ເຄື່ອງເຮັດເຂົ້າຈີ່

ຈາກ ວິກິພີເດຍ

ເຄື່ອງເຮັດເຂົ້າຈີ່ ແມ່ນເຄື່ອງໃຊ້ໃນເຮືອນຊະນິດໜຶ່ງ ໄວ້ໃຊ້ເພື່ອເຮັດເຂົ້າຈີ່ຢ່າງອັດຕະໂນມັດ. ມີໜ້າຕາຄ້າຍຄືເຕົາອົບສ່ຳນ້ອຍ. ເຄື່ອງເຮັດເຂົ້າຈີ່ສ່ວນຫຼາຍ ແມ່ນສາມາດເຮັດເຂົ້າຈີ່ໄດ້ຫຼາກຫຼາຍແບບ ແມ່ນ ເຂົ້າຈີ່ຂາວ ເຂົ້າຈີ່ແບບເອີລົບ ຫຼື ເຂົ້າຈີ່ສຳລັບເຮັດພິດຊ້າ ເປັນຕົ້ນ. ບາງເຄື່ອງສາມາດຕັ້ງເວລາກຳໜົດໃຫ້ເຄື່ອງລິເລີ່ມເຮັດເຂົ້າຈີ່ເມື່ອໃດກໍໄດ້.