ຮາເບຍ ເອນັນເດດ ບັນກາຊາ

ຈາກ ວິກິພີເດຍ
ຮາເບຍ ເອນັນເດດ ບັນກາຊາ

ຮາເບຍ ເອນັນເດດ ບັນກາຊາ (ແອັດສະປາຍ: Javier Hernández Balcázar ອອກສຽງ: [xaˈβjer erˈnandes]) ຫຼືເປັນທີ່ຮູ້ຈັກໃນຊື່ ຊີຊາລີໂຕ (ແອັດສະປາຍ: Chicharito; ຖົ່ວນ້ອຍ) ເກີດເມື່ອວັນທີ 1 ມິຖຸນາ ຄ.ສ. 1988 ນັກເຕະບານຊາວເມັກຊິກ ປັດຈຸບັນຫຼິ້ນໃຫ້ກັບໄບເອີ 04 ເລເວີ ຄູເຊີນ ໃນບຸນເດສະລີກາ ຫຼີ້ນຕຳແໜ່ງກອງໜ້າ. ອະດີດຫຼິ້ນກັບສະໂມສອນບານເຕະເມັກຊິກ ຊີບັດສະໂກລັດ ໃນກວາດາລາອາລາ ແລະສ້າງຊື່ມາກັບແມນເຊສະເຕີຢູໄນເຕັດ ໃນພະລີເມຍລີກ ອັງກິດ. ລົງແຂ່ງໃນຖານະນັກເຕະບານທີມຊາດເມັກຊິກຄັ້ງທຳອິດໃນເດືອນກັນຍາ ຄ.ສ. 2009 ແຂ່ງຂັນກັບບານເຕະທີມຊາດໂກລົມບີ ແລະຍັງເປັນໂຕແທນແຂ່ງຂັນໃນບານເຕະໂລກ 2010 ເຊິ່ງເຮັດປະຕູໄດ້ 2 ປະຕູ. ຮາເບຍເປັນລູກຊາຍຂອງນັກເຕະບານ ຮາເບຍ ເອນັນເດດ ກູເຕຍເລດ ແລະຫຼານຊາຍຂອງນັກເຕະບານ ໂຕມັດ ບັນກາຊາ.

ອ້າງອີງ[ດັດແກ້]