ອິສະລະພາບ

ຈາກ ວິກິພີເດຍ

ອິສະລະພາບ ໃນຄວາມໝາຍທົ່ວໄປ ໝາຍເຖິງສະພາວະເຊິ່ງເປັນອິສະລະ (ແມ່ນ ບໍ່ຖືກຈຳກັດ ບໍ່ຖືກກັກຂັງຫຼືຖືກຕີຕວນ).

ໃນທາງປັດຍາແລະປະຫວັດສາດ[ດັດແກ້]

ຊອງ-ຊາກ ລຸດໂຊ ນັກປັດຍາຊາວຝະລັ່ງ ໄດ້ຢືນຢັນວ່າສະພາບທີ່ເປັນອິສະລະນັ້ນ ເປັນສິ່ງທີ່ຕິດມາກັບຄວາມເປັນມະນຸດ. ແມ່ນໜ້າທີ່ຫຼີກລ່ຽງບໍ່ໄດ້ຂອງການມີວິນຍານແລະຮ່າງກາຍ. ຜົນສືບເນື່ອງກໍແມ່ນການປະຕິສຳພັນຕໍ່ມາຫຼັງຈາກການເກີດ ລ້ວນແຕ່ເປັນການສູນເສຍຄວາມເປັນອິສະລະພາບໄປ ບໍ່ວ່າຈະເປັນທັງໂດຍຄວາມສະໝັກໃຈແລະບໍ່ສະໝັກໃຈ.

ການໂຫຍຫາອິສະລະພາບມັກຖືກໃຊ້ເພື່ອປຸກລະດົມການປະຕິວັດ ໂຕຢ່າງເຊັ່ນ ໃນບັນທຶກໃນໄບເບິນອັນກ່າວເຖິງການທີ່ໂມເສດໄດ້ນຳຜູ້ຄົນອົບພະຍົບລີ້ຈາກຄວາມເປັນຂ້າຂ້ອບໄປສູ່ຄວາມເປັນອິສະລະ. ໃນສຸນທະລະພົດທີ່ມີຊື່ສຽງຂອງມາຕິນ ລູເທີ ຄິງ ຈູເນຍ ລາວກ່າວວ່າ:

My country 'tis of thee, sweet land of liberty, of thee I sing. Land where my fathers died, land of the Pilgrim's pride, From every mountainside, let freedom ring!

ຄຳວ່າ ອາມາ-ກິ ໂຕອັກສອນຂຽນຂອງຊາວສຸເມລຽນ ແມ່ນສັນຍະລັກຂຽນເກົ່າແກ່ທີ່ສຸດທີ່ຮູ້ກັນ ທີ່ມີຄວາມໝາຍເຖິງອິສະລະພາບ.