໍ່​ທັນສິ້ນ​ສຸດ ຈາກ​ຄວາມ​ຢາກ​ມີ​ຊີ​ວິດ​ຕໍ່​ໄປ​ ຕ້ອງ​ປະຮ້າງບ່ອນ​ເກົ່າ ຍົກ​ຍ້າຍ​ຫຍັບ​ວຽນ​ໄປ- ມາ​ເຂດ​ເຄີຍ​ທຳ​ມາ​ຫາ​ກິນ ເຖິງເຂດ​ອາ​ເຣິງ ອາ​ບາ​ລ ປະ​ນາງ ອາ ບວ​ລ ອາ​ຕຽດຈະ​ກົງ, ປັດ​ຈຸ​ບັນ​ເອີ້ນ​ວ່າ​ ກະ​ຕູ​ອາ​ສານຈາກອາບວລ ຈະ​ກົງ​ໄປ​ຕັ້ງ​ຖິ່ນ​ຖານ ​ບ້ານໃຫຍ່ເຂດ​ພູ​ຕາງ​ອາ​ລາງ ເກີດ​ມີ​ຄວາມເອີ້ນ​ກັນ​ວ່າ ​ກະ​ຕູ​ຕາງ, ກະ​ຕູ​ຕ​ຣິ້ວ ແລະ ດາກ​ກັງ ກໍຍ້ອນ​ການ​ອົບ​ພະ​ຍົບ ຈາກ​ກະ​ຕູ​ອາ​ເຣິງ, ອາ​ລັງ​ພາກ​ຫວຽດ​ນາມ ມາ​ປີ ຄສ 1830, ຍ້ອນ​ອຶດ​ຫິວ​ລົ້ມ​ຕາຍ ຕ້ອງ​ຍ້າຍ​ຖິ່ນ​ຖານ ​ບ້ານ​ເຮືອນ​ມາ​ເຂດ​ຫ້ວຍ​ຕ​ຣິ້ວ ​ເມືອງ​ດາກ​ຈຶງ ປັດ​ຈຸ​ບັນ, ສ່ວນ​ກະ​ຕູ​ດາກ​ກັງ ໄດ້​ແຍກ​ຈາກ​ບ້ານ​ຕ​ຣິ້ວ ຍ້າຍ​ຢູ່​ຫ້ວຍ​ກັງ ເລີຍ​ເອີ້ນ​ວ່າ ດາກ​ກັງ​ຕະ​ຫລອດ​ ປັດ​ຈຸ​ບັນ.


ທາງ​ດ້ານ​ວັດ​ທະ​ນະ​ທຳ- ສັງ​ຄົມ ແລະ ດ້ານ​ເສດ​ຖະ​ກິດ​ ຊົນ​ເຜົ່າ​ກະ​ຕູ ປະ​ກອບ​ມີ​ແຊງ ແລະ ກຸ່ມ​ພາ​ສາ​ຄື: ແຊງ​ຕ​ຣິ້ວ ແລະ ດາກ​ກັງ, ກຸ່ມ​ພາ​ສາ​ເຄີຍ​ເອີ້ນ​ວ່າ: ກະ​ຕູ​ອາ​ສານ​ໂດ, ກະ​ຕູ​ຕາງ ຫລື ປ​ຣັ​ລ​ເວ​ລ, ກະ​ຕະ​ນົກ ຫລື ຣາກ​ແງ່(ເອີ້ນ​ວ່າ ກະ​ຕູ​ອາ​ໂນ), ກະ​ຕູ​ແວ ຫລື ອາ​ຫວາງ​ແສງ, ກະ​ຕູ​ປັ້ນ​ໝໍ້ ຫລື ກະ​ຕູ​ແຣງ, ກະ​ຕູ​ເປືອງ​ອາ​ຕອກ.


ກະ​ຕູ​ຣາກ​ແງ່ (ກະ​ຕູ​ນົກ) ກໍ​ມາ​ຈາກ​ອາ​ບາ​ລ​ປະ​ນາງ, ປະ​ນອນ​ຫຍັບ​ຍ້າຍ ​ຕາມ​ລຳ​ລະ​ແງ່​ເລີຍ​ເອີ້ນ​ກັນ​ວ່າ​ ກະ​ຕູ​ຣາກ​ແງ່ (ກະ​ຕູ​ນົກ​ອາ​ເຣົາ ແລະ ກຶນ​ກຶວ) ກະ​ຕູ​ອາ​ຫວາງ​ແສງ (ກະ​ຕູ​ແວ່) ກ່ອນ​ນີ້​ຫລາຍ​ພັນ​ປີ​ ເຂົາ​ເຈົ້າ​ດຳ​ລົງ​ຊີ​ວິດ ​ຢູ່​ຝັ່ງ​ທະ​ເລ​ເຫວ່​ອາ​ເລື້ອຍ​ຕາມ​ນິ​ທານ ​ເຜົ່າ​ກະ​ຕູ​ເລົ່າ​ຕໍ່​ກັນ​ມາ​ວ່າ ລະ​ງີທະ​ເລ​ຖ້ວມ​ໂລກ, ເຜົ່າ​ກະ​ຕູ​ເປືອງ​ ທີ່​ດຳ​ລົງ​ຊີ​ວິດ​ຫາ​ປາ ​ໂດຍ​ເຮືອ​ມົນ​ໝໍ້​ຂາງ 10 ຫູ​ໄດ້​ຟູຫຍັບ​ຫາ​ຝັ່ງ​ ຟູ​ສູງ​ເຖິງ​ຮ່ອມ ຍອດ​ຫ້ວຍ​ໂຕ​ລ, ອາ​ຊາບ​ມາ​ຝັ່ງ​ນີ້ ນ້ຳ​ບົກ​ລົງ​ເຮືອ​ ກໍ​ໄດ້​ຄ້າງ​ໂຄກ ​ຈຳ​ນວນ​ຄົນ​ ໃນ​ເຮືອ​ດັ່ງ​ກ່າວ​ໄດ້​ເລີ່ມ​ຕັ້ງ​ຕົ້ນ​ຕັ້ງ​ຕົວ​ ໃນ​ການ​ປຸກ​ສ້າງ​ເຮືອນ​ບ້ານ ແລະ ທຳ​ມາ​ຫາ​ກິນ​ ຢູ່​ຟາກ​ພູ​ຫລວງ​ເບື້ອງນີ້.

ຫລາຍ​ສະ​ຕະ​ວັດ​ ເຖິງ​ປັດ​ຈຸບັນ ​ສະ​ພາບ​ການ​ຫຍັບ​ຍ້າຍ​ບ້ານ ແລະ ພົນ​ລະ​ເມືອງ ​ເຜົ່າ​ກະ​ຕູ​ຕາງ (ປ​ຣັລ ເວ​ລ) ແລະ ກະ​ຕູ​ອື່ນໆ ໄດ້​ຢູ່​ສະ​ຫລັບສັບ ຊ້ອນ​ກັບ​ເຜົ່າ​ອື່​ນຄື: ເມືອງ​ເລົ່າ​ງາມ, ເມືອງ​ສາ​ລະວັນ; ເມືອງ​ປາກ​ຊ່ອງ, ບາ​ຈຽງ, ປາກ​ເຊ ແຂວງ​ຈຳ​ປາ​ສັກ; ເມືອງ​ທ່າ​ແຕງ ແລະ ລະ​ມາມມ​ແຂວງ​ເຊກອງ.

ອ້າງອີງ[ດັດແກ້]

ບັນນານຸກົມ[ດັດແກ້]