ອຸ­ດທິ­ຍານ​ບາ​ຈຽງ

ຈາກ ວິກິພີເດຍ

ອຸ­ດທິ­ຍານ​ບາ​ຈຽງ​ ແມ່ນອຸທິຍານໃນແຂວງຈຳ­ປາ​ສັກ ເຕັມ​ໄປ​ດ້ວຍ​ຄວາມສວຍ​ງາມ​ຂອງ​ນ້ຳ­ຕົກ­ຕາດ, ປ່າໄມ້​ທຳ​ມະ​ຊາດ, ເອ­ກະ­ລັກ​ວັດ​ທະນະ​ທຳ​ແບບ​ບູ­ຮານ​ຂອງ 11 ຊົນເຜົ່າ ໂຄງ­ການ​ຈັດ​ສັນ​ອອກ​ແບບເຮືອນ​ບູ­ຮານ​ຊົນ­ເຜົ່າ​ຢ່າງ​ສວຍງາມ, ມີ​ການ​ບໍ­ລິ­ການ​ດີ​ຖືກ​ໃຈລູກ​ຄ້າ, ຮ້ານ​ອາ­ຫານ​ປອດ​ສານເຄ​ມີ, ໃຫ້​ຄວາມ​ປອດ​ໄພ​ກັບ​ການທ່ຽວ​ຊົມ​ສາ­ມາດ​ດຶງ​ດູດ​ນັກ​ທ່ອງທ່ຽວ​ພາຍ​ໃນ ແລະ ຕ່າງ­ປະ­ເທດໄດ້​ຫລາຍ​ພັນ​ຄົນ​ຕໍ່​ປີ.

ຫລັງ​ການ​ກໍ່­ສ້າງ​ອຸ­ທິ­ຍານ​ບາຈຽງ​ສຳ­ເລັດ​ທ່ານ ວິ­ມົນ ກິດ​ບຳລຸງ ເຈົ້າ​ຂອງ​ຜູ້​ສຳ​ປະ­ທານ​ໂຄງການ​ອຸ­ທິ­ຍານ​ບາ​ຈຽງ​ໃຫ້​ຮູ້​ວ່າ: “ແຕ່​ປີ 2005 ເປັນ­ຕົ້ນ​ມາ​ອຸ​ທິຍານ​ບາ​ຈຽງ​ດຶງ​ດູດ​ແຂກ​ເຂົ້າ ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ​ເປັນ​ສະ­ຖິ­ຕິທຽບ​ກັບ​ປີ​ກ່ອນ​ທີ່​ຫາ­ກໍ່​ເປີດ​ໃຫມ່ການ​ຢ້ຽມ­ຢາມ​ເປັນ​ແຂກ​ລັດ​ຖະບານ​ຊັ້ນ​ນຳ​ທີ່​ສາ­ມາດ​ຮູ້​ໄດ້​ມີຫລາຍ​ກວ່າ 3 ພັນ​ຄົນ​ຕໍ່​ປີ” ໃນນັ້ນ ທ່ານ​ບໍ່​ສາ­ມາດ​ບອກ​ໄດ້​ວ່າ ລາຍ​ຮັບ ແລະ ນອກ​ແຂກ​ລັດ​ຖະບານ​ເປັນ​ແຂກ​ພາຍ​ໃນ ແລະ ຕ່າງປະ­ເທດ​ເຂົ້າ​ມາ​ທ່ອງ​ທ່ຽວ​ຫລາຍ ຫລື ຫນ້ອຍ, “ທ່ານ​ກ່າວ​ຕື່ມ​ວ່າ ຖ້າ​ຫາກ​ຈະ​ເກັບ​ຄ່າ​ການ​ບໍ​ລິການ​ສຸ​ຂະ​ນາ​ໄມ​ລ້າໆ​ຈະ​ມີ​ລາຍຮັບ​ເພີ່ມ​ອີກ 7 ລ້ານ​ກວ່າ​ກີບ​ຕໍ່ເດືອນ”.

ພ້ອມ​ດຽວ​ກັນ​ນັ້ນ ທ່ານ​ກໍ່ ເນັ້ນ​ຕື່ມ​ອີ​ກວ່າ ເພື່ອ​ຄວາມ​ສວຍງາມ​ເປັນ​ລະ­ບຽບ ແລະ ເປັນເອ­ກະ­ລັກ​ຂອງ​ໂຄງ­ການ​ຈະ​ເອົາ ໃຈ​ໃສ່​ການ​ບໍ­ລິ­ການ ແລະ ຄວາມປອດ​ໄພ​ຂອງ​ແຂກ​ທີ່​ເຂົ້າ​ມາທ່ອງ​ທ່ຽວ​ໄດ້​ເປັນ​ຢ່າງ​ດີ​ໂຄງການ​ບໍ່​ນຳ​ເຫລົ້າ, ເບຍ, ສາວ​ບໍ​ລິ ການ​ເຂົ້າ​ມາ​ຮັບ​ໃຊ້​ຢ່າງ​ເດັດຂາດ, ການ​ປຸງ​ແຕ່ງ­ອາ­ຫານ​ແມ່ນໃຫ້​ຖືກ­ຕ້ອງ​ຕາມ​ຫລັກ​ອະ­ນາ­ໄມໄດ້​ມາດ­ຖານ​ສາ­ກົນ ໂດຍ​ປາ​ສະຈາກ​ແປ້ງ​ນົວ ຫລື ສານ​ເຄ​ມີ​ອື່ນໆພິ­ເສດ​ໂຄງ­ການ​ໃຫ້​ໂອ­ກາດ​ກັບຄົນ​ພິ­ການ ແລະ ບາງ​ຄອບ­ຄົວຊົນ­ເຜົ່າ​ໄດ້​ຮຽນ​ຮູ້​ພາ­ສາ​ອັງ­ກິດ, ພາ­ສາ​ເຢຍ​ລະ​ມັນ, ພາ­ສາ​ໄທ ເພື່ອ​ບໍ­ລິ­ການ​ແຂກ​ທ່ອງ​ທ່ຽວ, ໂຄງ­ການ​ໃຫ້​ທີ່​ພັກ​ເຊົາ ພ້ອມ​ມີໂອ­ກາດ​ຫາ​ລາຍ​ໄດ້​ເຂົ້າ​ຄອບ­ຄົວອີກ​ເຊັ່ນ ເຜົ່າ​ແງະ ມີ​ລາຍ​ຮັບ​ຈາກການ​ຕ່ຳ​ແພ​ປະ­ຈຳ​ເຜົ່າ​ທີ່​ຂາຍ​ໃຫ້ກັບ​ນັກ​ທ່ອງ​ທ່ຽວ 5-6 ແສນ​ກີບຕໍ່​ເດືອນ ແລະ ມີ​ພະ­ນັກ­ງານ ຫລາຍ​ຄົນ​ເຮັດ​ວຽກ​ກັບ​ໂຄງການ​ເຫັນ​ວ່າ​ຄອບ­ຄົວ​ດີ​ຂຶ້ນ.

ໃນ​ເວ­ລາ​ດຽວ​ກັນ​ນັ້ນ​ ນັກທ່ອງ​ທ່ຽວ​ຄົນ​ຕ່າງ​ຊາດ​ໃຫ້​ສຳພາດ​ກັບ​ທີມ​ຂ່າວ​ເສດ­ຖະ­ກິດ-ສັງ­ຄົມ​ວ່າ: ອຸ­ທິ­ຍານ​ບາ​ຈຽງ​ເປັນແຫລ່ງ​ທ່ອງ​ທ່ຽວ​ທີ່​ພໍ­ໃຈ ແລະ ປະ​ທັບ​ໃຈ​ໄປ​ກັບ​ທຳ​ມະ​ຊາດ​ນ້ຳ ຕົກ​ຕາດ, ທິວ​ທັດ​ທຳ​ມະ​ຊາດ​ວັດທະ­ນະ​ທຳ​ຊົນ­ເຜົ່າ​ພ້ອມ​ກັບ​ການກິນ​ດື່ມ​ປອດ​ສານ​ເຄ​ມີ ແລະ ສິ່ງມຶນ­ເມົາ.

ທ່ານ ກ່າວ​ຕື່ມ​ອີ​ກວ່າ: ເມື່ອກ່ອນ​ໃນ​ເຂດ​ອຸ­ທິ­ຍານ​ນີ້ ລ້ວນ​ແຕ່ແມ່ນ​ປ່າ­ດົງ​ດິບ ແລະ ໂຄ້ນ​ຂອນໃຫຍ່​ເຕັມ​ໄປ​ຫມົດ ​ຫລັງ​ຈາກ​ນັ້ນ ນັບ​ແຕ່​ປີ 1996 ເປັນ­ຕົ້ນ​ມາ​ໄດ້​ມີການ​ຄົ້ນ­ຄວ້າ​ສຳ​ຫລວດ​ອອກແບບ ແລະ ກໍ່­ສ້າງ​ໃນ​ປີ 1999 ໃຫ້​ກາຍ­ເປັນ​ແຫລ່ງ​ອາ­ລະ­ຍະ​ທຳ ດ້ານ​ທຳ​ມະ​ຊາດ​ກັບ​ເອ­ກະ­ລັກວັດ­ທະ­ນະ­ທຳ​ບູ­ຮານ​ຂອງ​ຊົນເຜົ່າ, ໃນ​ການ​ກໍ່­ສ້າງ​ທັງ​ຫມົດ​ນີ້ ມີ​ມູນ​ຄ່າ​ຫລາຍ​ກວ່າ 5 ແສນ​ໂດລາ​ສະ­ຫະ­ລັດ ​ໃນ​ນັ້ນ ທັງ​ແຂວງຈຳ­ປາ​ສັກ​ຖື​ຮຸ້ນ 20% ເສຍ​ອາກອນ​ໃຫ້​ລັດ 100 ລ້ານ​ກີບ​ຕໍ່​ປີ, ໂຄງ­ການ​ນີ້ ລວມ​ມີ​ພະ­ນັກ­ງານບໍ­ລິ­ການ​ທັງ​ຫມົດ 80 ຄົນ ມີ​ຄົນພິ­ການ 8 ຄົນ​ກັບ 11 ເຜົ່າ​ທີ່​ຕັ້ງເປັນ​ບ້ານ​ຈັດ​ສັນ​ເປັນ​ເອ­ກະ­ລັກວັດ­ທະ­ນະ­ທຳ​ຂອງ​ເຜົ່າ​ເພື່ອ​ດຶງດູດ​ນັກ​ທ່ອງ​ທ່ຽວ.