ຫໍພິພິທະພັນ ປກສ

ຈາກ ວິກິພີເດຍ

ໂຄງ­ການ​ກໍ່­ສ້າງ​ຫໍ​ພິ​ພິ​ທະ​ພັນ ປກສ ຫຼັງ​ໃໝ່ ໄດ້​ດຳ­ເນີນ​ມາ​ແຕ່​ວັນ​ທີ 22/6/2010 ແລະ ສຳ­ເລັດ​ໃນ​ວັນ​ທີ 24 ມີ­ນາ 2011 ໂດຍ​ໃຊ້​ເວ­ລາ 9 ເດືອນ ເປັນ​ອາ­ຄານ 4 ຊັ້ນ ປະ­ກອບ​ມີ​ຫ້ອງ​ສະ­ໝຸດ ຫ້ອງ​ປະ­ຊຸມ ຫ້ອງ​ຄວບ​ຄຸມ ITແລະ ອື່ນໆ ຢູ່​ຊັ້ນ​ທີ 1 ສ່ວນ​ຊັ້ນ​ທີ 2-3 ແລະ 4 ເປັນ​ສະ­ຖານ­ທີ່​ຈັດ​ວາງ­ສະ­ແດງ​ຮູບ​ພາບ ແລະ ວັດ­ຖຸ​ພັນ​ທີ່​ເປັນ​ມູນ­ເຊື້ອ​ຂອງ​ກຳ­ລັງ ປກສ ແລະ ສະ­ຖານ­ທີ່​ກາງ­ແຈ້ງ​ຍັງ​ໄດ້​ມີ​ກາ­ນວາງ­ສະ­ແດງ​ວັດ­ຖຸ​ພັນ ລົດ​ຕັງ ລົດ​ດັບ​ເພີງ ແລະ ອື່ນໆ ມີ​ຄວາມ​ສາ­ມາດ​ຮັບ­ແຂກ​ເຂົ້າ​ຊົມ ຄັ້ງ​ໜຶ່ງ​ໄດ້ 100-150 ຄົນ.

ໂຄງ­ການ​ດັ່ງ­ກ່າວ​ໄດ້​ທຶນ​ກໍ່­ສ້າງ​ມີ​ມູນ​ຄ່າ​ທັງ​ໝົດ 75.994.999.000 ກີບ ໂດຍ​ນຳ​ໃຊ້​ງົບ­ປະ­ມານ​ຂອງ​ລັດ 100%.

ເພື່ອ​ຂ່ຳ­ນັບ​ຮັບ​ຕ້ອນ​ວັນ​ສ້າງ­ຕັ້ງ​ກຳ­ລັງ​ປ້ອງ​ກັນ​ຄວາມ​ສະ­ຫງົບ​ປະ­ຊາ­ຊົນ​ລາວ ຄົບ­ຮອບ 50 ປີ ທີ່​ຈະ​ມາ​ເຖິງ ບໍ­ລິ­ສັດ​ດາ­ລາ​ຈະ­ເລີນ​ກໍ່­ສ້າງ ຍັງ​ໄດ້​ມອບ​ເງິນ​ຊຸກ­ຍູ້​ວັນ​ດັ່ງ­ກ່າວ​ຈຳ­ນວນ 100 ລ້ານ​ກີບ.