ອໍ

ຈາກ ວິກິພີເດຍ
Jump to navigation Jump to search

ຄຳ "ອໍ" ໃນພາສາລາວ

ຄຳ “ອໍ” ເປັນຄຳລາວແທ້, ສັງເກດໄດ້ງ່າຍຄື ເປັນຄຳປ່ຽວ, ຄຳທີ່ເປັນພະຍາງດຽວ (ຄວາມຈິງພາສາລາວ ກໍ່ມີທັງຄຳປ່ຽວ ແລະ ຄຳປະສົມ), ບໍຈຳເປັນຕື່ມ ຄຳອື່ນກໍ່ມີ ຄວາມໝາຍ ແລະ ຖ້າປະກອບເປັນວະລີ ແລະ ປະໂຫຍກ ກໍ່ຍິ່ງໄດ້ຄວາມໝາຍ ຕາມຄວາມຕ້ອງການ ຂອງການ ສື່ສານ ນັ້ນໆຍິ່ງຂຶ້ນຕື່ມ.


ຄຳ “ອໍ” ເປັນຄຳກຳມະ, ໝາຍເຖິງອາການຂອງຄົນ, ສັດ, ພາຫະນະ, ຊັບພະສິ່ງຕາມທຳມະຊາດ ມີຈຳນວນຫລາຍ (ຖ້າເປັນຄົນກໍ່ແມ່ນ ຫລາຍໆຄົນ, ສັດກໍ່ຫລາຍໆຕົວ, ພາຫະນະກໍ່ຫລາຍໆຄັນ…) ໄປໂຮມ ຫລື ເຕົ້າໂຮມຢູ່ນໍາກັນ ຫລວງຫລາຍ ເພື່ອເບິ່ງຊົມເຫດ ການສິ່ງໃດໜຶ່ງ, ເພື່ອແຜ່ຂະຫຍາຍພັນ ເພື່ອກິນອາຫານ (ສັດ) ຫລື ໄປໂຮມກັນ ໂດຍມີທັງແບບບໍ່ໄດ້ມີ ການວາງແຜນຕັ້ງໃຈ ແລະ ເປັນໄປເກີດຂຶ້ນ ຕາມທຳມະຊາດບັງເອີນ. ຕາມປຶ້ມພົດຈະນານຸກົມ ພາສາລາວ ຂອງທ່ານ ດຣ. ທອງຄຳ ອ່ອນມະນີສອນ, ພິມປີ 2008 ບັນຈຸຄຳນີ້ໄວ້ ໃນໜ້າທີ 827 ຄື: ເປັນເປັນກຳມະ, ອະທິບາຍຄວາມໝາຍ: ອັ່ງ, ໂຮມ, ຄັບຄັ່ງ ເຊັ່ນ: ປາທີ່ມາອໍອັ່ງກັນ ຢູ່ໜ້າຕ້ອນໜ້າໄຊ ຮຽກວ່າປາອໍທໍຕ້ອນກໍ່ວ່າ ດັ່ງວ່າ “ເຫັນວ່າປາທໍຕ້ອນຊິຄອງ ຕຳປາແດກ ບໍ່ເປັນໃດ”(ຜະຫຍາ).


ຄຳ “ອໍ” ຍັງໃຊ້ກັບບໍລິບົດອື່ນ ເພື່ອສື່ຄວາມໝາຍ ການໂຮມຂອງຄົນ ຈໍານວນຫລາຍເບິ່ງສິ່ງໃດໜຶ່ງ, ເຫດການໃດໜຶ່ງເຊັ່ນ: ຄົນອໍກັນ ເບິ່ງລົດຕໍາກັນ ຈົນເຕັມທາງ, ປາຂຶ້ນອໍໃນຍາມເຂົ້າພັນສາ, ຝູງລີງອໍກິນ ນໍ້າແຄມທ່າ…ນອກນັ້ນຄໍາ “ອໍ” ຍັງນິຍົມໃຊ້ປະສົມ ກັບຄຳອື່ນ ເປັນຄຳ ປະສົມ ເພື່ອໃຫ້ໄດ້ຄວາມໝາຍ ໃນການສື່ສານຂຶ້ນຕື່ມ ກໍ່ມີດັ່ງຄຳ: ລົດອັ່ງອໍເຕັມຢູ່ສີ່ແຍກ...ຍ້ອນນໍ້າຖ້ວມທາງ, ແຕ່ຄຳ “ລະອໍ” ບໍ່ແມ່ນຄຳ ປະສົມໃນພາສາລາວ, ມັນເປັນຄຳມາຈາກ ພາສາຂະແມ ເຮັດໜ້າທີ່ຂະຫຍາຍຄວາມ, ມີຄວາມໝາຍ ກົງກັບຄຳ“ງາມ, ຈົບງາມ” ໃນພາສາ ລາວ ນິຍົມໃຊ້ເປັນວະວີ ເຊັ່ນ: ລະອຽດລະອໍ.

ຄຳ “ອໍ” ສ່ວນໃຫຍ່ໃຊ້ເພື່ອ ບົ່ງບອກອາການຂອງ ສິ່ງທີ່ນັບຈຳນວນໄດ້ ເຖິງວ່າບໍ່ລະອຽດເທົ່າໃດກໍ່ຕາມ, ແຕ່ສຳລັບສິ່ງທີ່ນັບບໍ່ໄດ້ ເຊັ່ນນໍ້ານິຍົມໃຊ້ ນໍ້າອັ່ງ-ຖ້ວມ, ອັ່ງລົ້ນ; ບໍ່ນິຍົມໃຊ້ນໍ້າອໍ ຫລື ນໍ້າອັ່ງອໍ ດັ່ງນີ້ເປັນຕົ້ນ.