ອະນຸສາວະລີທ່ານກຸວໍລະວົງ

ຈາກ ວິກິພີເດຍ

ອະນຸສາວະລີ ທ່ານກຸວໍລະວົງ: ຕັ້ງຢູ່ເທິງຖະໜົນສຸດທະນູ ກົງກັນຂ້າມສານເຈົ້າຈີນ ຫ່າງຈາກວັດໄຊຍະພູມມາຣາມ ປະມານ 500 ແມັດ ທ່ານກຸວໍລະວົງ ເປັນວີລະບຸລຸດໃນສະໄໝສົງຄາມ ຕໍ່ຕ້ານຍີ່ປຸ່ນ ແລະ ເປັນອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ຄະນະລັດຖະບານຝ່າຍຂວາ (ອະນຸລັກນິຍົມ) ອະນຸສາວະລີນີ້ ສ້າງຂຶ້ນເພື່ອຮ່ວມຈາລຶກປະຫວັດສາດ ວີລະຊົນ ສະໄໝສົງຄາມຂອງປະເທດລາວ ຮູບປັ້ນຫີນປູນສີດຳທະມຶນຂະໜາດເທົ່າຄົນຈິງ ເຊີດຊູກຽດທ່ານກຸວໍລະວົງ ສ້າງຂຶ້ນຫລັງຈາກ ທີ່ທ່ານຖືກລອບສັງຫານ ໂດຍທ່ານຢູ່ໃນຊຸດຂຸນນາງຊັ້ນສູງ ສວມເສື້ອບໍ່ມີປົກ ຍືນຢູ່ກາງສະໜາມດອກໄມ້ລ້ອມຮົ້ວເຫລັກຂະໜາດນ້ອຍ ຮູບຫລໍ່ນີ້ຖືກເກັບໄວ້ເປັນເວລາດົນ ເພາະເຫດຜົນທາງການເມືອງ ຫາກໍ່ນຳມາຕັ້ງເມື່ອ ປີ ຄ.ສ 1995.