ເຊໂປນ

ຈາກ ວິກິພີເດຍ

ເມືອງເຊໂປນ ຕັ້ງຢູ່ທາງທິດຕະເວັນອອກ ຂອງສະຫວັນນະເຂດ ມາຕາມເສັ້ນທາງເລກທີ 9 ປະມານ 190 ກິໂລແມັດ. ເຊໂປນເປັນເມືອງທີ່ໄດ້ຮັບຜົນກະທົບຈາກໄພພິບັດເມື່ອຕອນເກີດສົງຄາມທຳລາຍຢ່າງຫຼວງຫລາຍທີ່ສຸດ ເພາະໃນອະດີດເຊໂປນ ເປັນເມືອງຜ່ານເສັ້ນທາງສາຍໂຮ່ຈິມິນ ອັນເປັນເສັ້ນທາງຮົບ ທີ່ມີຊື່ສຽງຫລາຍໃນສົງຄາມອິນດູຈີນ ເປັນເຄືອຂ່າຍຂອງຖະໜົນທຸລະກັນດານ ທີ່ຊັບຊ້ອນລຽບຊາຍແດນລາວ ວຽດນາມ ຕັ້ງຕົ້ນ ຈາກໂພນສະຫວັນ ລົງມາເຖິງອັດຕະປື ແລະ ມີທາງຕໍ່ໄປຍັງກຳປູເຈຍໄດ້. ຈຸດເດັ່ນ, ເຊໂປນຍັງຄົງຮ່ອງຮອຍຂອງອະດີດໄວ້ຢ່າງຊັດເຈນ ຖະໜົນຮອບເມືອງທີ່ມີຊາກເພພັງ ຊາກອາວຸດຍຸດໂທປະກອນ ຖິ້ມຫລົງເຫລືອໄວ້ໄດ້ເຫັນ ໃນອະດີດເສັ້ນທາງນີ້ ພວກຫວຽດມິນ ສ້າງໄວ້ເພື່ອລຳລຽງພົນ ສູ້ກັບທະຫານຝຣັ່ງ ຄ.ສ 1963- 1974 ຊ່ວງສົງຄາມອິນດູຈີນ ກອງທັບຫວຽດນາມເໜືອ ໃຊ້ເປັນເສັ້ນທາງລຳລຽງພົນ ແລະ ອາວຸດຍຸດໂທປະກອນ ໄປວຽດນາມໃຕ້ ອະເມຣິກາ ພະຍາຍາມທຳລາຍເສັ້ນທາງນີ້ໂດຍການຖິ້ມລະເບີດຢ່າງໜັກ ຈົນຖິ້ມຮ່ອງຮອຍແຫ່ງສົງຄາມ ແລະ ຄວາມພິນາດປາກົດຢູ່ຊັດເຈນ ປະຈຸບັນຍັງຄົງມີກັບລະເບີດ ແລະ ຊາກອາວຸດ ເປັນເຄື່ອງຢືນຢັນເຫດການທາງປະຫວັດສາດທີ່ເກິດຂື້ນຢ່າງໂຫດຮ້າຍ ຕະຫລອດເສັ້ນທາງໃຫ້ນັກທ່ອງທ່ຽວໄດ້ສຶກສາຢູ່ເປັນຈຳນວນຫຼາຍ.