ເຄື່ອງວາງສະແດງຕົວຢ່າງຈາກດວງຈັນໂດຍຍານອະພອນໂລ 11

ຈາກ ວິກິພີເດຍ
ເຄື່ອງວາງສະແດງຈາກຍານອະພອນໂລ 11 ຢູ່ຮາວາຍ ແລະ ບັນທັດວັດແທກຄວາມຍາວ 9 ນິ້ວ ທີ່ສະແດງໃຫ້ເຫັນຄວາມກວ້າງຂອງມັນ.
ເຄື່ອງວາງສະແດງຈາກຍານອະພອນໂລ 11 ຢູ່ຮາວາຍ ແລະ ບັນທັດວັດແທກຄວາມຍາວ 11 ນິ້ວ ທີ່ສະແດງໃຫ້ເຫັນຄວາມສູງຂອງມັນ.
ເຄື່ອງວາງສະແດງຈາກຍານອະພອນໂລ 11 ຢູ່ຮາວາຍ ແລະ ບັນທັດວັດແທກຄວາມຍາວ 7 ນິ້ວ ທີ່ສະແດງໃຫ້ເຫັນຄວາມເລິກຂອງມັນ.

ເຄື່ອງວາງສະແດງຕົວຢ່າງຈາກດວງຈັນ ຂອງຍານອະພອນໂລ 11 (Apollo 11) ແມ່ນເຄື່ອງວາງສະແດງແຜ່ນເສົາແບບແທ່ນທີ່ມອບເປັນທີ່ລະນຶກ ເຊິ່ງປະກອບດ້ວຍຕົວຢ່າງເສດຝຸ່ນຂໜາດເທົ່າເມັດເຂົ້າ 4 ເມັດ (ຖືກຂະໜານນາມວ່າ " ກ້ອນຫິນຈາກດວງຈັນ "), ທຸງຂອງປະເທດຜູ້ຮັບ ແລະ ແຜ່ນໂລຫະນ້ອຍ 2 ແຜ່ນທີ່ມີຂໍ້ຄວາມອະທິບາຍ. ເຄື່ອງວາງສະແດງເຊິ່ງມີຮູບຮ່າງເປັນເສົາເຮັດຈາກໄມ້ທີ່ຄືກັບແທ່ນຈາກຍານອະວະກາດ Apollo 11 ທີ່ເປັນທີ່ລະນຶກນີ້ ຖືກມອບເປັນຂອງຂວັນໃນປີ 1970 ໂດຍປະທານາທິບໍດີ ຣິຊາດ ນິດສັນ (Richard Nixon) ເຊິ່ງມອບໃຫ້ແກ່ 135 ປະເທດທົ່ວໂລກ, 50 ລັດຂອງສະຫະລັດ ແລະ ເຂດແດນຂອງສະຫະລັດ.

ຄວາມເປັນມາ[ດັດແກ້]

ປະທານາທິບໍດີ ຣິຊາດ ນິກສັນ (Richard Nixon) ໄດ້ຂໍໃຫ້ອົງການນາຊາ (NASA) ສ້າງເຄື່ອງວາງສະແດງປະມານ 250 ຊຸດໃນເດືອນພະຈິກ 1969 ເພື່ອມອບໃຫ້ 135 ປະເທດ, 50 ລັດຂອງສະຫະລັດ ແລະ ເຂດແດນຂອງພວກເຂົາ ແລະ ອົງການສະຫະປະຊາຊາດເປັນຜູ້ຮັບມອບເຄື່ອງວາງສະແດງເຫຼົ່ານີ້. ເຄື່ອງວາງສະແດງແຕ່ລະຊຸດປະກອບດ້ວຍ ຝຸ່ນຈາກດວງຈັນ ຈາກຍານອະວະກາດ ອະພອນໂລ (Apollo 11) ເຊິ່ງເປັນຍານທີ່ມີນັກບິນອະວະກາດລົງຈອດເທິງດວງຈັນເປັນຄັ້ງທຳອິດ ທີ່ຖືກລວບລວມໂດຍນັກບິນອະວະກາດອະພອນໂລ 11 ທີ່ຊື່ວ່າ ນີລ ອາມສະຕຣອງ (Neil Armstrong) ແລະ ບັສ ອັລດຣິນ (Buzz Aldrin) ໃນປີ 1969. ອະນຸພາກຂະໜາດສໍ່າກັບເມັດເຂົ້າ ເປັນຊິ້ນສ່ວນນ້ອຍໆ 4 ເມັດຂອງດິນຈາກດວງຈັນ ເຊິ່ງໜັກປະມານ 50 ມິນລີກຣາມໂດຍລວມ ແລະ ຖືກຫຸ້ມໄວ້ໃນປຸ່ມທີ່ເຮັດຈາກອະຄຣີລິກໃສຂະໜາດເທົ່າກັບ ຫຼຽນເຄິ່ງໂດລາສະຫະລັດ. ປຸ່ມອະຄຣີລິກນີ້ຂະຫຍາຍເສດຫິນຈາກດວງຈັນນີ້ໃຫ້ເຫັນວ່າມີຂະໜາດໃຫຍ່ຂຶ້ນ. ເຄື່ອງວາງສະແດງຕົວຢ່າງຈາກດວງຈັນໂດຍຍານອະພອນໂລ 11 ໄດ້ຖືກມອບໃຫ້ເປັນຂອງຂວັນເພື່ອສັນທະວະໄມຕີໂດຍທ່ານນິກສັນ ໃນປີ 1970. ເສດຝຸ່ນດິນຈາກດວງຈັນຈາກພາລະກິດອະພອນໂລ 11 ແລະຕົວຢ່າງຂອງ ຫິນບາຊານຈາກດວງຈັນ 70017 ຂອງພາລະກິດອະພອນໂລ 17 ໄດ້ຖືກຕິດຢູ່ເທິງແຜ່ນໄມ້ຂອງເຄື່ອງວາງສະແເດງ ເພື່ອມອບໃຫ້ປະເທດຕ່າງໆໃນໂລກ ແລະ ລັດຕ່າງໆຂອງສະຫະລັດອາເມລິກາ. [1]

ລາຍລະອຽດ[ດັດແກ້]

ເຄື່ອງວາງສະແດງຕົວຢ່າງຈາກດວງຈັນໂດຍຍານອະພອນໂລ 11 ແມ່ນ ແທ່ນ ຂະໜາດນ້ອຍ ເຊິ່ງມີຂະໜາດ 9 ນິ້ວ ແລະ ສູງ 11 ນິ້ວ. ປຸ່ມພລາສຕິກທີ່ບັນຈຸຕົວຢ່າງຂອງຫິນຈາກດວງຈັນ (ເສດຝຸ່ນຂະໜາດເທົ່າເມັດເຂົ້າຈາກດວງຈັນຈຳນວນ 4 ເມັດ) ຖືກຕິດໃສ່ກັບແຜ່ນດ້ານໜ້າທີ່ເຮັດຈາກໄມ້ ເຊິ່ງມີຂະໜາດເທົ່າກັບ 9 ນິ້ວມົນທົນ. ເຄື່ອງວາງສະແດງທີ່ມີຮູບຮ່າງຄ້າຍຄືກັບແທ່ນປາໄສນີ້ ຍັງມີການຕິດທຸງຂອງແຕ່ລະປະເທດ ຫຼື ລັດຂອງຜູ້ຮັບ (ຂະໜາດ 4 ນິ້ວ × 6 ນິ້ວ) (10.16 ຊັງຕີແມັດ × 15.24 ຊັງຕີແມັດ) ເຊິ່ງທຸງເຫຼົ່ານັ້ນໄດ້ຖືກນຳເອົາໄປໄປດວງຈັນມາແລ້ວ ແລະຢູ່ຂ້າງລຸ່ມຂອງປຸ່ມພລາສຕິກທີ່ເຮັດຈາກອາຄຣີລິກ. ທຸງຊາດທີ່ເຮັດຈາກນີລົງຖືກປົກຄຸມດ້ວຍແຜ່ນພລາສຕິກຂະໜາດປະມານເຄິ່ງນິ້ວ. ເຄື່ອງວາງສະແດງດັ່ງກ່າວນີ້ໄດ້ຖືກມອບໃຫ້ປະຊາຊົນຂອງປະເທດ ຫຼື ລັດທີ່ກ່ຽວຂ້ອງເປັນຂອງຂວັນໂດຍປະທານາທິບໍດີສະຫະລັດອາເມລິກາ ຣິຊາດ ນິກສັນ (Richard Nixon) ລວມ 135 ປະເທດທົ່ວໂລກ, ເຊັ່ນດຽວກັບ 50 ລັດຂອງສະຫະລັດ ແລະ ບັນດາເຂດແດນອື່ນໆຂອງສະຫະລັດ. ອົງການສະຫະປະຊາຊາດກໍ່ໄດ້ຮັບເຄື່ອງວາງສະແດງອະພອນໂລ 11 ນີ້ເຊັ່ນກັນ.

ເຄື່ອງວາງສະແດງແຕ່ລະຊຸດມີຂໍ້ຄວາມເຖິງປະເທດນັ້ນ ຫຼື ລັດນັ້ນຈາກທ່ານນິກສັນ ໂດຍອະທິບາຍວ່າ ນັ້ນເປັນຂອງຂວັນມອບໃຫ້ແກ່ພວກເຂົາ. ຂໍ້ຄວາມດັ່ງກ່າວໄດ້ອະທິບາຍວ່າ ວັດຖຸເຊິ່ງເປັນດິນຈາກດວງຈັນແມ່ນມາຈາກພາລະກິດອະພອນໂລ 11 ພ້ອມທັງບອກອີກວ່າ ທຸງຊາດຂອງພວກເຂົາກໍໄດ້ຖືກນຳໄປສູ່ດວງຈັນ ແລະ ກັບມາໃນພາລະກິດທີ່ມີຄົນເດີນທາງໄປນຳເປັນຄັ້ງທຳອິດຂອງໂລກ. ຕໍ່ມາໄດ້ມີການຄົ້ນພົບວ່າ ທຸງຊາດຂອງເວເນຊູເອລາບໍ່ໄດ້ບິນໄປສູ່ດວງຈັນ. ບັນຫານີ້ໄດ້ຖືກແກ້ໄຂໂດຍການນຳເອົາທຸງຊາດຂອງແຕ່ລະປະເທດທີ່ສົ່ງໄປພ້ອມກັບຍານອະພອນໂລກ 12 ແລະ ຄຳເວົ້າທີ່ປ່ຽນແປງວ່າບອກວ່າທຸງຂອງພວກເຂົາ "ຖືກນຳໄປສູ່ດວງຈັນ ແລະ ນຳກັບຄືນມາ" ໂດຍບໍ່ໄດ້ລະບຸວ່າເປັນພາລະກິດອະພອນໂລໃດ.

ຂໍ້ຄວາມທີ່ຢູ່ດ້ານລຸ່ມຂອງເຄື່ອງວາງສະແດງຮູບຮ່າງເປັນແທ່ນໄມ້ທີ່ອ່ານວ່າ:

"ມອບໃຫ້ແກ່ປະຊາຊົນແຄລິຟໍເນຍ ໂດຍ ທ່ານ ຣິຊາດ ນິກສັນ, ປະທານາທິບໍດີແຫ່ງສະຫະລັດອາເມລິກາ.

"ທຸງແຫ່ງລັດຂອງທ່ານຜືນນີ້ ໄດ້ຖືກນຳໄປສູ່ດວງຈັນ ແລະ ນຳກັບຄືນມາໂດຍຍານອະພອນໂລ 11 ແລະ ຊິ້ນສ່ວນຂອງຜິວໜ້າຂອງດວງຈັນນີ້ຖືກນຳກັບມາສູ່ດາວໂລກໂດຍນັກບິນຈາກພາລະກິດລົງຈອດດວງຈັນທີ່ມີມະນຸດເດີນທາງໄປນຳຄັ້ງທຳອິດຂອງໂລກ."

ຖ້າເຄື່ອງວາງສະແດງທີ່ເຮັດດ້ວຍໄມ້ນີ້ໄດ້ຖືກມອບໃຫ້ປະເທດໃດໜຶ່ງໃນໂລກແທນທີ່ຈະເປັນລັດຂອງສະຫະລັດອາເມລິກາແລ້ວ ຄຳ ວ່າ "ລັດ" ຈະຖືກແທນທີ່ດ້ວຍຄຳວ່າ "ປະເທດ" ຫຼື "ອານາຈັກ".

ຄວາມເປັນເຈົ້າຂອງ[ດັດແກ້]

ເຄື່ອງວາງສະແດງທຸງຊາດໂຊວຽດໃນ ຫໍພິພິທະພັນແຫ່ງຄອສໂມນໍຕິກ (Cosmonautics).

ເມື່ອໄດ້ມອບເຄື່ອງວາງສະແດງດັ່ງກ່າວແລ້ວ, ພວກມັນຈະກາຍເປັນຊັບສິນຂອງຜູ້ຮັບ, ແລະ ອົງການ NASA ຈະບໍ່ມີການຕິດຕາມອີກຕໍ່ໄປ. ທຸກໆສະຖານທີ່ທີ່ຕົວຢ່າງຈາກດວງຈັນຖືກວາງສະແດງຢູ່ ແມ່ນໄດ້ຖືກບັນທຶກໄວ້ເປັນຢ່າງດີຈາກໂດຍສຳນັກງານອະວະກາດແຫ່ງຊາດສະຫະລັດຈົນເຖິງທຸກມື້ນີ້ (ຍົກເວັ້ນເຄື່ອງວາງສະແດງຕົວຢ່າງຈາກດວງຈັນ ໂດຍຍານອະພອນໂລ 17). ປັດຈຸບັນ ອົງການ NASA ບໍ່ມີການມອບວັດຖຸໃດໆທີ່ນຳມາຈາກດວງຈັນອີກແລ້ວ ພ້ອມທັງຕິດຕາມວັດຖຸທີ່ເປັນດິນຈາກດວງຈັນທັງໝົດ ແລະ ລວມທັງຫິນຈາກດວງຈັນນຳ, ເຊິ່ງຂອງຂວັນຈາກພາລະກິດອະພອນໂລ 11 ແລະ ອະພອນໂລ 17 ແມ່ນຖືວ່າເປັນຂໍ້ຍົກເວັ້ນ. ອົງການ NASA ເກັບບັນທຶກຢ່າງລະອຽດກ່ຽວກັບຕົວຢ່າງຈາກດວງຈັນອື່ນໆໃນທົ່ວໂລກ. ເຄື່ອງວາງສະແດງຕົວຢ່າງຊິ້ນສ່ວນຂອງຫິນຈາກດວງຈັນໂດຍພາລະກິດອະພອນໂລ 11 ຫຼັງຈາກນັ້ນໄດ້ຢູ່ພາຍໃຕ້ກົດໝາຍວ່າດ້ວຍຂອງຂວັນສາທາລະນະຂອງປະເທດ ຫຼື ລັດທີ່ໄດ້ຮັບເຄື່ອງວາງສະແດງ. ໃນກໍລະນີຂອງແຕ່ລະລັດຂອງສະຫະລັດອາເມລິກາ, ຂອງຂວັນສາທາລະນະບໍ່ສາມາດຖືກໂອນເຂົ້າເປັນຂອງສ່ວນບຸກຄົນຢ່າງຖືກຕ້ອງຕາມກົດໝາຍ ເວັ້ນເສຍແຕ່ວ່າກົດໝາຍເພີ່ມເຕີມໃດໜຶ່ງມີການອະນຸຍາດ.

ປະເທດຕ່າງໆ[ດັດແກ້]

ຜູ້ທີ່ໄດ້ຮັບແມ່ນຕ່າງປະເທດຈຳນວນ 135 ປະເທດ, 50 ລັດຂອງສະຫະລັດ ແລະ ດິນແດນທີ່ຂຶ້ນກັບສະຫະລັດ ລວມທັງອົງການສະຫະປະຊາຊາດ. ປະເທດ ຫຼື ລັດທີ່ໄດ້ຮັບເຄື່ອງວາງສະແດງຫິນຈາກດວງຈັນ ກໍຈະມີທຸງຊາດຂອງປະເທດນັ້ນທີ່ຖືກນຳໄປໄປສູ່ດວງຈັນ ແລະ ນຳກັບຄືນໂດຍຄະນະນັກບິນຂອງພາລະກິດອະພອນໂລ 11. ທຸງໄດ້ຖືກຕິດຢູ່ໃນໃຈກາງຂອງເຄື່ອງວາງສະແດງເຊິ່ງເປັນແຜ່ນທີ່ລະນຶກ ແລະ ມີປ້າຍຂໍ້ຄວາມຢູ່ທາງລຸ່ມຂອງມັນບອກວ່າມັນເປັນຂອງຂວັນໃຫ້ແກ່ຜູ້ຮັບ.

ບັນດາປະເທດທົ່ວໂລກໃນລະຫວ່າງທີ່ທ່ານ ຣິຊາດ ນິກສັນ ດຳລົງຕຳແໜ່ງເປັນປະທານາທິບໍດີຂອງສະຫະລັດ ເຊິ່ງແຜ່ນຈາລຶກໄດ້ຖືກມອບໃຫ້ປະກອບມີ ອັຟການິສະຖານ, ອານບານີ, ອານຈີເຣຍ, ອັນດໍຣາ, ອາເຈນຕິນາ, ອົດສະຕຣາລີ, ອອສເຕຣຍ, ບາເບໂດສ, ເບວຢ້ຽມ, ບູຖານ, ໂບລິເວຍ, ບົດສະວານາ, ເບຣຊິນ, ບູນກາຣີ, ມຽນມາ, ບູຣຸນດີ, ແຄເມີຣູນ, ແຄນາດາ, ກຳປູເຈຍ, ສາທາລະນະລັດອາຟຣິກາກາງ, ເຊລອນ (ສີລັງກາ), ຊາດ, ຊີລີ, ຈີນ, ໂຄລອມເບຍ, ຄອງໂກ (ບຣາຊາວິລ), ຄອງໂກ (ຄິນຊາຊາ), ຄອສຕາຣິກາ, ຄິວບາ, ໄຊປຣັສ, ເຊັກໂກສະໂລວາເກຍ, ດາໂຮມີ, ເດນມາກ, ສາທາລະນະລັດໂດມິນິກັນ, ເອກວາດໍ, ເອຢິບ, ເອລ ຊັລວາດໍ, ເອຄວາທໍຣຽລ ກີເນຍ, ເອທິໂອເປຍ, ຟິນແລນ, ຝຣັ່ງ, ກາບອງ, ແກມເບຍ, ເຢຍລະມັນ, ການາ, ເກຣັກ, ກົວເຕມາລາ, ກີເນຍ, ກາຍອານາ, ເຮຕິ, ຮອນດູຣັສ, ຮັງກາຣີ, ໄອສແລນ, ອິນເດຍ, ອິນໂດເນເຊຍ, ອີຣານ, ອີຣັກ, ໄອແລນ, ອິດສະຣາເອລ, ກົດດີວົວ, ຈາໄມກາ, ຍີ່ປຸ່ນ, ຈໍແດນ, ເຄນຢາ, ເກົາຫຼີ, ຄູເວດ, ລາວ, ເລບານອນ, ເລໂຊໂທ, ໄລບີເຣຍ, ລີເບຍ, ລິກເຕນສະຕາຍ, ລັກເຊມເບີກ, ມາດາກັສກາ, ມາລາວີ, ມາເລເຊຍ, ມານດີຟ, ມາລີ, ມານຕາ, ມໍຣິທາເນຍ, ມໍຣິຊຽສ, ເມັກຊິໂກ, ໂມນາໂຄ, ມອງໂກເລຍ, ໂມຣັອກໂກ, ມຸສກັສ ແລະ ໂອມານ, ນາອູຣູ, ເນປານ, ເນເທີແລນ, ນິວຊີແລນ, ນິກາຣາກວາ, ໄນເຈີ, ໄນຈີເຣຍ, ນໍເວ, ປາກິດສະຖານ, ປານາມາ, ປາຣາກວາຍ, ເປຣູ, ຟີລິບປິນ, ໂປແລນ, ໂປຕຸເກດ, ໂຣມາເນຍ, ຣາວັນດາ, ຊານມາຣິໂນ, ຊາອຸດີອາຣະເບຍ, ເຊເນການ, ເຊຍຣາລີໂອນ, ສິງກະໂປ, ໂຊມາເລຍ, ອາຟຣິກາໃຕ້, ເຢເມນໃຕ້, ສະຫະພາບໂຊວຽດ, ສະເປນ, ຊູດານ, ສະວາຊີແລນ, ສະວີເດນ, ສະວິດເຊີແລນ, ຊີເຣຍ, ໄຕ້ຫວັນ, ແທນຊາເນຍ, ໄທ, ໂຕໂກ, ທຣິນິແດດ ແລະ ໂທເບໂກ, ຕູນີເຊຍ, ຕວກກີ, ຢູການດາ, ອານາຈັກອັງກິດ, ອັບເປີ ໂວນຕາ, ອຸຣູກວາຍ, ນະຄອນວາຕິກັນ, ເວເນຊູເອລາ, ຫວຽດນາມ, ຊາມົວຕາເວັນຕົກ, ເຢເມນ, ຢູໂກສະລາເວຍ, ແລະ ແຊມເບຍ.

ເບິ່ງຕື່ມ[ດັດແກ້]

  • ເຄື່ອງວາງສະແດງຕົວຢ່າງຈາກດວງຈັນໂດຍຍານອະພອນໂລ 17

ເອກະສານອ້າງອີງ[ດັດແກ້]

  1. Earth magazine, March 2011, pp. 42-51

ການເຊື່ອມຕໍ່ພາຍນອກ[ດັດແກ້]