ອູດແກະ

ຈາກ ວິກິພີເດຍ
ອູດແກະ
ອູດແກະ
ສະຖານະການອະນຸຮັກ
ສັດລ້ຽງຫຼືປະສຸສັດ
ການຈຳແໜກຊັ້ນທາງວິທະຍາສາດ
ອານາຈັກ: ສັດ
ຟີລຳ: ສັດມີແກນສັນຫຼັງ
ຊັ້ນ: ສັດລ້ຽງລູກດ້ວຍນ້ຳນົມ
ອັນດັບ: Artiodactyla
ວົງ: ອູດ
ສະກຸນ: Vicugna
ຊະນິດ: V. pacos
ຊື່ທະວິນາມ
Vicugna pacos
(Linnaeus, 1758)
ຖິ່ນອາໄສອູດແກະ

ອູດແກະ (ໂຕເຕັມ: 羊駝; ໂຕຫຍໍ້:羊驼; ພິນອິນ: yáng tuó "ຢາງ ໂຖວ") ມີຊື່ທາງວິທະຍາສາດວ່າ Vicugna pacos ເປັນສັດລ້ຽງໃນຕະກູນອູດ (camelid) ໃນທະວີບອາເມລິກາໃຕ້ ມີລັກສະນະຄ້າຍຄຶງກັບອູດແກະໃຫຍ່. ອູດແກະເປັນສັດທີ່ຢູ່ລວມກັນເປັນຝູງ ພົບໄດ້ໃນທີ່ສູງບໍລິເວນແຖບເທືອກເຂົາອັງເດດ ທາງຕອນໃຕ້ຂອງປະເທດເປລູ ຕອນເໜືອຂອງປະເທດໂບລິວີ ປະເທດເອກົວເຕີ ແລະຕອນເໜືອຂອງປະເທດຊິລີ ໂດຍຈະຢູ່ບໍລິເວນທີ່ລະດັບຄວາມສູງຈາກນ້ຳທະເລປະມານ 3,500 ແມັດ (11,000 ຟຸດ) ຫາ 5,000 ແມັດ (16,000 ຟຸດ)[1]

ລັກສະນະ[ດັດແກ້]

ອູດແກະມີລັກສະນະຄ້າຍອູດແກະໃຫຍ່ ແຕ່ຈະແຕກຕ່າງກັນທີ່ບໍ່ໄດ້ນຳມາໃຊ້ວຽກຂົນຂອງ ແຕ່ຈະຖືກລ້ຽງເພື່ອນຳຂົນມາເຮັດເປັນເຄື່ອງນຸ່ງ ຂົນອູດແກະນຳມາໃຊ້ປະໂຫຍດໄດ້ຫຼາກຫຼາຍ ຕັ້ງແຕ່ຜ້າຫົ່ມ ເສື້ອໜາວ ໝວກ ຖົງມື ຜ້າພັນຄໍ ແລະເຄື່ອງນຸ່ງຫົ່ມປະເພດຕ່າງ ໆ ໂດຍຂົນຂອງອູດແກະຕາມທຳມະຊາດມີຫຼາຍສີ ໂດຍໃນເປລູມີການຈຳແໜກສີຂົນອອກເປັນ 52 ສີ ຂະນະທີ່ທາງອົດສະຕາລີຈຳແໜກໄວ້ 12 ສີ ແລະສະຫະລັດອາເມລິກາຈຳແໜກເປັນ 16 ສີ.[2]

ພຶດຕິກ[ດັດແກ້]

ອູດແກະມີສຽງຮ້ອງຫຼາຍສຽງ. ມັກຮ້ອງເປັ່ງສຽງແຫຼມສູງເມື່ອຕົກຢູ່ໃນໄພອົນຕະລາຍ. ໝາຫຼືແມວທີ່ແປກໜ້າອາດເຮັດໃຫ້ອູດແກະນຶກຄຶດວ່າໂຕເອງຕົກຢູ່ໃນໄພອົນຕະລາຍໄດ້. ອູດແກະມັກເຮັດສຽງດູດເພດານອ່ອນຫຼືອາດເຮັດອສະແດງບົ່ງບອກຄວາມເປັນໝູ່ເປັນມິດ. ອູດແກະມັກຮຳສງເປັນເພງສັ້ນ ໆ ໃນລຳຄໍມື່ອຢາກສະແດງບອກໃຫ້ອູດແກະໂຕອື່ນຮູ້ວ່າຕົນຢູ່ໃກ້ຄຽງຫຼືພວມມີຄວາມສຸກມ່ວນໃຈຢູ່ ໂດມີສຽງຮຳທີ່ແຕກຕ່າງກັນໄປໃນແຕ່ລະໂຕ. ອູດແກະມັກຮ້ອງເປັ່ງສຽງສູງຄ້າຍຄືກັບນົກເມື່ອໂຕຜູ້ຕໍ່ສູ້ກັນ ເຊິ່ງອາດເປັນສຽງເປັ່ງທີ່ເຮັດໃຫ້ສັດຕູຢ້ານກົວ. ອູດແກະຈະຮູ້ສຶກວ່າເປັນອົນຕະລາຍຫຼືຖືກຄຸກຄາມເມື່ອຖືກສຳຜັດທີ່ບໍລິເວນກົ້ນ ແລະຈະປ້ອງກັນໂຕດ້ວຍການເປົ່າພົ່ນນ້ຳລາຍອອກມາຄືອູດ.

ອ້າງອີງ[ດັດແກ້]

  1. "Harvesting of textile animal fibres". UN Food and Agriculture Organization.
  2. "Alpaca color". Archived from the original on 2007-04-05. Retrieved 2008-04-23.