ຫໍຄອຍຊ້າງບ້ານນາ

ຈາກ ວິກິພີເດຍ

ການ​ກະ­ກຽມ​ອອກ​ເດີນທາງ​ໄປ​ສູ່​ຫໍ­ຄອຍ​ຊ້າງ​ບ້ານ​ນາ, ເມືອງ​ທ່າ​ພະ​ບາດ ແຂວງ​ບໍ​ລິ​ຄຳໄຊ ເຊິ່ງ​ເປັນ​ສະ­ຖານ­ທີ່​ທີ່​ມີ​ຊື່​ສຽງສົມ­ຄວນ​ໃນ​ການ​ເບິ່ງ​ຊ້າງ​ທີ່​ຫໍຄອຍ ເຊິ່ງ​ມີ​ຄວາມ​ສູງ​ຕັ້ງ​ຫລາຍ ແມັດ ແລະຄຳ​ວ່າ ຫໍ­ຄອຍກໍ່​ບໍ່ໄດ້​ຫມາຍ​ຄວາມ​ວ່າ​ຈະ​ອຳ­ນວຍຄວາມ​ສະ­ດວກ​ທຸກ​ຢ່າງ​ໃນ​ການພັກ​ແບບ​ຄ້າງ​ຄືນ ເຊິ່ງ​ທຸກ​ຢ່າງລ້ວນ​ແຕ່​ມີ​ການ​ກະ­ກຽມ​ຂອງບັນ­ດາ​ນັກ​ທ່ອງ​ທ່ຽວໂດຍ​ສະເພາະ ​ກໍ່​ແມ່ນ​ຜູ້​ທີ່​ຕ້ອງ­ການ​ຢາກເຫັນ​ຊ້າງ​ປ່າ​ດ້ວຍ​ຕາ​ຕົນ​ເອງ.

ບັນ­ດາ​ນັກ​ທ່ອງ​ທ່ຽວ​ທຸກທ່ານ ກ່ອນ​ອອກ​ເດີນ­ທາງ​ຄວນຄິດ​ສະ­ເຫມີ​ວ່າ ຊ້າງ​ປ່າ​ບໍ່​ແມ່ນ​ສັດທີ່​ແສນ​ຮູ້​ສະ­ເຫມີ​ໄປ​ເຖິງ​ແມ່ນວ່າ​ພາຍ​ນອກ​ພວກ​ມັນ​ຈະ​ສະ­ແດງອອກ​ຢ່າງ​ອ່ອນ­ໂຍນ​ຄ້າຍ­ຄື​ຊ້າງບ້ານ​ກໍ່​ຕາມ ໂດຍ​ສະ­ເພາະ​ກໍ່​ແມ່ນຊ້າງ​ຜູ້​ຍິ່ງ​ຄວນ​ລະ­ວັງ​ເປັນ​ຢ່າງຍິ່ງ ສະ­ນັ້ນ ເມື່ອ​ນັກ​ທ່ອງ​ທ່ຽວຫາກ​ເດີນ­ທາງ​ໄປ​ເຖິງ​ບ້ານ​ນາ​ກໍ່ຄວນ​ສອບ​ຖາມ​ນຳ​ບັນ­ດາ​ຜູ້­ນຳ​ທ່ຽວ​ຂັ້ນ​ທ້ອງ­ຖິ່ນ​ເປັນ​ຜູ້​ພາ​ທາງໂດຍ​ປົກ­ກະ­ຕິ​ແລ້ວ ຫໍ­ຄອຍ​ຊ້າງ​ຕັ້ງຢູ່​ຫ່າງ​ໄກ​ຈາກ​ບ້ານ​ນາ​ປະ­ມານ 4 ກິ­ໂລ­ແມັດ ແຕ່​ການ​ເດີນ­ທາງແມ່ນ​ບໍ່​ສາ­ມາດ​ຂີ່​ລົດ­ຈັກ ຫລື ລົດໃຫຍ່​ໄດ້ ຫມາຍ​ຄວາມ​ວ່າ​ເດີນທາງ​ດ້ວຍ​ການ​ຍ່າງ ແຕ່​ກໍ່​ຮັບຮອງ​ວ່າ​ບັນ­ດາ​ນັກ​ທ່ອງ​ທ່ຽວ​ຈະຮູ້­ສຶກ​ປະ​ທັບ​ໃຈ​ກັບ​ພາບ​ທຳ​ມະຊາດ​ທີ່­ຢູ່​ອ້ອມ​ຂ້າງ​ນັ້ນ​ຢ່າງ​ແນ່ນອນ, ພ້ອມ​ກັນ​ນັ້ນ ກ່ອນ​ອອກເດີນ­ທາງ​ກໍ່​ຕ້ອງ​ມີ​ການ​ກະ­ກຽມ​ສິ່ງ​ຂອງ​ທີ່​ຈຳ­ເປັນ​ຫລາຍ​ຢ່າງເນື່ອງ​ຈາ​ກວ່າ​ຫໍ­ຄອຍ​ຊ້າງ​ຕັ້ງ​ຢູ່ກາງ​ປ່າ­ໄມ້​ອັນ​ຕຶບ­ຫນາ​ຈິ່ງ​ບໍ່​ມີຮ້ານ​ອາ­ຫານ ແລະບ່ອນ​ພັກ​ທີ່​ອຳນວຍ​ຄວາມ​ສະ­ດວກ ເຊິ່ງ​ທັງຫມົດ​ລ້ວນ​ແຕ່​ຜ່ານ​ການ​ກະ­ກຽມຂອງ​ບັນ­ດາ​ນັກ​ທ່ອງ​ ທ່ຽວ​ທັງ​ນັ້ນເປັນ­ຕົ້ນ​ກໍ່​ແມ່ນນ້ຳ​ດື່ມ​ເຊິ່ງ​ຕ້ອງພຽງ­ພໍ​ລວມ​ທັງ​ອາ­ຫານ, ມຸ້ງ, ຫມອນ, ຜ້າ­ຫົ່ມ ແລະອື່ນໆ​ທີ່​ຈຳເປັນ​ໃນ​ຂະ­ນະ​ດຽວ​ກັນ​ນັ້ນ​ກໍ່ຫ້າມ​ບໍ່​ໃຫ້​ລົງ​ໄປ​ອາບ­ນ້ຳ​ເດັດຂາດ ເພາະ​ບາງ­ທີ​ອາດ ​ມີ​ຊ້າງ​ປ່າມາ​ອາບ­ນ້ຳ​ໃນ​ເວ­ລາ​ດຽວ​ກັນ​ອັນຈະ​ກໍ່­ໃຫ້­ເກີດ​ອັນ­ຕະ­ລາຍ, ລວມເຖິງ​ຫ້າມ​ບໍ່​ໃຫ້​ໃຊ້​ໂທລະ­ສັບ ຫລື ສົ່ງ​ສຽງ​ດັງ​ເພາະ​ຈະ​ເປັນ​ການລົບ​ກວນ ແລະ ຊ້າງ​ປ່າ​ຈະ​ຮູ້​ທັນທີ​ວ່າ​ມີ​ຄົນ​ກຳ­ລັງ​ຈະ​ມາ​ທຳ­ຮ້າຍ ພວກ​ມັນເຮັດ​ໃຫ້​ພວກ​ມັນ​ບໍ່​ພາກັນ​ອອກ​ມາ​ກິນ​ໂປ່ງ (ທາດ​ດິນເຄັມ) ທີ່­ຢູ່​ໃກ້​ຫໍ­ຄອຍ​ນັ້ນ​ເຮັດ​ໃຫ້ບໍ່​ສາ­ມາດ​ເບິ່ງ​ເຫັນ​ຊ້າງ​ປ່າ​ອັນເປັນ​ການ​ພາດ​ໂອ­ກາດ​ອັນ​ດີ​ໃຫ້ເສຍ​ໄປ.

ຢ່າງ­ໃດ​ກໍ່​ຕາມ ກ່ອນ​ອອກເດີນ­ທາງ​ຄວນ​ສຶກ​ສາ​ໃຫ້​ລະ­ອຽດສິ່ງ​ສຳ­ຄັນ​ຄວນ​ເດີນ­ທາງ​ເປັນຫມູ່​ລວມ 6 ຄົນ​ຂຶ້ນ​ໄປ​ແຕ່​ບໍ່​ໃຫ້ເກີນ 12 ຄົນ​ນັບ​ທັງ​ນັກ​ນຳ​ທ່ຽວຂັ້ນ​ທ້ອງ­ຖິ່ນ ເພາະ​ຈະ​ແອ​ອັດເກີນ​ໄປ ພ້ອມ​ກັນ​ນັ້ນ ທີ່​ຫໍ­ຄອຍ​ກໍ່ມີ​ຫ້ອງ​ນ້ຳ​ໄວ້​ເພື່ອ​ອຳ­ນວຍ​ຄວາມສະ­ດວກ​ໃນ​ເວ­ລາ​ກາງ­ຄືນ ເພາະສ່ວນ​ໃຫຍ່​ແລ້ວ​ຊ້າງ​ປ່າ​ຈະ​ມັກມາ​ໃນ​ຍາມ​ກາງ­ຄືນ ຫລື ກ່ອນ​ທີ່ພະ​ອາ­ທິດ​ໃກ້​ຈະ​ອັດ­ສະ­ ດົງ ແຕ່ກ່ອນ​ຈະ​ຖ່າຍ­ຮູບ​ຄວນ​ຄຳ­ນຶງ​ໃຫ້ລະ­ອຽດ ເພາະ​ອາດ​ເປັນ​ການ​ລົບກວນ​ການ​ເດີນ­ທາງ​ມາ​ປາ­ກົດ​ຕົວຂອງ​ບັນ­ດາ​ຊ້າງ​ປ່າ​ກໍ່​ເປັນ​ໄດ້.