ອານາຈັກພວນຊຽງຂວາງ
ອານາຈັກພວນຊຽງຂວາງ ເມືອງພວນ ຫຼື ເມືອງພວນຊຽງຂວາງ ມີຊື່ເຕັມໃນທາງປະຫວັດສາດວ່າ “ເມືອງມະຫາຣັດຕະນະບູຣີລົມ ພົມມະຫາຈັກກະພັດ ສິມມະຫານັກຄະຣະຕັກກະເສລາ ນະຄອນຊຽງຂວາງຣາຊທານີ” ຄຳວ່າ “ພວນ” ໃນຄວາມໝາຍຂອງພາສາລາວແມ່ນ “ໂພນ” ຖ້າຕີຄວາມໝາຍຕາມນັກປະຫວັດສາດກະຄື ເມືອງທີ່ຕັ້ງຢູ່ບໍລິເວນພື້ນທີ່ສູງ ຫຼື ເທິງພູ ເມືອງພວນໃນອະດີດເປັນອານາຈັກເອກະລາດອານາຈັກໜຶ່ງ ປະກອບດ້ວຍຫົວເມືອງນ້ອຍໃຫຍ່ເຂົ້າດ້ວຍກັນ ສ່ວນຫຼາຍແມ່ນບໍລິເວນແຂວງຊຽງຂວາງ ແລະ ເຂດເມືອງທ່າໂທມທ່າວຽງ ແຂວງໄຊສົມບູນໃນປັດຈຸບັນນັ້ນເອງ ຂອບເຂດທີ່ຕັ້ງ ອານາຈັກພວນ ເມື່ອທຽບກັບປັດຈຸບັນ
ປະຊາຊົນໃນແຂວງຊຽງຂວາງຄືຄົນພວນທີ່ຍັງຫຼົງເຫຼືອຢູ່ມາຮອດປັດຈຸບັນ ຄົນພວນຈັດຢູ່ໃນກຸ່ມຊາດຕິພັນ ລາວ-ໄທ ຫຼື ລາວໄຕ ທີ່ອົບພະຍົບມາຈາກປະເທດຈີນທາງພາກໃຕ້ ແລ້ວຄົນພວນກໍມາຕັ້ງຖິ່ນຖານຢູ່ທີ່ຊຽງຂວາງເປັນອານາຈັກອິດສະລະຕົນເອງບໍ່ຂຶ້ນກັບໃຜ ໃນ ພຸດສະຕະວັດທີ່ 18 ໂດຍເມືອງພວນມີບົດບາດສຳຄັນໃນການສົ່ງອອກເຄື່ອງປ່າຂອງດົງ ແລະ ໂລຫະ ໄປຂາຍກັບອານາຈັກອື່ນໆ ຈົນໃນທີ່ສຸດ ອານາຈັກພວນກໍ່ຕົກຢູ່ພາຍໃຕ້ການປົກຄອງ ຂອງ ອານາຈັກລາວລ້ານຊ້າງ ໃນຮັຊສະໄໝ ພຣະບາດສົມເດັດ ພຣະເຈົ້າຟ້າງຸ່ມ ມະຫາຣາຊ ແຫຼ່ງຫຼ້າທໍລະນີ ໃນຊ່ວງປີ ພສ 1896 ຫຼື ຄສ 1350 ໃນຖານະປະເທດສະຣາຊຂອງ ອານາຈັກລາວລ້ານຊ້າງ ເມືອງພວນມີຄວາມສຳພັນອັນດີກັບລ້າງຊ້າງມາໂດຍຕະຫຼອດ ບໍ່ວ່າຈະເປັນການສົ່ງສວຍ,ເຄື່ອງຣາຊບັນນາການ ໃຫ້ແກ່ເຈົ້າຊີວິດລ້ານຊ້າງມາໂດຍຕະຫຼອດ ແຕ່ອານາຈັກພວນ ກໍຍັງຮັກສາຂະນົບທຳນຽມການນັບຖືສາສະໜາພຸດ ທີ່ນັບຖືກ່ອນ ອານາຈັກລ້ານຊ້າງ ອີກພວກເຂົາຍັງມີການສືບທອດວັດທະນາທຳການເປັນຢູ່ພວກເຂົາ ແລະ ສະຖາປັດຕະຍາກຳແບບພວນ ຈົນມີການແຜ່ຂະຍາຍອິດທິຜົນສະຖາປັດຕະຍາກຳເຂົ້າໄປໃນຫຼວງພຣະບາງ ເຮັດໃຫ້ວັດໃນຫຼວງພຣະບາງ ບາງວັດມີສະຖາປັດຕະຍາກຳແບບພວນເຂົ້າໄປປະສົມນຳ ຈົນນັກວິຊາການໃນປັດຈຸບັນນິຍົມເອິ້ນວ່າ ສະຖາປັດຕະຍາກຳແບບພວນ ພາຍຫຼັງອານາຈັກລ້ານຊ້າງອ່ອນແອລົງ ແລະ ແຕກແຍກເປັນ 3 ອານາຈັກ ເມືອງພວນຢູ່ພາຍໃຕ້ການປົກຄອງຂອງ ອານາຈັກວຽງຈັນ ເຮັດໃຫ້ອານາຈັກສະຫຍາມເຂົ້າມາມີບົດສຳຄັນໃນ ເມືອງພວນ ໃນຣັຊສະໄໝຂອງພຣະເຈົ້າອະນຸວົງ ແຫ່ງວຽງຈັນ ປີ ພສ 2348-2371 ຫຼື 1804-1829 ພວກສະຫຍາມໄດ້ກວດຕ້ອນ ຄົນພວນລົງໄປກຸງເທບເປັນຈຳນວນຫຼາຍ ພາຍຫຼັງການ ເຈົ້າອະນຸວົງສິ້ນພະຊົນ ຫວຽດນາມໄດ້ເຂົ້າມາປົກຄອງ ແລະ ມີບົດບາດໃນອານາຈັກພວນ ຈົນເຖິງປີ ພສ 2436 ຫຼື ຄສ 1872 ພວກຈີນຫໍ້ໄດ້ເຂົ້າປົ້ນອານາຈັກລ້າງຊ້າງຫຼວງພຣະບາງ ແລະ ອານາຈັກລ້ານຊ້າງວຽງຈັນ ແລະ ພວກມັນໄດ້ເຂົ້າປົ້ນອານາຈັກພວນເຊັ່ນກັ່ນ ພວກມັນໄດ້ທຳລາຍເມືອງພວນຈົນເກືອບບໍ່ເຫຼືອເປັນເມືອງ ແຕ່ສະຫຍາມກໍສົ່ງທະຫານຂຶ້ນມາປາບຈົນສຳເລັດ ຈົນມາເຖິງ ວັນທີ່ 3/10/1893 ຝຣັ່ງໄດ້ເຂົ້າຍຶດລາວ ເຮັດໃຫ້ອານຈັກພວນຕົກຢູ່ພາຍໃຕ້ການປົກຄອງຂອງຝຣັ່ງເສດໄປນຳ ພາຍຫຼັງລາວໄດ້ປະກາດເອກະລາດໄດ້ສຳເລັດ ແລະ ໃນຊ່ວງລາວໄດ້ຮັບເອກະລາດຈາກ ຝຣັ່ງ ກ້າວເຂົ້າສູ່ຍຸກຣາຊອານາຈັກ ຊຽງຂວາງຖືກທຳລາຍໄປຕືມອີກ ຍ້ອນການຕໍ່ສູ້ຂອງ ລັດຖະບານລາວ ຣາຊອານຈັກ ແລະ ລັດຖະບານຄອມມິວນິດ ພາຍຫຼັງຝ່າຍຄອມມິວນິດຊະນະທາງການເມືອງແລ້ວປະກາດສ້າງ ສປປລາວ ເມືອງພວນຊຽງຂວາງກໍຖືກຈັດເຂົ້າເປັນແຂວງໜຶ່ງຂອງປະເທດລາວ ຕຳນານຂອງອານາຈັກພວນ ຕຳນານໂອຣົດຂອງຂຸນບູລົມຣາຊາທິຣາຊສ້າງເມືອງພວນ ຕາມພົງສະວາດານລ້ານຊ້າງ ແລະ ຕຳນານຂຸນບູລົມ ໄດ້ກ່າວວ່າ: ຂຸນບູລົມ ພຣະເປັນກະສັດປົກຄອງເມືອງແຖນ ຫຼື ອານາຈັກໜອງແສ ຫຼື ນ່ານເຈົ້າ ພຣະອົງມີພຣະມະເຫສີ 2 ພຣະອົງ ຄື ພຣະນາງເອັດແຄງ ແລະ ພຣະນາງຍົມພາລາ ໂດຍພຣະນາງເອັດແຄງ ມີຣາຊໂອຣົດ 4 ພຣະອົງ ແລະ ພຣະນາງຍົມພາລາ ມີໂອຣົດ 3 ພຣະອົງລວມແລ້ວ ຂຸນບູລົມພຣະອົງມີພຣະຣາຊໂອຣົດຢູ່ 7 ພຣະອົງ ເມື່ອໂອຣົດໃຫຍ່ຂຶ້ນມາແລ້ວ ພຣະອົງໄດ້ຊຣົງໂປຣດ ໃຫ້ໂອຣົດທັງ 7 ໄປຄອງເມືອງ ທັງ 7 ເມືອງ ດັ່ງນີ້
- ຂຸນລໍ ໂອຣົດອົງໃຫຍ່ ໃຫ້ໄປປົກຄອງເມືອງ ຊວາ (ຫຼວງພຣະບາງ)
- ຂຸນຍີ່ຜາລ້ານ ໃຫ້ໄປຄອງເມືອງ ຫໍແຕ (ຕ້າຫໍ້ ເມືອງໜຶ່ງໃນອານາຈັກໜອງແສ)
- ຂຸນສາມຈຸສົງ ໃຫ້ໄປຄອງເມືອງ ໂກດແທ້ແຜນບົນ ຫົວພັນທັງ6 (ແຂວງຫົວພັນ)
- ຂຸນຄຳຜົງ ໃຫ້ໄປຄອງເມືອງ ໂຍນົກຊຽງແສນຊຽງໃໝ່ (ອານາຈັກລ້ານນາ)
- ຂຸນງົວອິນ ຫຼື ຂຸນອິນ ໃຫ້ໄປຄອງເມືອງ ລະໂວ້ (ສີອະຍຸດທະຍາ)
- ຂຸນລົກກົມ ຫຼື ຂຸນກົມ ໃຫ້ໄປຄອງເມືອງ ອິນທະປັດ (ຂອມ)
- ຂຸນເຈືອງ ຫຼື ຂຸນເຈັດເຈືອງ ໃຫ້ໄປຄອງເມືອງ ພວນ (ຊຽງຂວາງ)
- ດັ່ງນັ້ນຄົນລາວບາງຈຳພວກຈຶ່ງເຊື່ອວ່າ ຂຸນເຈື່ອງຄືຕົ້ນກຳເນີດແຫ່ງ ເມືອງພວນ ວ່າພຣະອົງເປັນຜູ້ນຳພາສ້າງເມືອງ ແລະ ຕຳນານ ຂຸນເຈືອງຟ້າທຳມະຣາຊ ໃນຊ່ວງທີ່ພຣະອົງລົງມາຄອງເມືອງພວນ ດິນແດນຄົງເຂດນີ້ ໄດ້ມີພວກຂອມເຂົ້າມາອາໃສ່ຢູ່ກ່ອນແລ້ວ ແລ້ວມີຊື່ວ່າ ເມືອງປະກັນ ພຣະອົງຈຶ່ງນຳທັບເຂົ້າຕີເມືອງປະກັນແລ້ວສາມາດຂ້າເຈົ້າເມືອງປະກັນໄດ້ ແລ້ວພຣະອົງກໍຂັບໄລ່ພວກຂອມອອກໄປຈາກດິນແດນແຫ່ງນີ້ ແລ້ວພຣະອົງກໍ່ສະຫຼອງໄຊຊະນະ ດ້ວຍການ ເຮັດເຫຼົ້າສະຫຼອງ ໄຫເຫຼົ້າທີ່ວ່ານັ້ນກະຄື ໄຫຫີນຊຽງຂວາງນັ້ນເອງ ທີ່ພຣະອົງສ້າງຂຶ້ນເພື່ອໃຫ້ສະຫຼອງຄວາມສຳເລັດໃນການຂຶ້ນຄອງຣາຊທີ່ເມືອງນີ້ ນີ້ກະເປັນພຽງຕຳນານເທົ່ານັ້ນ ຄວາມຈິງໄຫຫີນຊຽງຂວາງແມ່ນໄຫກະດູກ ເພາະນັກບູຮານຄະດີ ລາວ-ອົດສະຕາຣີ ໄດ້ຮ່ວມກັນຂຸ້ນຂົ້ນບໍລິເວນທົ່ງໄຫຫີນ ແລະ ພົບໂຄງກະດູກ ອາຍຸ 2500 ປີ ເຊິ່ງມັນກະຕົງກັບອາຍຸຂອງໄຫຫີນ ຈຶ່ງສັນນິຖານໄດ້ວ່າ ໄຫຫີນແມ່ນໄຫກະດູກຂອງຄົນໃນໂບຮານ ແລະ ທົ່ງໄຫຫີນ ກໍ່ຄືປ່າຊ້າ ສຸສານຂອງພວກເຂົານັ້ນເອງ ລາຍພຣະນາມກະສັດ ແລະ ເຈົ້າເມືອງພວນ ຕັ້ງແຕ່ອົງແລກຈົນເຖິງອົງສຸດທ້າຍ ນັບຕັ້ງແຕ່ຣັຊສະໄໝຂອງ ຂຸນເຈື່ອງ ຟ້າທຳມະຣາຊ ພຣະອົງໄດ້ສ້າງບ້ານແປງເມືອງຂະຫຍາຍອານາຈັກອອກໄປ ແລະ ສະຖາປະນາອານາຈັກພວນຂຶ້ນ ແລ້ວໃສ່ຊື່ວ່າ: “ເມືອງມະຫາຣັດຕະນະບູຣີລົມ ພົມມະຫາຈັກກະພັດ ສິມມະຫານັກຄະຣະຕັກກະເສລາ ນະຄອນຊຽງຂວາງຣາຊທານີ” ແລະ ໃສ່ຊື່ຣາຊວົງວ່າ “ຣາຊວົງພວນເຈັດເຈືອງ ຫຼື ຣາຊວົງພວນຊຽງຂວາງ” ແລະ ໄດ້ມີພຣະມະຫາກະສັດ ແລະ ເຈົ້າເມືອງປົກຄອງມາດັ່ງນີ້:
- ຂຸນເຈືອງຟ້າທຳມະຣາຊ ປະຖົມມະກະສັດແຫ່ງ ອານາຈັກພວນ ພຣະຣາຊໂອຣົຊຂອງ ຂຸນບູຣົມ
- ຂຸນເຈັດຈອນ ໂອຣົດຂຸນເຈືອງ
- ຂຸນເຈັດຈອດ ໂອຣົດຂຸນເຈັດຈອນ
- ຂຸນເຈັດຈິວ ໂອຣົດຂຸນເຈັດຈອນ ໃນສະໄໝຂອງພຣະອົງໄດ້ສອນໃຫ້ປະຊາຊົນປະດິດ ໄຖ ສຳລັບໄຖນາ ດ້ວຍເຫຼັກ ແລະ ປະດິດຂາດດ້ວຍໄມ້ ໂດຍນຳຄວາຍມາໃຊ້ໄຖ ແລະ ຄາດນາ ສະໄໝນີ້ຍັງຄົງສືບທອດການນັບຖືພີຕາມຮີດຄອງເກົ່າ
- ຂຸນເຈັດຈັນ ໂອຣົຊ ຂຸນເຈັດຈິວ
- ຂຸນເຈັດຍອດຍໍຄຳ ໂອຣົຊຂຸນເຈັດຈັນ
- ຂຸນເຈັດຍີ່ ໂອຣົຊຂຸນເຈັດຍອດຍໍຄຳ
- ເຈົ້າພຣະຄື ໂອຣົຊຂຸນເຈັດຍອດຍໍຄຳ ໃນສະໄໝຂອງພຣະອົງ ໄດ້ປ່ຽນຍົດກະສັດຈາກ ຂຸນ ມາເປັນ ເຈົ້າ ແທນ
- ເຈົ້າຄຳລູນ ໂອຮົຊເຈົ້າພຣະຄື ໃນສະໄໝພຣະອົງ ໄດ້ອອກຍ້ຽມຍາມປະຊາຊົນ ພຣະອົງໄດ້ສັງສອນຊາວພວນ ແລະ ຄົນຂະມຸ ໃຫ້ຮັກແພງສາມັກຄີກັນ ແລະ ພຣະອົງໄດ້ທອດພຣະເນດເຫັນ ບໍ່ແຮ່ເຫຼັກ ແລະ ບໍ່ຄຳ ຮ້າງ ບໍ່ມີໃຜກ້າໄປຂຸດເອົາເຫຼັກເພາະເຊື່ອກັນວ່າມີຜີ ພຣະອົງຈຶ່ງໃຫ້ເສນາອາມາດ ຂ້າງົວຄວາຍ ມາລ້ຽງຜີ ເພື່ອຂໍຂະມາໃນການຂໍຂຸດ ບໍ່ແຮ່ທັງສອງ ແລະ ພຣະອົງໃຫ້ປະຊາຊົນຂຸດ ບໍ່ເຫຼັກເອົາໄປໃຊ້ປະໂຫຍດໄດ້ ແລະ ສັ່ງໃຫ້ຂຸດບໍຄຳ ແລ້ວແບ່ງຄຳເປັນ 1% ນຳຄຳສົ່ງເຂັ້າພຣະຄັງຫຼວງຂອງພຣະອົງ ແລະ ທີ່ເຫຼືອໃຫ້ແຈກຍາຍໃຫ້ປະຊາຊົນ ປະຊາຊົນຮັກພຣະອົງແຮງເພາະພຣະອົງດີນຳປະຊາຊົນເປັນຢ່າງດີ
- ເຈົ້າຄຳເພັງ ໂອຣົດເຈົ້າຄຳລູນ
- ເຈົ້າຄຳຂອດ ໂອຮົດເຈົ້າຄຳເພັງ
- ເຈົ້າຄຳຮອງ ໂອຮົດເຈົ້າຄຳຂອດ
- ເຈົ້າຄຳແຈກ ໂອຣົດເຈົ້າຄຳຮອງ
- ເຈົ້າຄຳຝັ້ນ ໂອຣົດເຈົ້າຄຳແຈກ
- ເຈົ້າຄຳພິນ ໂອຣົດອົງທີ່ 2 ຂອງເຈົ້າຄຳຝັ້ນ ໂອຣົດອົງແລກ ບໍ່ໄດ້ຂຶ້ນຄອງຣາຊຍ້ອນ ມີພຣະມານດາເປັນພຽງສະໜົມ ບໍ່ແມ່ນມະເຫສີເອກ ຄືດັ່ງພຣະມານດາຂອງ ເຈົ້າຄຳພີນ
- ເຈົ້າຄຳທົນ ໂອຣົດເຈົ້າຄຳພີນ
- ເຈົ້າຄຳຕິດສາກ ໂອຣົຊເຈົ້າຄຳທົນ
- ເຈົ້າຄຳດວນ ໂອຣົດເຈົ້າຄຳຕິດສາກ
- ເຈົ້າຄຳລ້ວນ ໂອຣົດເຈົ້າຄຳດວນ
- ເຈົ້າຄຳໜ້າ ໂອຣົດເຈົ້າຄຳລ້ວນ
- ເຈົ້າຄຳທ້າວ ໂອຣົດເຈົ້າຄຳໜ້າ
- ເຈົ້າຄຳເຄົ້າ ໂອຣົດເຈົ້າຄຳທ້າວ
- ເຈົ້າຄຳພົງ ໂອຣົດເຈົ້າຄຳເຄົ້າ ໃນຣາຊສະການຂອງພຣະອົງໄດ້ມີການຈົດບັນທຶກເປັນທີ່ຮຽບຮ້ອຍ ເຮັດໃຫ້ຮູ້ວ່າພຣະອົງຄອງຣາຊໃນປີ ພສ 1832 ຫຼື ຄສ 1289 ຊຶ່ງຕົງກັບຊ່ວງ ຂຸນຜີຟ້າ ຫຼື ເຈົ້າຟ້າງ້ຽວ ພຣະຣາຊບິດາ ຂອງເຈົ້າຟ້າງຸ່ມ ແຫ່ງອານາຈັກຊວາ ຊຽງດົງ-ຊຽງທອງ ໃນຣາຊການຂອງເຈົ້າຄຳພົງ ມີເຫດການສຳຄັນທີ່ໄດ້ມີການບັນທຶກໄວ້ວ່າ: ໃນເວລານັ້ນ ອານາຈັກອານາມ (ຫວຽດນາມ) ໄດ້ມີເຈົ້າຊາຍອົງໜຶ່ງຊື່ວ່າ ເລຍຸຍມັດ ໄດ້ພະຍາຍາມຊິງຣາຊສົມບັດຈາກພຣະເຊດຖາ(ອ້າຍ) ຂອງພຣະອົງເອງ ແຕ່ບໍ່ສຳເລັດຈຶ່ງນຳນ້ອງສາວຊື່ວ່າ ພຣະນາງບາໂກ ໜີອອກຈາກວັງ ມາເພິງພຣະບໍຣົມມະໂພທິສົມພານຂອງ ເຈົ້າຄຳພົງ ທີ່ອານາຈັກພວນ ແລະ ພຣະນາງບາໂກ ໃຫ້ເປັນມະເຫສີເຈົ້າຄຳພົງ ເຈົ້າຄຳພົງກໍ່ໃຫ້ການຊ່ວຍເຫຼືອໃນທາງດ້ານການທະຫານແກ່ ເຈົ້າຊາຍ ເລຍຸຍມັດ ນຳທັບໄປຕີຊິງຣາຊສົມບັດຄືນ ແຕ່ກໍ່ປະລາໄຊ ຍ້ອນກຳລັງພົນໜ້ອຍກວ່າ ຈຶ່ງສະເດັດກັບ ອານາຈັກພວນ ເຈົ້າຊາຍເລຍຸຍມັດ ເມືອກັບຮອດພວນກໍປົງພຣະຊົນຊີບພຣະອົງເອງ(ຂ້າໂຕຕາຍ) ໃກ້ກັບວັງເຈົ້າຄຳພົງ ຫຼັງຈາກນັ້ນ ເຈົ້າຊີວິດອານາມ ກໍນຳທັບມາບຸກພວນ ເຈົ້າຄຳພົງສູ້ບໍ່ໄດ້ ສຸດທ້າຍກໍຕ້ອງຍອມເປັນຫົວເມືອງຂຶ້ນໃຫ້ກັບ ອານາມ 24. ເຈົ້າຂຽວຄຳຍໍ ໂອຣົດເຈົ້າຄຳພົງ ເຈົ້າຂຽວຄຳຍໍຄອງຣາຊ ພສ 1895-1945 ຫຼື ຄສ 1352-1402 ໃນຊ່ວງທີ່ພຣະອົງຍັງເປັນເຈົ້າຊາຍ ພຣະອົງໄດ້ຫຼັກຫຼິ້ນຊູ້ກັບ ໝ່ອມ(ເມຍນ້ອຍ) ຂອງເຈົ້າຄຳພົງ ຜູ້ເປັນພຣະຣາຊບິດາຂອງພຣະອົງເອງ ເມືອເຈົ້າຄຳພົງຮູ້ກໍ່ໄດ້ຂັບໄລ່ ເຈົ້າຂຽວຄຳຍໍ ອອກຈາກວັງ ພຣະອົງໄດ້ໜີໄປລີ້ຢູ່ເມືອງ ວຽງນ້ຳພຣະຮຸ່ງ ບໍລິເວນ ແຂວງບໍລິຄຳໄຊ ແລະ ຄຳມ່ວນ ປະຊາຊົນເມືອງວຽງນ້ຳພຣະຮູ່ງ ຊາບວ່າມີເຈົ້າຊາຍຂອງເມືອງພວນມາລີ້ຢູ່ໃນເມືອງກໍ່ພາກັນມາອາລັກຂາພຣະອົງ ຈົນຕົກມາປີ ພສ 1892 ຫຼື ຄສ 1349 ພຣະອົງຮູ້ຂ່າວການເຄືອນທັບລວມແຜ່ນດິນຂອງເຈົ້າຟ້າງຸ່ມ ກຳລັງເຂົ້າຕີ ເມືອງວຽງນ້ຳພຣະຮຸ່ງ ດັ່ງນັ້ນເຈົ້າຂຽວຄຳຍໍ ກໍ່ເລີຍໄປເຂົ້າເຟົ້າເຈົ້າຟ້າງຸ່ມຂໍຕິດຕາທັບໄປຕີເມືອງພວນນຳ ເມືອງກອງທັບເຈົ້າຟ້າງຸ່ມຢຽບເຂົ້າປະທະ ກັບ ກອງທັບເມືອງພວນທີ່ມີກອງກຳລັງຫວຽດນາມຢູ່ນຳ ຊຸດທ້າຍກໍປະລາໄຊ ກອງທັບເຈົ້າຟ້າງຸ່ມ ພຣະອົງຈຶ່ງຂັບໄລ່ຫວຽດນາມອອກຈາກພວນ ແລະ ປົດຕຳແໜ່ງເຈົ້າຄຳພົງ ແລະ ລົດຖານະອານາຈັກພວນ ມາເປັນພຽງເມືອງພວນ ເມືອງໜຶ່ງທີ່ຂຶ້ນກັບ ອານາຈັກລ້ານຊ້າງ ແລ້ວ ສະຖາປະນາ ເຈົ້າຂຽວຄຳຍອດຟ້າເປັນເຈົ້າເມືອງແທນເຈົ້າຄຳພົງ ເຈົ້າຟ້າງຸ່ມໄດ້ນຳກອງກຳລັງພວນເຂົ້າສົມທົບກັບກອງກຳລັງພຣະອົງໄປຕີເມືອງຊຽງທອງ ເພື່ອຊິງຣາຊສົມບັດຈາກເຈົ້າຟ້າຄຳຮຽວ ຜູ້ເປັນອາວຕໍ່ໄປ ແລະ ນັບແຕ່ນີ້ເປັນຕົ້ນໄປ ພວນກໍ່ເປັນເມືອງສວຍຂອງລ້ານຊ້າງເທົ່ານັ້ນ 25. ເຈົ້າລ້ານຄຳກອງ ໂອຣົຊໃນເຈົ້າຂຽວຄຳຍໍ ເຈົ້າລ້ານຄຳກອງ ຄອງຣາຊ ພສ 1945-1965 ຫຼື ຄສ 1402-1422 ພຣະອົງໄດ້ທຳການປົກຄອງເມືອງແບບຊອບທຳ ໄດ້ປົກຄອງບ້ານເມືອງແບບມີກົດໝາຍ ຊື່ວ່າ ກົດໝາຍລ້ານຄຳກອງ ເຊິ່ງໄດ້ແບບມາຈາກການປົກຄອງ ຂອງເຈົ້າຟ້າງຸ່ມ ແລະ ພຣະອົງກໍ່ໄດ້ໄປນຳພຸດທະສາສະໜາເຂົ້າໃຊ້ໃນເມືອງຢ່າງເຕັມທີ່ ຕາມພຣະຣາຊໂອງການຂອງພຣະເຈົ້າຟ້າງຸ່ມ ໃນຣາຊການຂອງພຣະອົງໄດ້ສ້າງວັດ ສີພົມ,ວັດເພຍວັດ,ວັດບຸນກອງ,ວັດຈອມເພັດ,ວັດທາດຟຸ່ນ ກະແຈກກະຈາຍກັນຢູ່ແຕ່ລະເມືອງຂອງ ພວນ ພຣະອົງຄອງເມືອງຢ່າງເປັນທຳ ເຮັດໃຫ້ເມືອງພວນ ເປັນເມືອງທີ່ມີຄວາມຈະເລີນຮຸ່ງເຮືອງຫຼາຍໃນຣາຊການຂອງພຣະອົງ ທາດຝຸ່ນ 26. ເຈົ້າຄຳອຸ່ນເມືອງ ໂອຣົຊໃນເຈົ້າລ້ານຄຳກອງ ຄອງຣາຊ ພສ1965-ບໍ່ແນ່ຊັດ ຫຼື ຄສ 1422-ບໍ່ແນ່ຊັດວ່າປີໃດ ຫຼັງຈາກພຣະອົງສະຫວັນນະຄົດແລ້ວ ພຣະຣາຊໂອຣົດຍັງຊຣົງພຣະເຍົາ ເລີຍບໍ່ສາມາດຄອງຣາຊໄດ້ ເສນາອາມາດ ຈຶ່ງໄດ້ເຊີນ ພຣະທິດາ ໃນເຈົ້າຄຳອຸ່ນເມືອງ ຂຶ້ນຄອງເມືອງໄປກ່ອນ
- ພຣະນາງເທພີເຈົ້າຄຳອ່ອນ ທິດາໃນເຈົ້າຄຳອຸ່ນເມືອງ ພຣະນາງຄອງເມືອງ ພສ ບໍ່ແນ່ຊັດວ່າປີໃດ-2103 ຫຼື ຄສ ບໍ່ແນ່ຊັດວ່າປີໃດ-1560
- ເຈົ້າຄຳດອນ ໂອຣົດໃນເຈົ້າຄຳອຸ່ນເມືືອງ ຄອງຣາຊ ພສ 2103-ບໍ່ແນຊັດວ່າປີໃດ ຫຼື ຄສ 1560-ບໍ່ແນ່ຊັດວ່າປີໃດ
- ເຈົ້າຄຳສັ້ນ ໂອຣົດໃນເຈົ້າຄຳດອນ ປີຄອງຣາຊບໍ່ຊາບວ່າປີໃດຫາປີໃດ ຮູ້ແຕ່ວ່າກົງກັບສະໄໝເຈົ້າສຸລິຍະວົງສາທຳມິກະຣາຊ ກະສັດລ້ານຊ້າງ ໃນຊ່ວງທີ່ເຈົ້າຄຳສັ້ນຄອງເມືອງ ໄດ້ຄິດກະດ້າງກະເດືອງບໍ່ຍອມສົງສວຍຕໍ່ເຈົ້າ ສຸລິຍະວົງສາ ດັ່ງນັ້ນເຈົ້າສຸລິຍະວົງສາ ຈຶ່ງນຳທັບບຸກຕີເມືອງພວນ ແລະ ຈັບທິດາເຈົ້າຄຳສັ້ນລົງມາທີ່ວຽງຈັນ
- ເຈົ້າຄຳຖົງ ບໍ່ຮູ້ປີຄອງຣາຊ ໂອຣົດໃນເຈົ້າຄຳສັ້ນ
- ເຈົ້າຄຳພິລາວົງ ໂອຣົດໃນເຈົ້າຄຳຖົງ
- ເຈົ້າຄຳລ້ອນ ໂອຣົດໃນເຈົ້າຄຳພິລາວົງ
- ເຈົ້າພຸດທາ ໂອຣົດເຈົ້າຄຳລ້ອນ
- ເຈົ້າຄຳສັດທາ ໂອຣົດໃນເຈົ້າພຸດທາ ໃນຣາຊສະການຂອງພຣະອົງ ຕົງກັບຊ່ວງ ທີ່ລ້ານຊ້າງແຕກ ເປັນ 3 ອານາຈັກ ແລ້ວເມືອງພວນກໍ່ຂຶ້ນກັບອານາຈັກຫຼວງພຣະບາງ
- ເຈົ້າບຸນລັງໄທ ໂອຣົດເຈົ້າຄຳສັດທາ
- ເຈົ້າບຸນຫຼອດ ໂອຣົດໃນເຈົ້າຄຳສັດທາ ພຣະອະນຸຊາໃນເຈົ້າບຸນລັງໄທ
- ເຈົ້າບຸນຄົງ ໂອຣົດເຈົ້າບຸນລັງໄທ
- ເຈົ້າບຸນຈັນ ໂອຣົດເຈົ້າບຸນຄົງ
- ເຈົ້າອຸ່ນເມືອງ ໂອຣົດເຈົ້າບຸນຈັນ
- ເຈົ້າອົງຫຼໍ່ ໂອຣົດເຈົ້າອຸ່ນເມືອງ ຄສ 1751 ໄດ້ແຕ່ຕັ້ງພຣະອະນຸຊາຂອງພຣະອົງ ເຈົ້າອົງບຸນເປັນ ມະຫາອຸປະຣາຊແສນເມືອງ ໃນຣາຊສະການພຣະອົງ ເຈົ້າໄຊອົງເວ້ ກະສັດແຫ່ງວຽງຈັນ ເວົ້າວ່າພວນສົມຄວນຂຶ້ນຕໍ່ວຽງຈັນບໍ່ແມ່ນຫຼວງພຣະບາງ ພຣະອົງຈຶ່ງນຳທັບຈາກວຽງຈັນບຸກເມືອງພວນ ເຈົ້າອົງຫຼໍ່ໄດ້ນຳທັບອອກມາປົກປ້ອງເມືອງ ແຕ່ບໍ່ສຳເລັດ ຍ້ອນກອງກຳຫຼັງຫຼວງພຣະບາງບໍ່ມາຊ່ວຍ ຍ້ອນເຈົ້າອິນທະໂສມແຫ່ງຫຼວງພຣະບາງເຫັນວ່າພວນຄວນຈັດຢູ່ກັບວຽງຈັນຖືກແລ້ວ ເຮັດໃຫ້ກອງທັບພວນແພ້ຕໍ່ກອງທັບວຽງຈັນ ອົງຫຼໍ່ໄດ້ສະເດັດໜີໄປແຂວງຫົວພັນ ເພື່ອກຽມກຳລັງບຸກວຽງຈັນ ສ່ວນທາງເມືອງພວນ ເຈົ້າໄຊອົງເວ້ ໄດ້ແຕ່ງຕັ້ງ ເຈົ້າອົງບຸນ ພຣະອະນຸຊາ ອົງຫຼໍ່ ໃຫ້ເປັນເຈົ້າເມືອງແທນ ສ່ວນອົງຫຼໍ່ເມືອກຽມກຳລັງໄດ້ສຳເລັດກໍ່ນຳທັບບຸກວຽງຈັນ ແຕ່ເມືອມາຮອດຊຽງຂວາງ ກອງທັບເຈົ້າອົງບຸນ ຜູ້ເປັນນ້ອງໄດ້ອອກມາຂັດຂວາງບໍ່ໃຫ້ອ້າຍນຳທັບໄປຕີວຽງຈັນ ກອງທັບທັງ 2 ພຣະອົງອ້າຍນ້ອງໄດ້ປະທະກັນ ຢູ່ທົ່ງພຽງເມືອງຄຳ ກອງທັບເຈົ້າອົງບຸນ ສູ້ ເຈົ້າອົງຫຼໍ່ບໍ່ໄດ້ ຈຶ່ງໄດ້ຍອມຄືນຣາຊສົມບັດ ແກ່ອົງຫຼໍ່ ໄດ້ກັບມາເປັນເຈົ້າເມືອງພວນອີກຄັ້ງ ແລະ ອົງຫຼໍ່ກໍຍອມສົ່ງສວຍເປັນເມືອງຂຶ້ນຂອງວຽງຈັນຕໍ່ໄປ ເພື່ອບໍ່ໃຫ້ເກີດສົງຄາມກັບວຽງຈັນອີກ ຍ້ອນວັງຖືກທຳລາຍໄປຫຼາຍ ອົງຫຼໍ່ ຈຶ່ງໄດ້ຍ້າຍເມືອງມາຕັ້ງຢູ່ໃຈກາງເມືອງຄຳໃນປັດຈຸບັນນີ້ແທນ ແລະ ໄດ້ສ້າງບ້ານແປງເມືອງໃໝ່ຈົນຮຸ່ງເຮືອງດັ່ງເດີມ
- ເຈົ້າອົງສີພົມ ໂອຣົດເຈົ້າອຸ່ນເມືອງ ພຣະອານຸຊາ ອົງສຸດທ້າຍຂອງ ເຈົ້າອົງຫຼໍ່ ຄອງຣາຊ ພສ 2322-2324 ຫຼື ຄສ 1779-1781 ເປັນຊ່ວງທີ່ວຽງຈັນຖືກສະຫຍາມຕີ ຣາຊການທີ່1 ຫຼື ຊ່ວງນັ້ດຳລົງຍົດເປັນ ພຣະມະຫາກະສັດສຶກ ໄດ້ນຳທັບກຸງທົນບູລີ ຂອງພຣະເຈົ້າຕາກສິນ ມາຕີອານາຈັກວຽງຈັນ ແລະ ໄດ້ກວດຕ້ອນຄົນຈາກທຸກເມືອງຂອງອານາຈັກວຽງຈັນ ເຊິ່ງໜຶ່ງໃນນັ້ນກໍ່ມີຊາວເມືອງພວນ ຖືກກວດຕ້ອນໄປກຸງເທບ ແລະ ເມືອງພວນກໍ່ຖືກສະຫຍາມເຜົາຈົນເກືອບບໍ່ເຫຼືອຄວາມເປັນເມືອງ
- ເຈົ້າໜໍ່ເມືອງ ພຣະຣາຊນັດດາ ໃນອົງເຈົ້າສີພົມ ພສ 2324-2325 ຫຼື ຄສ 1781-1782 ຄອງຣາຊໄດ້ພຽງປີດຽວ ພຣະອົງກໍຊຣົງວິປະຣາຊ (ບ້າປ່ວງ)
- ເຈົ້າຊົມພູ ໂອຣົດເຈົ້າອົງຫຼໍ່ ພສ 2325-2344 ຫຼື ຄສ 1782-1801 ມີເຫດການສຳຄັນເກີດຂຶ້ນໃນຊ່ວງນີ້ຄື:ໃນປີຄສ 1782 ຄົນຫວຽດນາມ ຊື່ກວານຮັບ ໄດ້ກໍ່ກະບົດຕໍ່ ສົມເດັດພຣະຈັກກະພັດ ຍ່ຽວລອງ ແຫ່ງອານາມ ກວານຮັບໄດ້ເດີນທາງໄປຂໍກຳລັງຈາກຫຼວງພຣະບາງ ໃນລະຫວ່າງທາງຕ້ອງຜ່ານເມືອງພວນ ເຈົ້າຊົມພູຈຶ່ງນຳທັບຕີທັບ ກວນຮັບ ແຕກເສຍກ່ອນໄປຮອດຫຼວງພຣະບາງ ແລະ ໃນປີ ຄສ 1784 ເຈົ້າຊົມພູໄດ້ສ້າງພຣະຣາຊວັງໃໝ່ ແທນວັງເກົ່າທີ່ຖືກສະຫຍາມເຜົາໄປໃນຣາຊການເຈົ້າອົງສີພົມ ຫຼັງຈາກສ້າງວັງສຳເລັດພຣະອົງມີແນວຄິດສິປະກາດເອກະລາດ ຈາກວຽງຈັນ ເມືອເລື່ອງນີ້ໄປເຖິງພຣະເນດພຣະກັນ ພຣະເຈົ້ານັນທະເສນ ແຫ່ງວຽງຈັນ ພຣະອົງກໍຍົກທັບ ພ້ອມດ້ວຍ ເຈົ້າອິນທະວົງ ທັບຈຳນວນ 3000 ຄົນ ບຸກຕີເມືອງພວນ ກອງທັບພວນສູ້ບໍ່ໄດ້ ເຈົ້າຊົມພູ ຈຶ່ງສະເດັດໜີອອກຈາກເມືອງພວນ ໄປຢູ່ເມືອງຮັງ ໃນແຂວງຫົວພັນ ຫຼັງຈາກ ພຣະເຈົ້ານັນທະເສນ ຕີຊຽງຂວາງສຳເລັດ ພຣະອົງກໍນຳທັບ ບຸກຕີຫຼວງພຣະບາງ ເຊິ່ງຂະນະນັ້ນມີ ພຣະເຈົ້າອະນຸລຸດ ເປັນກະສັດຫຼວງພຣະບາງ ກອງທັບເຈົ້ານັນທະເສນແຂງແກ່ງຫຼາຍສາມາດຕີທັບຫຼວງພຣະບາງແຕກໄດ້ ແລ້ວພຣະອົງກໍຈັບເຈົ້າຂຸນໝຸ່ນນາຍລົງໄປກຸງເທບ ເມືອງພວນເກີດເຫດວຸ່ນວາຍອີກຄັ້ງ ຍ້ອນພຣະເຈົ້ານັນທະເສນບໍ່ໄດ້ແຕ່ງຕັ້ງໃຜເປັນເຈົ້າເມືອງ 2 ອ້າຍນ້ອງ ເຈົ້າກາງ ແລະ ເຈົ້າຫຼ້າ ໂອຣົດໃນເຈົ້າອຸນເມືອງ ພຣະອານຸຊາໃນເຈົ້າຊົມພູ ຕ່າງພາກັນຍາດກັນຂຶ້ນຄອງເມືອງ ສຸດທ້າຍເຈົ້າກາງ ຊະນະ ເຈົ້າຫຼ້າ ແລະ ຂຶ້ນຄອງເມືອງໂດຍບໍ່ຜ່ານເຈົ້ານັນທະເສນເລີຍ ເຈົ້າຫຼ້າຈຶ່ງລົງມາຟ້ອງຕໍ່ພຣະເຈົ້ານັນທະເສນ ພຣະເຈົ້ານັນທະເສນ ຊຣົງພິໂລດ ເລີຍໃຫ້ເຈົ້າແກ້ວ ໂອຣົດຂອງພຣະອົງ ນຳທັບໄປພ້ອມກັບ ເຈົ້າຫຼ້າບຸກຕີຊຽງຂວາງອີກຈົນແຕກ ແລະ ແຕ່ງຕັ້ງເຈົ້າຫຼ້າຄອງເມືອງ ສ່ວນເຈົ້າແກ້ວນຳທັບບຸກໄປຫົວພັນເພື່ອຕາມຈັບເຈົ້າຊົມພູ ໂດຍບອກໃຫ້ເຈົ້າຊົມພູຍອມອ່ອນນ້ອມຕໍ່ວຽງຈັນດັ່ງເດີມ ສຸດທ້າຍເຈົ້າຊົມພູຍອມຖືກຈັບລົງມາ ຮອດບໍລິເວນນ້ຳງື່ມກຳລັງສິຂ້າມ ເຈົ້າແກ້ວ ເລີຍຈັດພິທີ ປະຫານເຈົ້າຊົມພູ ຕອນເພັດຊະຂາດ ກຳລັງສິຕັດຄໍເຈົ້າຊົມພູ ກໍເກີດຟ້າຮ້ອງ ຟ້າມືດຝົນຕົກ ແລະ ຟ້າກໍຜ່າລົງມາໃສ່ໂຕເພັດຊະຂາດຕາຍຄາທີ່ ດາບທີ່ກຳລັງຈະໃຊ້ ປະຫານເຈົ້າຊົມພູກໍຫັກອອກເປັນ 2 ທ່ອນ ເຈົ້າແກ້ວເຫັນດັ່ງນັ້ນຈຶ່ງບໍ່ກ້າປະຫານເຈົ້າຊົມພູ ຈຶ່ງໄດ້ນຳເຈົ້າຊົມພູໄປຂັງທີ່ວຽງຈັນ ແລ້ວຕົກາປີ ຄສ 1791 ເຈົ້າຊຽງ ພຣະອະນຸຊາຂອງເຈົ້າຊົມພູ ຂຽນໜັງສືໄປຂໍກຳລັງຈາກຫວຽດນາມໄປຕີ ວຽງຈັນ ເຈົ້າຫຼ້າບໍ່ແຈ້ງເລື່ອງນີ້ໃຫ້ວຽງຈັນຮູ້ ເຈົ້ານັນທະເສນຊຣົງພິໂລດ ສັ່ງຄົນໄປຈັບເຈົ້າຫຼ້າລົງມາວຽງຈັນແລ້ວປະຫານ. ຕົກມາໃນປີ 1793 ສະຫຍາມໄດ້ບຸກມາວຽງຈັນອີກຄັ້ງ ໃສ່ຂໍ້ຫາວ່າວຽງຈັນຮ່ວມກັນກັບຫວຽດນາມກຽມສິເປັນເອກະລາດ ແຕ່ພຣະເຈົ້າສິລິບຸນຍະສານປະຕິເສດ ຈຶ່ງຖືກຈັບລົງໄປສູ້ຄະດີຢູ່ກຸງເທບ 4 ປີຈົນສະຫວັນນະຄົດ ຊ່ວງທີ່ສະຫຍາມກຳລັງບຸກວຽງຈັນນີ້ ເຈົ້າຊົມພູທີ່ຖືກຂັງກໍໄດ້ໂຕນໜີໄປລີ້ຢູ່ເມືອງແຖນ ສິບສອງຈຸໄທ (ດຽນບຽນຟູ ໃນປັດຈຸບັນ) ພ້ອມດ້ວຍຄົນພວນທີ່ຢູ່ວຽງຈັນ ເຈົ້າອິນທະວົງຄອງວຽງຈັນແທນເຈົ້ານັນທະເສນ ກໍໄດ້ນຳທັບວຽງຈັນ ແລະ ທັບສະຫຍາມບຸກຕີຊຽງຂວາງທີ່ມີກຳລັງເຈົ້າຊົມພູ ແຕ່ສຸດທ້າຍກໍ່ສູ້ກອງທັບເຈົ້າອິນທະວົງແຫ່ງວຽງຈັນບໍ່ໄດ້ ເຈົ້າຊົມພູ ພ້ອມດ້ວຍຊາວພວນຖືກກວດຕ້ອນລົງໄປກຸງເທບອີກຄັ້ງ ຈົນສະຫວັນນະຄົດຢູ່ທີ່ກຸງເທບ
- ເຈົ້າຊຽງ ໂອຣົດເຈົ້າອົງຫຼໍ່ ພຣະອະນຸຊາເຈົ້າຊົມພູ ພສ 2344-2345 ຫຼື 1801-1802
- ເຈົ້າສຸທະກະສຸວັນະກຸມາຣ ຫຼື ຄົນນິຍົມເອິ້ນກັນວ່າ ເຈົ້ານ້ອຍເມືອງພວນ ໂອຣົດເຈົ້າຊຽງ ພສ 2345-2374 ຫຼື ຄສ 1802-1831 ພາຍຫຼັງການຄວາມວຸ່ນວາຍໃນວຽງຈັນທີ່ເຈົ້າາອະນຸວົງຊຣົງສິປະກາດເອກະລາດ ແຕ່ພຣະອົງເຮັດຜິດພາດຢູ່ 3 ຄັ້ງ ແລະ ທຸກຄັ້ງເຈົ້າອະນຸວົງພຣະອົງຈະໄປເພິ່ງ ພຣະຈັກກະພັດໝິນມາງ (ຫວຽດນາມໃຕ້) ທຸກຄັ້ງ ດັ່ງນັ້ນ ພຣະຈັກກະພັດໝິນມາງ ຈຶ່ງສະໜິດສະໜົມກັບເຈົ້າອະນຸວົງ ເມືອພຣະອົງສູ້ກັບສະຫຍາມບໍ່ສຳເລັດຄັ້ງທີ່ 3 ຄັ້ງສຸດທ້າຍພຣະອົງກຳລັງຈະໜີໄປຫາພຣະຈັກກະພັດເຫວ້ ພຣະອົງໄດ້ໄປລີ້ຢູ່ທີ່ຖ້ຳແຫ່ງໜຶ່ງ ໃນເຂດທາງເໜືອຂອງວຽງຈັນ (ປັດຈຸບັນແມ່ນຖ້ຳເຈົ້າອະນຸວົງ ເມືອງອະນຸວົງ ແຂວງໄຊສົມບູຍ) ກໍ່ຖືກເຈົ້ານ້ອຍເມືອງພວນຈັບໂຕສົ່ງໃຫ້ ສະຫຍາມໃນປີ 1829 ເຈົ້າອະນຸວົງກໍ່ຖືກທໍລະມານຈົນສະຫວັນນະຄົດຢູ່ທີ່ກຸງເທບ ຜ່ານມາ 2 ປີ ເລື່ອງການສະຫວັນນະຄົດຂອງເຈົ້າອະນຸວົງ ໄປເຖິງຈັກກະພັດໝິ່ນມາງ ພຣະອົງຊຣົງພິໂລດ ໃຫ້ທະຫານໄປຈັບໂຕເຈົ້ານ້ອຍເມືອງພວນລົງໄປເຫວ້ ແລ້ວພຣະອົງກໍສັ່ງໃຫ້ທະຫານ ທໍລະມານ ເຈົ້ານ້ອຍເມືອງພວນດ້ວຍການ ປາດຊີ້ນອອກເທືອລະໜ້ອຍ ຈົນຕາຍ
- ເຈົ້າສານ ໂອຣົດເຈົ້າກາງ ພສ 2374-2391 ຫຼື ຄສ 1831-1848
- ເຈົ້າອິດສະລະເສດຖາ ໂອຣົດເຈົ້ານ້ອຍເມືອງພວນ ພສ 2391-2404 ຫຼື ຄສ 1848-1861
- ເຈົ້າອື່ງ ໂອຣົດເຈົ້ານ້ອຍເມືອງພວນ ພຣະອານຸຊາ ເຈົ້າອິດສະລະເສດຖາ ພສ 2404-2419 ຫຼື ຄສ 1861-1876
- ເຈົ້າຂັນຕິ ໂອຣົດເຈົ້າອື່ງ ພສ 2419-2436 ຫຼື ພສ 1876-1893 ເຈົ້າເມືອງ ຫຼື ກະສັດອົງສຸດທ້າຍ ຂອງອານາຈັກພວນແຫ່ງນີ້
- ເຈົ້າຄຳໂງ່ນ ໂອຣົດເຈົ້າ ອ່າງ ເຈົ້າອ່າງ ແມ່ນພຣະອະນຸຊາ ຂອງເຈົ້າອື່ງ ພສ 2436-2473 ຫຼື ຄສ 1893-1930 ມີສັກເປັນພຽງເຈົ້າແຂວງພວນ ບບໍ່ໄດ້ມີອຳ ເດັດຂາດຄືດັ່ງ ທີ່ຜ່ານມາແລ້ວ ແລະ ໄດ້ຂຶ້ນຢູ່ກັບອານາຈັກຫຼວງພຣະບາງ ພາຍໃຕ້ການປົກຄອງຂອງຝຣັ່ງເສດ
- ເຈົ້າໄຊຍະວົງ ສຸທະກະກຸມາຣ ໂອຣົດເຈົ້າ ເຈົ້າອ່າງ ພສ 2473-2489 ຫຼື ຄສ 1930-1946
- ເຈົ້າສາຍຄຳ ສຸທະກະກຸມາຣ ໂອຣົດໄຊຍະວົງ ພສ 2489 ຫຼື ຄສ 1946 ໂດຍໃນປີ 1946 ໄດ້ມີພຣະຣາຊໂອງການຈາກ ພຣະບາດສົມເດັດ ພຣະເຈົ້າມະຫາຊີວິດ ສີສະຫວ່າງ ວົງ ແຕ່ງຕັ້ງ ເຈົ້າສາຍຄຳ ສຸທະກຸມາຣ ເປັນເຈົ້າແຂວງພວນ ແລະ ເປັນອົງສຸດທ້າຍ ທີ່ຜູ້ຄອງດິນແດນແຫ່ງນີ້ ມາຈາກຣາຊວົງເຈັດເຈືອງ ຫຼືຣາຊວົງພວນ ຫຼັງຈາກການສິ້ນສຸດຣາຊວົງພວນ ບັນດາເຊື້ອພຣະວົງທີ່ຍັງເຫຼືອ ກໍໄດ້ຮັບຣາຊການ ກັບ ຣາຊອານາຈັກລາວ ແລະ ຫຼັງຈາກປ່ຽນແປງການປົກຄອງໃນປີ 1975 ບັນດາເຊື້ອພຣະວົງທີ່ຍັງເຫຼືອ ແລະ ປະຊາຊົນຈຳນວນໜຶ່ງ ກໍໂຕນໜີໄປຕ່າງປິເທດ ຄືກັນກັບບັນດາເຊື້ອພຣະວົງຫຼວງພຣະບາງ ແລະ ຈຳປາສັກ ເພາະວ່າຮັບການປ່ຽນແປງຂອງລະບອບໃໝ່ບໍ່ໄດ້ ປັດຈຸບັນ ຄົນພວນໄດ້ກະຈັດກະຈາຍກັນຢູ່ທົ່ວໂລກ ໃນປະເທດລາວ ມີວຽງຈັນ,ຊຽງຂວາງ,ໄຊສົມບູນ,ຫຼວງພຣະບາງ ແລະ ຢູ່ປະເທດໄທໃນຊ່ວງທີ່ຖືກກວດຕ້ອນໄປ ກໍຍັງຕົກຄ້າງຢູ່ຈົນເຖິງປັດຈຸບັນຫຼາຍຈັງຫວັດທົ່ວປະເທດໄທ ເຊັ່ນ: ສຸໂຂໄທ,ສະລະບູລີ,ນະຄອນນາຍົກ,ບຶງການ,ປາຈີນບູລີ,ຊະເຊີງເຊົາ,ລົບບູລີ,ຣາຊບູລີ,ເພັດບູລີ,ນ່ານ,ແພ່ ແລະ ອີກຫຼາຍໆຈັງຫວັດ ທົ່ວປະເທດໄທ ແລະ ຍັງມີຢູ່ໃນປະເທດອົດສະຕາລີ ຫວຽດນາມ,ສະຫາລັດອາເມຣິກາ,ຝຣັ່ງເສດ,ແຄນນາດາ ທີ່ພວກເຂົາພາກັນອົບພະຍົບອອກໄປຫຼັງຈາກການປະຕິວັດ 1975 ຂໍຂອບໃຈທຸກທ່ານທີ່ເຂົ້າມາອ່ານ ເລື່ອງລາວດີໆກ່ຽວກັບປະຫວັດສາດເມືອງພວນ ຂໍ້ມູນທີ່ຂ້າພະເຈົ້າໄດ້ຂຽນໄປແມ່ນຄວາມຈິງທຸກປະການບໍ່ ຂ້າພະເຈົ້າກະບໍ່ສາມາດຍືນຍັນໄດ້ ເລື່ອງລາວທີ່ນຳມາຂຽນນີ້ຂ້າພະເຈົ້າ ໄດ້ໄປລວບລວມມາຈາກ ຄວາມຮູ້ທີ່ຂ້າພະເຈົ້າໄດ້ຮຽນມາ ແລະ ໄດ້ໄປເອົາຂໍ້ມູນຈາກປຶ້ມ ປຶ້ມປະຫວັດສາດເມືອງພວນ,ປຶ້ມຊາດລາວ ຄົນລາວ ອະດີດ ແລະ ປັດຈຸບັນ, ແລະ ປື້ມ The Lao Kingdom of Laos ຖ້າວ່າຜິດພາດປະການໃດ ຂ້າພະເຈົ້າຂໍອະໄພມາຍັງທຸກທ່ານທີ່ມັກອ່ານໃນປະຫວັດສາດເຊັ່ນດຽວກັນກັບຂ້າພະເຈົ້າ ຖ້າໝູ່ຄູ່ໃຜທີ່ມັກໃນປະຫວັດສາດ ຝາກທຸກຄົນເຂົ້າໄປຕິດຕາມເພຈ ປະຫວັດສາດຂອງຂ້າພະເຈົ້າເອງ ໂດຍຂຽນເຂົ້າໄປໃນຊ່ອງຄົ້ນຫາໃນເຟດບຸກວ່າ “ຊຸມຊົນຄົນຮັກ ປະຫວັດສາດສະໄໝລ້ານຊ້າງ” ເຟດບຸກສ່ວນໂຕຂ້າພະເຈົ້າ “Prince Ting” ຝາກທຸກຄົນຕິດຕາມໃຫ້ກຳລັງໃຈກັນ ເພື່ອໃນອະນາຄົດຂ້າພະເຈົ້າສິໄດ້ຂຽນປະຫວັດສາດອັນອື່ນມາໃຫ້ທ່ານໄດ້ອ່ານອີກ ຂໍຂອບໃຈ