ຮີດສິບສອງຄອງສິບສີ່
ຮີດສິບສອງ ຄອງສິບສີ່ ຮີດສິບສອງ ຄອງສິບສີ່
“ຮີດ” ແລະ“ຄອງ” ມີຄວາມໝາຍໃກ້ຄຽງກັນ ແຕ່ບໍ່ແມ່ນອັນດຽວກັນ. ຄຳວ່າ “ຮີດ” ແມ່ນໝາຍເຖິງສິ່ງທີ່ໄດ້ປະພຶດປະຕິບັດກັນມາເປັນເວລາດົນນານ, ສ່ວນຄຳວ່າ “ຄອງ” ໝາຍເຖິງກົດຫຼືແນວທາງທີ່ວາງໄວ້ເພື່ອປະຕິບັດຕາມ. ເມື່ອເຮົາເອົາ “ຮີດ” ແລະ “ຄອງ” ມາລວມເຂົ້າກັນ ຈະກາຍເປັນຄຳວ່າ “ຮີດຄອງ” ທີ່ມີຄວາມໝາຍວ່າ: “ແນວທາງການປະພຶດປະຕິບັດທີ່ສືບທອດກັນມາເປັນເວລາດົນນານ”.
“ຮີດສິບສອງຄອງສິບສີ່” ແມ່ນແນວທາງການປະພຶດປະຕິບັດ ທີ່ເຈົ້າຟ້າງຸ່ມມະຫາລາດ ໄດ້ກຳນົດຂຶ້ນ ພາຍຫຼັງທີ່ທ້ອນໂຮມບັນດາຫົວເມືອງລາວເຂົ້າເປັນອານາຈັກລ້ານຊ້າງເອກະ ພາບ. ຈຸດປະສົງກໍແມ່ນເພື່ອໃຫ້ປະຊາຊົນທີ່ເຊື່ອຖືຜີສາງນາງໄມ້ທີ່ ງົມງວາຍ ໃຫ້ມານັບຖືສາສະໜາພຸດ ໂດຍມີແນວທາງປະຕິບັດ ຄື ຮີດສິບສອງຄອງສິບສີ່ແທນ.
ຮີດສິບສອງ
ໃນແຕ່ລະເດືອນຂອງປີໜຶ່ງ ຈະມີການເຮັດບຸນປະເພນີຂອງພຸດທະສາສະນິກະຊົນທີ່ແຕກຕ່າງກັນໄປ ເຊິ່ງສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຕໍ່ສິ່ງສັກສິດ ທີ່ຊ່ວຍໃຫ້ຕົນເອງມີຊີວິດການເປັນຢູ່ທີ່ດີ. ຮີດສິບສອງປະກອບມີ:
1.ເດືອນຈຽງ(ເດືອນໜຶ່ງ)ບຸນນິມົນພະສົງເຂົ້າກໍາ. ຊ່ວງທີ່ຈັດແມ່ນເດືອນໜຶ່ງລາວຕາມປະຕິທິນຈັນທະລະຄະຕິ.ລັກຊະນະແລະເນື້ອໃນໃຈຄວາມຂອງບຸນນີ້ກໍ່ແມ່ນເພື່ອເຮັດໃຫ້ພະສົງອົງຂະເຈົ້າໄດ້ມີເວລາປະຕິບັດສະມະຖະແລະວິປັດສະນາຢ່າງເຕັມທີ່ໂດຍບໍ່ຫຍຸ້ງກ່ຽວກັບກິດຈະການພາຍນອກເລີຍ,ເພາະວ່າສະໄໝທີ່ຮີດສິບສອງຄອງສິບສີ່ຮຸ່ງເຮືອງນັ້ນພະສົງອົງເຈົ້າຈະວຸ້ນວາຍກັບວຽກງານຂອງຄາລະວາດເສຍເປັນສ່ວນໃຫຍ່ຈົນເຮັດໃຫ້ບໍ່ມີເວລາໄດ້ປະຕິບັດເພື່ອຄວາມຈະເລີນໃນສິນໃນທໍາຂອງຕົວເອງເທົ່າທີ່ຄວນ.ຫຼັງຈາກຄົບກໍານົດແລ້ວກໍ່ຈະມີການປະຊຸມສົງແລ້ວເຮັດພິທີສາລະພາບບາບສໍາຫຼັບຜູ້ທີ່ບໍ່ມີບາບມາສາລະພາບກໍ່ຈະເປີດໃຈໃຫ້ເພືອນສະຫະທໍາມິດທີ່ເປັນພະດ້ວຍກັນສາມາດຕໍາໜິຕິຕຽນຕົນດ້ວຍເຫດແລະຜົນເພື່ອຈະໄດ້ເອົາຄໍາຕິຕຽນນັ້ນໄປພັດທະນາຕົວເອງໃຫ້ດີຂຶ້ນ.
2.ເດືອນຍີ່(ເດືອນສອງ)ເຮັດບຸນລານເຂົ້າຫຼືບຸນຄູນເຂົ້າ,ບາງທ້ອງຖິ່ນເອີ້ນວ່າບຸນກອງເຂົ້າ,ບຸນຄູນລານກໍ່ມີ. ຊ່ວງທີ່ຈັດແມ່ນຫຼັງລະດູເກັບກ່ຽວປະມານເດືອນສອງລາວຕາມປະຕິທິນຈັນທະລະຄະຕິ.ລັດຊະນະແລະເນື້ອໃນໃຈຄວາມຂອງງານແມ່ນການນິມົນພະສົງມາສວດເພື່ອຄວາມເປັນມຸງຄຸນແລະຄວາມອຸດົມສົມບູນແກ່ເມັດເຂົ້າເພື່ອຈະໄດ້ຈະເລີນງອກງາມດີໃນລະດູການປູກຝັງຄັ້ງຕໍ່ໄປ.ເມື່ອເສັດສິ້ນພິທີແລ້ວເຂົ້າໃນກອງກໍ່ຈະຖືກເອົາໄປຟາດແລ້ວເອົາຂຶ້ນໃສ່ເຫຼົ້າເກັບໄວ້ກິນແລະເກັບໄວ້ເປັນແນວພັນໃນລະດູການຕໍ່ໄປ.
3.ເດືອນສາມເຮັດບຸນເຂົ້າຈີ່ ຊ່ວງທີ່ຈັດປະມານເດືອນສາມລາວຕາມປະຕິທິນຈັນທະລະຄະຕິແລະຈະຈັດຫຼັງງານມາຄະບູຊາ,ລັກຊະນະແລະເນື້ອໃນຂອງງານແມ່ນຊາວນາຈະເອົາເຂົ້າໜຽວທີ່ໜຶ້ງສຸກແລ້ວມາປັ້ນເປັນກ້ອນໆຂະໜາດປະມານໄຂ່ເປັນໄຂ່ໄກ່ແລ້ວມາສຽບໄມ້ປິ້ງ,ເມື່ອເຂົ້າສຸກດີແລ້ວກໍ່ຖອດໄມ້ສຽບອອກແລ້ວເອົານໍ້າຕານກ້ອນຫຼືນໍ້າອ້ອຍກ້ອນຍັດໃສ່ຮູໄມ້ທີ່ຖອດອອກນັ້ນເຮັດເປັນໄສ້ແລ້ວກໍ່ນໍາໄປມອບແກ່ພະສົງເພື່ອເປັນການເຮັດບຸນ.ໃນປະຈຸບັນເຂົ້າຈີ່ອາດຈະມີການທາໄຂ່ເພີ່ມເຕີມເຂົ້າໄປເພື່ອຄວາມສວຍງາມແລະລົດຊາດທີ່ດີຂຶ້ນແລະເຂົ້າຈີ່ທີ່ທາໄຂ່ແລ້ວສ່ວນໃຫຍ່ຈະບໍ່ຫຍັດໃສ້ນໍ້າອ້ອຍກ້ອນຫຼືນໍາຕານກ້ອນເປັນໄສ້.
4.ເດືອນສີ່ເຮັດບຸນພະເວດ ຊ່ວງທີ່ຈັດແມ່ນປະມານເດືອນສີ່ລາວຕາມປະຕິທິນຈັນທະລະຄະຕິ,ລັກຊະນະແລະເນື້ອໃນຂອງງານແມ່ນການເຮັດພິທີ(ສົມມຸດ)ແຫ່ພະເວດສັນດອນແລະນາງມັດທີເຂົ້າມາທີ່ວັດ,ເຊິ່ງໄດ້ມີການປະດັບປະດາໄວ້ຄອຍຖ້າເປັນທີ່ຮຽບຮ້ອຍແລ້ວ(ເປັນການສົມມຸດວ່າແຫ່ພະເວດເຂົ້າວັງ).ຫຼັງຈາກນັ້ນກໍ່ຈະມີການຟັງເທດພະເວດສັນດອນເພື່ອປູກຈິດສໍານຶກໃຫ້ບຸກຄົນມີນໍ້າໃຈເສຍສະຫຼະເອົາປະໂຫຍດຂອງສ່ວນລວມເປັນໃຫຍ່ກວ່າປະໂຫຍດສ່ວນຕົວ.
5.ເດືອນຫ້າເຮັດບຸນສົງພະຫຼືບຸນປີໃໝ່ລາວ; ຊ່ວງທີ່ຈັດແມ່ນເດືອນຫ້າລາວຕາມປະຕິທິນຈັນທະລະຄະຕິ,ລັກຊະນະແລະເນື້ອໃນຂອງງານໂດຍທົ່ວໄປແລ້ວຈະຈັດກັນຢ່າງເປັນທາງການຢູ່ສາມວັນແຕ່ໃນບາງທ້ອງຖິ່ນອາດຈະຈັດກັນເຈັດວັນ.ບຸນນີ້ຈະຕ້ອງມີການປະກວດແລະຈັດຂະບວນແຫ່ນາງສັງຂານນໍາແຕ່ວ່າປັດຈຸບັນນີ້ມີພຽງບາງພື້ນທີ່ເທົ່ານັ້ນທີ່ຍັງເຮັດຂະບວນແຫ່ຢູ່.ແລະບຸນສົງພະນີ້ກໍ່ເປັນບຸນສະຫຼອງຂຶ້ນປີໃໝ່ຂອງລາວອີກດ້ວຍ.
6.ເດືອນຫົກເຮັດບຸນບັ້ງໄຟ ຊ່ວງທີ່ຈັດແມ່ນເດືອນຫົກລາວຕາມປະຕິທິນຈັນທະລະຄະຕິ,ເຊິ່ງເປັນຊ່ວງກ່ອນລະດູເຮັດນາຈະມາເຖິງ,ລັກຊະນະແລະເນື້ອໃນຂອງງານແມ່ນຈະມີການຈູດບັ້ງໄຟກັນຢ່າງຫຼວງຫຼາຍ.ເນື່ອງຈາກວ່າຄົນລາວຍຸກກ່ອນອາໃສຫາລ້ຽງຊີບດ້ວຍການເຮັດນາເປັນຫຼັກ,ຄວາມອຸດົມສົມບູນຂອງເຂົ້າໃນນາຈຶ່ງເປັນຄວາມຫວັງທີ່ຍິ່ງໃຫຍ່ທີ່ສຸດຂອງພວກເຂົາ,ເພື່ອບໍ່ໃຫ້ເກີດເຫດເພດໄພຕ່າງໆຂຶ້ນແກ່ເຂົ້າໃນນາຂອງພວກເຂົາຈຶ່ງໄດ້ເຮັດພິທີຈູດບັ້ງໄຟເພື່ອບູຊາເທບພະເຈົ້າແຫ່ງຄວາມອຸດົມສົມບູນຂຶ້ນມາ,ເພື່ອໃຫ້ທ່ານພໍໃຈແລ້ວປະທານຄວາມອຸດົມສົມບູນໃຫ້ແກ່ເຂົ້າໃນນາຂອງພວກເຂົາຢ່າງເຖິງທີ່ສຸດ.
7.ເດືອນເຈັດເຮັດບຸນບ້ານຫຼືບຸນລ້ຽງຜິມະເຫສັກຫຼັກເມືອງ,ບາງທ້ອງຖິ່ນເອີ້ນວ່າບຸນຊໍາລະ ຊ່ວງທີ່ຈັດແມ່ນເດືອນເຈັດລາວຕາມປະຕິທິນຈັນທະລະຄະຕິ,ລັກຊະນະແລະເນື້ອໃນຂອງງານແມ່ນປະຊາຊົນຈະເຮັດພິທິບູຊາຜີບ້ານຫຼືເທບພະເຈົ້າຫຼັກເມືອງເພື່ອໃຫ້ທ່ານຊ່ວຍຄຸ້ມຄອງແລະປ້ອງກັນສິ່ງຊົ່ວຮ້າຍທາງໄສຍາສາດຕ່າງໆໃຫ້ແກ່ຄົນໃນບ້ານໃນເມືອງນັ້ນ,ເພື່ອໃຫ້ພວກເຂົາດໍາລົງຊີວິດຢູ່ໄດ້ຢ່າງສະຫງົບສຸກ.ຫຼັງຈາກເສັດພິທີເສັ້ນໄຫວ້ແລ້ວເຫຼົ້າໃຫໄກ່ໂຕເຫຼົ້ານັ້ນກໍ່ຈະຖືກເອົາອອກມາກິນຊຸມກັນໃນບໍລິເວນທີ່ຈັດພິທີນັ້ນເອງ.
8.ເດືອນແປດບຸນເຂົ້າພັນສາ; ຊ່ວງທີ່ຈັດແມ່ນວັນຂຶ້ນສິບຫ້າຄໍ່າເດືອນແປດລາວຕາມປະຕິທິນຈັນທະລະຄະຕິຫຼືສິບຫ້າຄໍ່າເດືອນແປດສອງ(ກໍລະນີມີແປດສອງຫົນ),ລັກຊະນະແລະເນື້ອໃນໃຈຄວາມຂອງງານແມ່ນຈະມີການເຮັດບຸນຕັກບາດໃຫຍ່ຕາມວັດຕ່າງໆ,ນັບຈາກວັນນີ້ໄປພະສົງທີ່ຈໍາຢູ່ວັດໃດກໍ່ຈະຕ້ອງຢູ່ແຕ່ພຽງວັດນັ້ນຕະຫຼອດໄປເປັນເວລາສາມເດືອນ,ຖ້າບໍ່ຄົບກໍານົດຈະຍ້າຍວັດບໍ່ໄດ້ເດັດຂາດ.
9.ເດືອນເກົ້າບຸນຫໍ່ເຂົ້າປະດັບດິນ ຊ່ວງທີ່ຈັດແມ່ນເດືອນເກົ້າລາວຕາມປະຕິທິນຈັນທະລະຄະຕິ.ລັກຊະນະແລະເນື້ອໃນຂອງງານແມ່ນຜູ້ຄົນຈະເອົາເຂົ້າປາອາຫານຄາວ,ຫວານ,ຢາສູບ,ຄໍາໝາກໃສ່ລົງໃນກວຍໃບຕອງແລ້ວນໍາໄປວາງຕາມພື້ນດິນແຄມຮົ້ວບ້ານຫຼືຮົ້ວວັດ,ບາງທ້ອງຖິ່ນເອົາໄປຫ້ອຍໄວ້ຕົ້ນໄມ້ແຄມຮົ້ວບ້ານຫຼືຮົ້ວວັດເພື່ອມອບໃຫ້ແກ່ວິນຍານຂອງບັນພະບູລຸດ,ພວກເຂົາເຊື່ອວ່າເມື່ອບັນພະບູລຸດຂອງພວກເຂົາມາເຫັນແລ້ວກໍ່ຈະໃຫ້ພອນແກ່ພວກເຂົາ,ເຮັດໃຫ້ຊີວິດການເປັນຢູ່ແລະວຽກງານຂອງພວກເຂົາຈະເລີນຂຶ້ນ.ທີ່ຫຼວງພະບາງຈະມີງານຕະຫຼາດນັດແລະການແຂ່ງເຮືອພາຍນໍາອີກດ້ວຍ.
10.ເດືອນສິບບຸນຫໍ່ເຂົ້າສະຫຼາກ ຊ່ວງທີ່ຈັດແມ່ນເດືອນສິບລາວຕາມປະຕິທິນຈັດທະລະຄະຕິ.ລັກຊະນະແລະເນື້ອໃນຂອງງານກໍ່ຄ້າຍໆກັບການເຮັດສັງຄະທານຄືຜູ້ທີ່ຈະໃຫ້ທານນັ້ນຈະເກັບຂອງກິນຂອງໃຊ້ທີ່ຈໍາເປັນລົງໃນຖັງຫຼືໃນກວຍແລ້ວກໍ່ເອົາສະຫຼາກໃບໜຶ່ງປ່ອນໃສ່ກວຍຫຼືຖັງນັ້ນ,ສະຫຼາກຈະມີເນື້ອໃນວ່າ:ຂ້າພະເຈົ້າທ້າວ...ຫຼືນາງ...ຕ້ອງການອຸທິດບຸນທີ່ໄດ້ເຮັດໃນຄັ້ງນີ້ໃຫ້ກັບດວງວິນຍານຂອງທ້າວ...ຫຼືນາງ...ຜູ້ເປັນພໍ່,ແມ່... ສະຫຼາກນີ້ຈະຖືກຢາຍໃຫ້ກັບພະແຕ່ລະອົງໄປ,ພະອົງໃດອ່ານສະຫຼາກຂອງຜູ້ໃດຜູ້ນັ້ນກໍ່ຈະເຂົ້າໄປເຄນໃຫ້ຖືວ່າເປັນອັນຈົບພິທີ.
11.ເດືອນສິບເອັດບຸນອອກພັນສາ; ຊ່ວງທີ່ຈັດແມ່ນສິບຫ້າຄໍ່າເດືອນສິບເອັດຕາມປະຕິທິນຈັນທະລະຄະຕິ.ລັກຊະນະແລະເນື້ອໃນຂອງງານແມ່ນຈະມີການຈັດອາຫານໄປມອບແກ່ພະສົງສາມະເນນ,ມີການກວນເຂົ້າທິບ(ເຂົ້າຕັອກແຕກ)ໃຫ້ພະ,ມີການມອບຖ້າຈໍາຈໍາພັນສາໃຫ້ພະ,ມີການເຮັດປາສາດເຜິ້ງ,ມີການໄຫຼເຮືອໄຟ.ທີ່ວຽງຈັນຈະມີການແຂ່ງເຮືອພາຍ.
12.ເດືອນສິບສອງບຸນທອດກະຖິນ. ຊ່ວງທີ່ຈັດແມ່ນແຮມໜຶ່ງຄໍ່າເດືອນສິບເອັດເຖິງວັນເພັງເດືອນສິບສອງ.ລັກຊະນະແລະເນື້ອໃນຂອງງານແມ່ນຈະມີການເຮັດສັງຄະທານມອບຜ້າໄຕຈີວອນໃຫ້ແກ່ພະສົງ.ເພື່ອບໍ່ໃຫ້ພະສົງລໍາບາກໃນການຕັດແລະຫຍິບຈີວອນໃໝ່ດ້ວຍຕົວເອງ.
ຄອງສິບສີ່
ຄອງສິບສີ່ໝາຍເຖິງຂໍ້ກຳນົດ 14 ຂໍ້ ທີ່ປະຊາຊົນລາວເຮົາ ຖືເປັນທຳນຽມປະຕິບັດມາຕັ້ງແຕ່ດົນນານ ແລະໃນປັດຈຸບັນກໍຍັງເຊື່ອຖືຢູ່ ແຕ່ອາດຈະບໍ່ເຂັ້ມງວດ ຫຼືບາງຂໍ້ ໃນບາງທ້ອງຖິ່ນກໍປ່ອຍວາງໄປແລ້ວ. ຄອງສິບສີ່ມີຄື:
1. ຢ່າຢຽບເງົາຂອງພະສົງ ຫຼືຜູ້ມີສິນບໍລິສຸດ
2. ຢ່າເອົາອາຫານເຫຼືອ ຫຼືເງື່ອນ ໄປໃຫ້ພະສົງສັນ
3. ຢ່າເສບກາມະຄຸນໃນມື້ວັນສິນ, ວັນເຂົ້າພັນສາ, ວັນມາຄະບູຊາ, ວັນວິສາຂະບູຊາ ແລະວັນກຸດສົງການຢ່າງເດັດຂາດ.
4. ເມື່ອພະສົງກາຍມາໃຫ້ນັ່ງລົງ, ນົບມືໄຫວ້ ແລ້ວຈຶ່ງຄ່ອຍຍ່າງກາຍ ຫຼືຈຶ່ງຄ່ອຍລົມນຳເພິ່ນ.
5. ມື້ພະສົງເຂົ້າກຳ ໃຫ້ມີດອກໄມ້ທູບທຽນ ແລະເຄື່ອງບໍລິຂານໄປທານຮ່ວມເພິ່ນ.
6. ກ່ອນຈະເຂົ້ານອນໃຫ້ອາບນ້ຳ ຫຼືລ້າງຕີນເສຍກ່ອນ
7. ເມື່ອເຖິງວັນສິນດັບ-ສິນເພັງ ໃຫ້ເຮັດບຸນໃສ່ບາດ ຫຼືນິມົນພະສົງມາສູດມຸງຄຸນເຮືອນ.
8. ເມື່ອເຖິງວັນສິນເພັງໃຫ້ແຕ່ງຂັນດອກໄມ້ ທູບທຽນ ໄປສົມມາຜົວຂອງຕົນ
9. ເມື່ອພະສົງສາມະເນນມາບິນທະບາດ ຢ່າໃຫ້ເພິ່ນຄອຍຖ້າ, ເວລາປ່ອນບາດຢ່າໃຫ້ມືຊູນບາດ ຫຼືຊູນຖືກພະສົງສາມະເນນ, ຍາມປ່ອນບາດຢ່າໃສ່ໝວກ, ຢ່າເອົາຜ້າປົກຫົວ, ຢ່າໃສ່ເກີບ, ຢ່າອຸ້ມເດັກນ້ອຍ, ຢ່າຖືມີດຖືພ້າ ຫຼືຢ່າຖືອາວຸດໃດໆ.
10. ເມື່ອຮອດວັນສິນ 8 ຄ່ຳ, 14 ຫຼື 15 ຄ່ຳ ໃຫ້ພາກັນສົມມາກ້ອນເສົ້າ, ແມ່ຂັ້ນໄດ ແລະປະຕູເຮືອນ.(ປັດຈຸບັນ ຢູ່ຊົນນະບົດບາງບ່ອນຍັງປະຕິບັດຢູ່).
11. ກ່ອນຈະຂຶ້ນເຮືອນໃຫ້ລ້າງຕີນສາກ່ອນ.
12. ໃຫ້ພາກັນເຮັດຮົ້ວອ້ອມວັດແລະບ້ານເຮືອນຂອງຕົນໃຫ້ດີ.
13. ເມື່ອເຖິງລະດູການເກັບກ່ຽວຜົນລະປູກ ຢ່າຟ້າວກິນກ່ອນ ໃຫ້ເອົາໄປເຮັດບຸນໃຫ້ທານແກ່ຜູ້ມີສິນກ່ອນ ແລ້ວຈຶ່ງຄ່ອຍກິນ.(ຕົວຢ່າງ: ຍາມເຂົ້າໃໝ່ ກໍເອົາໄປບູຊາ ຫຼືໃສ່ບາດກ່ອນ, ແລ້ວຈຶ່ງຄ່ອຍກິນ).
14. ຢ່າພາກັນລັກໂລບຕາຊິງ, ຢ່າພາກັນຈ່າຍເງິນແດງ ແປງເງິນຄວ່າງ, ຢ່າກ່າວຄຳຫຍາບຊ້າ ກ້າແຂງ ຕໍ່ກັນແລະກັນ.
ກ່າຍຈາກເວບ ພັນລາວ.ຄອມ ໂພດໂດຍ Keo Many