ຫໍໄຕປີດົກເກົ່າ

ຈາກ ວິກິພີເດຍ

ຫໍໄຕປີດົກເກົ່າ (ໜອງລໍາຈັນ) ຕັ້ງຢູ່ບ້ານໜອງລໍາຈັນ ເມືອງຈໍາພອນ ແຂວງສະຫວັນນະເຂດ, ຫ່າງຈາກເທດສະບານເມືອງ ປະມານ 28 ກິໂລແມັດ, ຫໍໄຕປີດົກ ທີ່ວັດ ຈັນທະສາໂຣ ຊາວບ້ານພາກັນເອີ້ນກັນວ່າ “ວັດໜອງລໍາຈັນ” ເປັນສະຖາປັດຕະຍະກໍາເຄື່ອງໄມ້ທີ່ສະທ້ອນເຖິງສີ​ໄມ້ລາຍມືຂອງຊາວຊ່າງລ້ານຊ້າງໃນອະດີດ. ຫໍໄຕປີດົກແຫ່ງນີ້ ສ້າງມາໄດ້ຫຼາຍຮ້ອຍປີແລ້ວ ເປັນໄມ້ໝົດ​ຫຼັງ ສ້າງຂຶ້ນໂດຍທີ່ບໍ່ໃຊ້ຕະ​ປູເລີຍຈັກດອກ. ຕົວເຮືອນຢູ່ເທິງເສົາໄມ້ສູງ 6 m ລວມ ມີ 20 ຕົ້ນ, ຕັ້ງຢູ່ກາງນໍ້າ

​ໜອງລໍາຈັນ ເພື່ອປ້ອງກັນປວກ ແລະ ແມງ​ໄມ້ກັດກິນເນື້ອໄມ້, ຫໍດັ່ງກ່າວ ເປັນບ່ອນເກັບມ້ຽນໜັງສື ​ຜູກທີ່ລວບລວມເອົາຄໍາສອນທາງສາສະໜາ, ບັນດາຜະຫຍາ, ນິທານ, ກອນລໍາ ແລະ ຕໍາລາຢາພື້ນເມືອງຕ່າງໆນຳ.

[1]

  1. https://www.pasaxon.org.la/