ຫໍປູ່ຕາ

ຈາກ ວິກິພີເດຍ

ຄວາມເຊື່ອກ່ຽວກັບ

ຫໍປູ່ຕາ[ດັດແກ້]

ຊາວບ້ານເມືອງນ້ອຍນັບແຕ່ອະດີດເຖີງປະຈຸບັນຍັງຕິດພັນກັບເລື່ອງຄວາມເຊື່ອທາງດ້ານຜີສາງ, ເຊີ່ງກໍ່ຖືວ່າແມ່ນທີ່ເພີ່ງທາງໃຈຂອງຊາວບ້ານກໍ່ວ່າໄດ້. ການທີ່ຊາວບ້ານຍັງເຊື່ອຖືສິ່ງດັ່ງກ່າວແມ່ນບໍ່ໄດ້ຖື ວ່າງົມງວາຍແຕ່ຢ່ງໃດຫາກແຕ່ແມ່ນໄດ້ມີການປະຕິບັດກັນມາແຕ່ບູຮານນະການຈົນເຖິງປະຈຸບັນແລະຈະປະຕິບັດກັນໄປແບບບໍ່ມີວັນສິ້ນສຸດຕາບໃດທີ່ຊາວບ້ານເມືອງນ້ອຍຍັງໃຫ້ຄວາມສຳຄັນຕໍ່ກັບມໍລະ ດົກທາງດ້ານຮີດຄອງທີ່ປູ່ຍ່າຕາຍາຍໄດ້ສືບທອດກັນມາ. ແລະຍ້ອນຄວາມເຊື່ອດັ່ງກ່າວມັນໄດ້ກໍ່ໃຫ້ເກີດມີສິ່ງສັກສິດຕ່າງໆເພື່ອໃຫ້ໄທບ້ານໄດ້ສັກກາລະບູຊາ ແລະ ນົບໄຫວ້, ມີທັງສະຖານທີ່ສັກສິດເຊັ່ນ: ວັດວາອາຮາມ, ກົກໄມໃຫຍ່, ຫໍໂຮງຕ່າງໆ, ແລະ ສິ່ງທີ່ຈະນຳສະເຫນີຕໍ່ໄປນີ້ແມ່ນ (ຫໍປູ່ຕາ)

(ຫໍປູ່ຕາ) ແມ່ນບ່ອນສັກກາລະບູຊາຂອງຊາວບ້ານເມືອງນ້ອຍ, ບ້ານໂນນຫວາຍ ແລະ ບ້ານຊຽງດາ. ເຊີ່ງເປັນທີ່ເຊື່ອຖືກັນວ່າມີຄວາມສັກສິດຫລາຍຈົນປະຈຸບັນໄດ້ມີຄົນທີ່ມາຈາກຫລາຍ ທ້ອງຖີ່ນມາສັກກາລະບູຊາ. ແຕ່ລະປີນາຍບ້ານ ແລະ ການຈັດຕັ້ງຈະໄດ້ເກັບເງິນຈາກແຕ່ລະເຮືອນເພື່ອໄປຊື້ ຫມູ ແລະ ເຄື່ອງເສັ້ນໄຫວ້ອື່ນໆມາລ້ຽງຫໍປູ່ຕາ ຫລື ທີ່ເອີ້ນກັນຈົນຕິດປາກວ່າ (ລ້ຽງບ້ານ) ເຊີ່ງທຸກຄົນໃນບ້ານຈະຕ້ອງເຮັດ ແລະ ຂາດບໍ່ໄດ້. ສວ່ນວ່າເຮືອນໃດຕ້ອງການໃຫ້ປູ່ຕາມາປກປັກຮັກສາກໍ່ສາມາດເອີ້ນໃສ່ເພີ່ນໃຫ້ຊ່ວຍເບິ່ງແຍງ, ແຕ່ທ້າຍປີຈະຕ້ອງໄດ້ມາແກ້ບະ ເພາະການທີ່ເຮົາເອີ້ນໃສ່ແມ່ນເປັນການບະແລ້ວ. ຢູ່ນຳບ້ານຈະມີຜູ້ ເຖົ້າຜູ້ແກ່ທີ່ສາມາດຊ່ວຍໃຫ້ຄຳປຶກສາ ແລະ ນຳພາໃນການບະ ແລະ ແກ້ບະ. ມີຫລາຍຄົນທີ່ມາບະເພື່ອຕ້ອງການຢາກຂາຍດິນ, ບະເຮັດວຽກ, ບະໄປຮຽນຕໍ່ຕ່າງປະເທດ ແລະ ອື່ນໆ.

ການລ້ຽງຫໍປູ່ຕາ ຫລື ລ້ຽງບ້ານ[ດັດແກ້]

ການບະ[ດັດແກ້]

ການແກ້ບະ[ດັດແກ້]